ໂຮງໝໍແຂວງຜົ້ງສາລີມີໄຟເຍືອງທາງ ດ້ວຍໄຟຟ້າແສງຕາວັນ

21

ແຂວງຜົ້ງສາລີໄດ້ສຳເລັດການສ້າງໄຟຟ້າເຍືອງທາງ ໂຊລາເຊວຫຼື ແສງຕາເວັນ ພິທີເຊັນສັນຍາລະຫວ່າງສະພາປະຊາຊົນແຂວງຜົ້ງສາລີ ກັບໂຮງໝໍແຂວງຜົ້ງສາລີ ໄດ້ມີຂຶ້ນໃນວັນທີ 18 ມີນຜ່ານມາ ໂດຍມີ ທ່ານ ທອງສີ ເສົາສຸລິພົມ ປະທານສະພາປະຊາຊົນແຂວງ, ມີຄະນະອຳນວຍການໂຮງໝໍແຂວງ, ພະນັກງານແພດໝໍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາມາ ສຸລິວົງ ຮອງເລຂາທິການສະພາປະຊາຊົນແຂວງ, ຄະນະຮັບຜິດຊອບຕິດຕັ້ງໄຟຟ້າເຍືອງທາງໂຊລາເຊວ ໄດ້ລາຍງານກ່ຽວກັບຜົນການກະກຽມ ແລະ ດຳເນີນການຕິດຕັ້ງໄຟຟ້າເຍືອງທາງໂຊລາເຊວ ໃຫ້ໂຮງໝໍແຂວງ ສໍາເລັດ 100% ມີຈໍານວນ 7 ຊຸດ ລວມມູນຄ່າທັງໝົດ 146 ລ້ານກວ່າກີບ, ເຊິ່ງຊຸດໄຟຟ້າໂຊລາເຊວ ດັ່ງກ່າວນີ້, ແມ່ນໄດ້ມາຈາກສະພາແຫ່ງຊາດ ໂດຍແມ່ນ ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ໄດ້ປຸກລະດົມນໍາ ເຂດພັດທະນາກວມລວມໄຊເສດຖາ ເພື່ອມອບໃຫ້ສະພາປະຊາຊົນແຂວງຜົ້ງສາລີ.

May be an image of street
ໃນພິທີ ໄດ້ເຊັນບົດບັນທຶກມອບ-ຮັບ ຕາງໜ້າສະພາປະຊາຊົນແຂວງ ໂດຍ ທ່ານ ນາງ ພອນສະຫວັນ ສັກຕິຄຸນ ເລຂາທິການສະພາປະຊາຊົນແຂວງ ແລະ ຕາງໜ້າໂຮງໝໍແຂວງ ເຊັນຮັບໂດຍ ທ່ານ ຄໍາເພັດ ຈອມອູ່ນມີໄຊ ອໍານວຍການໂຮງໝໍແຂວງ.

May be an image of 1 person, newsroom, dais and text
ທັງນີ້, ເພື່ອເປັນການປະກອບສ່ວນໃນການພັດທະນາພາຍໃນບໍລິເວນໂຮງໝໍແຂວງ ໃຫ້ມີແສງສະຫວ່າງພຽງພໍ ແລະ ເພື່ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ, ພົນລະເມືອງທີ່ມາໃຊ້ບໍລິການປີ່ນປົວຢູ່ໂຮງໝໍແຂວງດີຂຶ້ນເທື່ອລະກ້າວ.
ໃນໂອກາດດັ່ງກ່າວ, ທ່ານ ທອງສີ ເສົາສຸລິ (ໃນນາມສ່ວນຕົວ ແລະ ຄອບຄົວ) ໄດ້ນໍາເອົາຊຸດກິລາ ຈໍານວນ 70 ຊຸດ, ລວມມູນຄ່າ 7.600.000 ກີບ ແລະ ເງິນສົດ ຈໍານວນ 5.000.000 ກີບ ມອບໃຫ້ໂຮງໝໍແຂວງ ເພື່ອເປັນການຊຸກຍູ້ວຽກງານໂຮງໝໍ ແລະ ວຽກງານຂະບວນການກິລາໃຫ້ມີບັນຍາກາດຟົດຟື້ນ.