ກອງບັນຊາການທະຫານແຂວງຫຼວງພະບາງມອບເງິນອຸດໜູນໃຫ້ພະນັກງານ 20 ສະຫາຍ

122

ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດພິທີມອບເງິນອຸດໜູນໃຫ້ຄອບຄົວຜູ້ເສຍຊີວິດ ແລະເງິນອຸດໜູນເທື່ອດຽວໃຫ້ນາຍທະຫານທີ່ອອກການ,ໃນວັນທີ 19 ມີນາ 2024 ນີ້, ທີ່ຫ້ອງປະຊຸມຫ້ອງການເມືອງທະຫານແຂວງ, ໂດຍມີສະຫາຍ ພັນໂທ ສົມໃຈ ສີສະຫວັດ ຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງທະຫານແຂວງ, ມີພະແນກກການ, ກົມກອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 10 people, dais and text
ສະຫາຍ ພັນໂທ ຫານຊະນະ ຂັດຕິຍະວົງສາ ຫົວໜ້າພະແນກພະນັກງານ ແລະ ສະຫາຍ ພັນໂທ ລືໄຊ ພົມວັນຄຳ ຫົວໜ້າພະແນກປະກັນສັງຄົມຫ້ອງການເມືອງທະຫານແຂວງ ໄດ້ຜັດປ່ຽນຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການຮັບອຸດໜູນເທື່ອດຽວ ແລະພະນັກງານບຳນານເສຍຊີວິດ ລວມທັງພະນັກງານປະຈຳການເສຍຊີວິດທັງໝົດ 20 ສະຫາຍ.

May be an image of 9 people, dais and text

ໃນນີ້ມີພະນັກງານບຳນານເສຍຊີວິດ 4 ສະຫາຍ, ນາຍທະຫານປະຈຳການເສຍຊີວິດ 5 ສະຫາຍ ແລະພະນັກງານອອກອຸດໜູນເທື່ອດຽວ 11 ສະຫາຍ, ລວມເປັນເງິນທັງໝົດ 1.175.124.016 ກີບ, ພິທີໄດ້ມອບເງິນຈຳນວນດັ່ງກ່າວໃຫ້ 3 ພາກສ່ວນຢ່າງສົມກຽດ. ໂອກາດດັ່ງກ່າວ ພັນໂທ ສົມໃຈ ສີສະຫວັດ ກໍໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະເປັນກໍາລັງໃຈ ຕໍ່ພະນັກງານທະຫານ ທີ່ເສຍຊີວິດ ແລະຜູ້ທີ່ໄດ້ຮັບເງິນອຸດໜູນຄັ້່ງນີ້ຕື່ມອີກ.

May be an image of 5 people and text
ຂ່າວ: ສົມພອນ ສຸວັນທອນ.