ເປີດໂຕກາໝາຍຫັດຖະກຳແຫ່ງຊາດ

40

ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການ USAID ໄດ້ຈັດພິທີເປີດໂຕກາໝາຍຫັດຖະກຳແຫ່ງຊາດ ຂຶ້ນໃນວັນທີ 19 ມີນາ 2024 ທີ່ໂຮງແຮມດອນຈັນ ພາເລດ.
ເຂົ້າຮ່ວມເປີດງານຂອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ມິແຊວ ເອົ້າລໍ ອຸປະທູດຮັກສາການຊົ່ວຄາວ ສະຖານທູດອາເມຣິກາ ປະຈຳລາວ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ; ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ, ບັນດາສະຖານທູດຕ່າງປະເທດປະຈຳລາວ ແລະ ອົງການຈັດຕັ້ງສາກົນ, ບັນດາຫົວໜ້າຫ້ອງການ, ຫົວໜ້າກົມ – ຮອງກົມ, ພະນັກງານພາກລັດ, ເອກະຊົນ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມງານໃນຄັ້ງນີ້.


ທ່ານ ມະໂນທອງ ວົງໄຊ ກ່າວວ່າ: ງານໃນຄັ້ງນີ້ເປັນການເປີດໂຕກາໝາຍຫັດຖະກຳແຫ່ງຊາດ ເຊິ່ງວຽກງານດັ່ງກ່າວແມ່ນການຜັນຂະຫຍາຍແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ 2021 – 2025 ກໍຄືພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ ຄັ້ງທີ V ຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໂດຍໃຫ້ສອດຄ່ອງກັບນະໂຍບາຍລັດຖະບານ ແລະ ຄວາມຕ້ອງການຕົວຈິງຂອງຜະລິດຕະພັນຫັດຖະກຳຕະຫຼາດພາຍໃນພາກພື້ນ ແລະ ສາກົນ ພາຍໃຕ້ການສະໜັບສະໜູນຂອງອົງການ USAID.

ກາໝາຍຫັດຖະກໍາແຫ່ງຊາດ ເປັນເຄື່ອງມືໜຶ່ງໃນການສົ່ງເສີມທາງດ້ານການຜະລິດ ແລະ ການຕະຫຼາດ ທີ່ມີຄວາມໝາຍສຳຄັນແກ່ຫັດຖະກໍາລາວ ໃຫ້ມີຄວາມໂດດເດັ່ນ ແລະ ເປັນທີ່ຮູ້ຈັກຂອງສັງຄົມຢ່າງ ກວ້າງຂວາງ ແລະ ທົ່ວເຖິງ. ກາໝາຍຫັດຖະກໍາແຫ່ງຊາດ ໄດ້ຖືກຮັບຮອງຢ່າງເປັນທາງການຈາກລັດຖະບານ ຕາມແຈ້ງການຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1871/ຫສນຍ ລົງວັນທີ 2 ຕຸລາ 2023.
ພ້ອມດຽວກັນນີ້, ໃນວັນທີ 6 ທັນວາ 2023 ອົງການ UNESCO ກໍໄດ້ປະກາດ ” ຮັບຮອງເອົາຫັດຖະກໍາພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວເປັນມໍລະດົກໂລກ ” ເຊິ່ງເປັນສິ່ງທີ່ໜ້າພາກພູມໃຈ.


ຂະແໜງຫັດຖະກໍາ ມີສ່ວນປະກອບສຳຄັນຕໍ່ການພັດທະນາເສດຖະກິດ ແລະ ສັງຄົມ ໂດຍສະເພາະໃນການສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນລາວບັນດາເຜົ່າ ທັງເປັນການອະນຸຮັກ ແລະ ສືບສານມູນເຊື້ອວັດທະນະທຳອັນດີງາມຂອງປະຊາຊົນລາວບັນດາເຜົ່າ.
ເພື່ອສົ່ງເສີມ ແລະ ຄຸ້ມຄອງກາໝາຍຫັດຖະກໍາແຫ່ງຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຂໍ້ຕົກລົງວ່າດ້ວຍ ກາໝາຍຫັດຖະກຳແຫ່ງຊາດ ສະບັບເລກທີ 0144/ອຄ ລົງວັນທີ 31 ມັງກອນ 2024, ພ້ອມດຽວກັນ ໄດ້ສໍາເລັດການສ້າງປຶ້ມຄູ່ມືການນໍາໃຊ້ກາໝາຍຫັດຖະກຳແຫ່ງຊາດ ເພື່ອເປັນສິ່ງອຳນວຍຄວາມສະດວກໃຫ້ແກ່ຄວາມຮັບຮູ້ ແລະ ເຂົ້າໃຈໃນການນຳໃຊ້ກາໝາຍຫັດຖະກຳແຫ່ງຊາດ ໃຫ້ບຸກຄະລາກອນຜູ້ຮັບຜິດຊອບວຽກງານຫັດຖະກຳ, ພາກທຸລະກິດຫັດຖະກຳ ແລະ ມວນຊົນທົ່ວໄປຮັບຮູ້ຄວາມໝາຍ, ຄວາມສຳຄັນຂອງກາໝາຍຫັດຖະກໍາແຫ່ງຊາດ ເຊິ່ງໄດ້ຖືກຮັບຮອງ ຄັ້ງວັນທີ 16 ມີນາ 2024 ໂດຍລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.


ໃນງານເປີດໂຕກາໝາຍຫັດຖະກຳ ແຫ່ງຊາດຄັ້ງນີ້ ປະກອບມີຫຼາຍກິດຈະກຳປິ່ນອ້ອມ ໂດຍສະເພາະການເດີນແບບເຄື່ອງຫັດຖະກໍາ Fashion show, ວາງສະແດງສິນຄ້າຫັດຖະກໍາ ເຊັ່ນ: ຫັດຖະກຳແຜ່ນແພ, ໄມ້, ຫວາຍ ແລະ ໄມ້ປ່ອງ, ເຄື່ອງປະດັບ – ເຄື່ອງເອ້ຍ້ອງ ແລະ ອື່ນໆ.
ພ້ອມກັນນັ້ນ, ໃນວັນທີ 20 ມີນາ 2024 ກໍໄດ້ສືບຕໍ່ຈັດກອງປະຊຸມຝຶກອົບຮົມເຜີຍແຜ່ຂໍ້ຕົກລົງວ່າດ້ວຍ ກາໝາຍຫັດຖະກຳແຫ່ງຊາດ ແລະ ການສົ່ງອອກສິນຄ້າຫັດຖະກຳ ໃຫ້ແກ່ພາກລັດ ແລະ ພາກທຸລະກິດ ໄດ້ຮັບຮູ້, ເຂົ້າໃຈ ແລະ ປະຕິບັດໃນທາງດຽວກັນ.