ເຈົ້າຫນ້າທີ່ຢຶດໝີນ້ອຍ 16 ໂຕ ຢູ່ສະຖາບັນແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ

174

ທ່ານ ພັນໂທ ຈັດສະໝຸດ ຈັນທະລັງສອນ ຮອງຫົວໜ້າພະ ແນກຕຳຫຼວດສິ່ງແວດລ້ອມ ຫ້ອງຕຳຫຼວດປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ລາຍງານວ່າ: ໃນວັນທີ 17 ມີນາ 2024 ໄດ້ຮັບແຈ້ງຈາກເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ວ່າ: ໄດ້ກວດກາພົບເຫັນໝີນ້ອຍສີດຳ ຈຳນວນ 16 ໂຕ ຢູ່ສະຖາບັນແຫ່ງໜຶ່ງ ເຂດບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ຈາກນັ້ນເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ປະສານກັບພາກສ່ວນກ່ຽວຂ້ອງລົງໄປກວດກາ ປະກົດວ່າ: ມີໝີ 16 ໂຕແທ້, ລວມເຖີງມີຢາສູບ ແລະ ເຫຼົ້າຈຳນວນໜຶ່ງທີ່ບໍ່ມີສະ ຕິກເກີ.

ຜ່ານການກວດກາ ສືບສວນສອບສວນຂອງເຈົ້າໜ້າທີ່ໄດ້ລະບຸວ່າ: ໝີຈຳນວນດັ່ງກ່າວບໍ່ມີເອກະສານຢັ້ງຢືນ ແລະ ບໍ່ມີຕົ້ນທາງທີ່ມາຢ່າງຊັດເຈນ, ສ່ວນການໃຫ້ຂໍ້ມູນຂອງຜູ້ຄຸ້ມຄອງໝີນັ້ນກໍຍັງບໍ່ທັັນໃຫ້ການຊັດເຈນວ່າ ໝີຈຳນວນດັ່ງກ່າວນັ້ນນຳມາຈາກຕ່າງປະເທດ ຫຼື ນຳມາຈາກແຂວງໃດແຂວງໜຶ່ງໃນ ສປປ ລາວ ສະນັ້ນ ເຈົ້າໜ້າທີ່ຈຶ່ງນຳໝີຈຳນວນດັ່ງກ່າວ 16 ໂຕ ມອບໃຫ້ແກ່ໂຄງການ ຟີເດີແບ ໂຄງການອານຸລັກໝີແຂວງຫຼວງພະບາງ ເພື່ອນຳໄປລ້ຽງດູອານຸລັກ ປ່ອຍຄືນສູ່ທຳມະຊາດ.

ພ້ອມນີ້, ໄດ້ກັກຕົວຜູ້ຄຸ້ມຄອງໝີໄວ້ ເພື່ອທຳການສືບ ສວນ-ສຶບສວນ ແລະ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ແລະ ຈະສືບຕໍ່ຊອກຫາຜູ້ກະທຳຜິດມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ທີ່ມາ: ປກສນະຄອນຫຼວງວຽງຈັນ