ຂົ້ວຊີ້ນໝູໃສ່ໝາກເຜັດໃຫຍ່

44

ຊີ້ນໝູ ສາມາດເຮັດກິນໄດ້ຫຼາຍເມນູ ບໍ່ວ່າຈະເຮັດຂົ້ວ, ໝົກ, ເອາະ, ແກງ… ເນື່ອງຈາກກິນງ່າຍບໍ່ມີດູກ – ມີກ້າງ ເຊິ່ງມື້ນີ້ຄໍລໍາອາຫານຈະພາທ່ານມາເຮັດຂົ້ວ ໂດຍໃສ່ຫົວຫອມບົ່ວໃຫຍ່ ແລະ ໝາກເຜັດໃຫຍ່ ເປັນເມນູທີ່ແຊບອີກເມນູໜຶ່ງ ແຕ່ຫຼາຍຮ້ານບໍ່ຄ່ອຍມີເມນູນີ້.

อาจเป็นรูปภาพของ ผัด

▶ ວັດຖຸດິບ: ຊີ້ນໝູ, ຫົວ ຫອມບົ່ວໃຫຍ່, ໝາກເຜັດໃຫຍ່, ຫົວຜັກທຽມ, ຄະນໍ, ແປ້ງນົວ, ຊັອດຫອຍ ຫຼື ນໍ້າມັນຫອຍ, ນໍ້າຕານ ( ບໍ່ມັກບໍ່ໃສ່ກໍໄດ້ ), ພິກໄທດຳບົດ, ນໍ້າມັນພືດ, ຫອມບົ່ວ ( ລ້າງຊີ້ນ ແລະ ປະເພດຜັກໃຫ້ສະອາດ ).

▶ວິທີເຮັດ: ເອົາຊີ້ນໝູມາຊອຍຕ່ອນກະເອົາພໍດີ, ຈາກນັ້ນມາປອກຫົວຫອມບົ່ວໃຫຍ່ຊອຍ, ຊອຍໝາກເຜັດໃຫຍ່, ທຸບຫົວຜັກທຽມ. ຈາກນັ້ນກໍເລີ່ມເປີດໄຟປານກາງ ແລ້ວຄ້າງໝໍ້ຂາງ ເມື່ອໝໍ້ຮ້ອນແລ້ວໃຫ້ເອົານໍ້າມັນພືດເທລົງໄປ ປະມານ 2 ບ່ວງແກງ ແລ້ວຕາມດ້ວຍຫົວ ຜັກທຽມທີ່ທຸບໄວ້ ຂົ້ວເລັກໜ້ອຍໃຫ້ຫົວຜັກທຽມຫອມ, ຈາກນັ້ນກໍເອົາຊີ້ນໝູທີ່ຊອຍລົງຂົ້ວ ( ອາດຈະຢອດນໍ້າໃສ່ໄປນຳ ), ເມື່ອຊີ້ນໝູໃກ້ສຸກແລ້ວໃຫ້ໃສ່ຫົວຫອມບົ່ວ ແລະ ໝາກເຜັດໃຫຍ່ທີ່ຊອຍໄວ້ລົງ ພ້ອມປຸງລົດຊາດດ້ວຍ ຄະນໍ, ແປ້ງນົວ, ຊັອດຫອຍ ຫຼື ນໍ້າມັນຫອຍ, ນໍ້າຕານ ຈາກນັ້ນກໍຊີມລົດຊາດໃຫ້ໄດ້ຕາມໃຈມັກ ເມື່ອທຸກຢ່າງສຸກແລ້ວໃຫ້ປິດໄຟແລ້ວໂຮຍພິກໄທດຳ ແລະ ຊອຍຫອມບົ່ວໃສ່ ຄົນອີກຄັ້ງ ເທົ່ານີ້ກໍຖືວ່າສຳເລັດແລ້ວ.