ເຜີຍແຜ່ກົດໝາຍ ວ່າດ້ວຍ ວິສາຫະກິດ ສະບັບປັບປຸງ ປີ 2022

40

ກົມທະບຽນວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ວິສາຫະກິດ ສະບັບປັບປຸງ ປີ 2022 ຂຶ້ນໃນວັນທີ 20 ມີນາ 2024 ທີ່ກະຊວງ ອຄ ເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຄ, ມີບັນດາທ່ານຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງ ທີ່ອອກໃບອະນຸຍາດດຳເນີນທຸລະກິດຈາກຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ພາຍໃນນະຄອນຫຼວງວຽງຈັນ, ຫົວໜ້າກົມ, ຮອງກົມ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ນາງ ຈັນສຸກ ແສງພະຈັນ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເປັນການເຜີຍແຜ່ບາງຈຸດພົ້ນເດັ່ນ ຫຼື ຈຸດພິເສດຂອງກົດໝາຍວ່າດ້ວຍ ວິສາຫະກິດ ສະບັບປັບປຸງ ປີ 2022 ໃຫ້ບັນດາທ່ານຜູ້ຕາງໜ້າຂອງຂະແໜງການກ່ຽວຂ້ອງໃນຂັ້ນສູນກາງ ແລະ ຂັ້ນແຂວງ ພາຍໃນນະຄອນຫຼວງວຽງຈັນ ເພື່ອໃຫ້ມີຄວາມເຂົ້າໃຈເປັນເອກະພາບ ໃນການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ຕາມກົດໝາຍສະບັບປັບປຸງດັ່ງກ່າວ.

ການເຜີຍແຜ່ໃນຄັ້ງນີ້, ທາງທ່ານຫົວໜ້າກົມທະບຽນວິສາຫະກິດ ໃນນາມຄະນະທີ່ຮັບຜິດຊອບ ຈະໄດ້ນໍາເອົາເນື້ອໃນສໍາຄັນໃນກົດໝາຍວ່າດ້ວຍ ວິສາຫະກິດ ສະບັບປັບປຸງ ປີ 2022 ເຊິ່ງເນື້ອໃນທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ເປັນຕົ້ນແມ່ນເນັ້ນໜັກໃສ່: ຫຼັກການ ແລະ ພາບລວມຂອງການຂຶ້ນທະບຽນວິສາຫະກິດ ຕາມກົດໝາຍລະບົບໃໝ່; ການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ, ການຍຸບເລີກວິສາຫະກິດ ລວມທັງຮູບແບບໃບທະບຽນວິສາຫະກິດທີ່ປັບປຸງໃໝ່. ພ້ອມນັ້ນ, ຍັງຈະໄດ້ເຜີຍແຜ່ບາງປະເດັນທີ່ຕິດພັນກັບຂະແໜງການທີ່ກ່ຽວຂ້ອງໂດຍກົງ ເປັນຕົ້ນການເຄື່ອນໄຫວທຸລະກິດ ພາຍຫຼັງຂຶ້ນທະບຽນວິສາຫະກິດ; ການແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງ ແລະ ກວດກາວິສາຫະກິດ ລະຫວ່າງ ຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການທີ່ອະນຸຍາດດຳເນີນທຸລະກິດ, ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.