ເມືອງແກ່ນທ້າວ ຈັດສໍາພາດແຮງງານ ໄປເຮັດວຽກຕາມລະດູການ ຢູ່ ສ ເກົາຫລີ ຮັບປະກັນຄຸນນະພາບ

70

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 18 ມີນາ 2024 ນີ້, ຢູ່ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດສໍາພາດແຮງງານ ໄປເຮັດວຽກຕາມລະດູການ ຢູ່ເມືອງພຽງຊັງ ແຂວງຄັງວອນ ສ ເກົາຫລີ ໂດຍມີ ທ່ານ ໜູພອນ ໄຊປັນຍາຈິດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການ ສັງຄົມແຂວງ, ທ່ານ ສົມຫວັງ ພຸດທະສັກ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ມີທີມງານຂອງແຂວງ, ຮອງຫົວໜ້າຫ້ອງການ, ພະນັກງານບໍລິສັດ ຈັດຫາງານ ແລະ ແຮງງານທີ່ມາສໍາພາດ ເຂົ້າຮ່ວມ. ທັງນີ້ ກໍເພື່ອເປັນການກະກຽມຄວາມພ້ອມ ແລະ ຮັບປະກັນໃຫ້ແກ່ການຄັດເລືອກແຮງງານທີ່ມີຄຸນນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງນາຍຈ້າງ

ສໍາລັບ ເມືອງແກ່ນທ້າວ ຕ້ອງການແຮງງານ ໄປເຮັດວຽກຕາມລະດູການຢູ່ ສ ເກົາຫລີ ຄັ້ງນີ້, ຂໍານວນ 70 ຄົນ, ຍິງ 25 ຄົນ ໂດຍມີເງື່ອນໄຂຄື: ເປັນພົນລະເມືອງລາວ ແລະ ອາໄສຢູ່ເມືອງແກ່ນທ້າວ ຢ່າງໜ້ອຍ 1 ປີ, ເພດຊາຍ ແລະ ຍິງ ອາຍຸ 25-45 ປີ, ເປັນຜູ້ປະກອບອາຊີບໃນຂະແໜງກະສິກໍາເຊັ່ນ: ເຮັດໄຮ່, ເຮັດນາ, ເຮັດສວນເປັນພື້ນຖານໃນການດໍາລົງຊີວິດ, ມີສຸຂະພາບແຂງແຮງ, ບໍ່ມີຄະດີ, ຈົບການສຶກສາຂັ້ນປະຖົມສຶກສາຂຶ້ນໄປ, ສາມາດຊໍາລະຄ່າໃຊ້ຈ່າຍດ້ວຍຕົນເອງ, ຕ້ອງມີໂທລະສັບສະມາດໂຟນເພື່ອລົງທະບຽນຢູ່ ສ ເກົາຫລີ.
ຂ່າວ: ແກ່ນທ້າວ