ສະຫຼອງຜົນສຳເລັດໃນ ການຮຽນຮູ້ແບບດີຈີຕອນ

22

ການນໍາລະດັບສູງຈາກກະຊວງສຶກສາທິການ ແລະ ກີລາ, ຜູ້ແທນລະດັບສູງຈາກສະຫະພາບເອີຣົບ ແລະ ອົງການຢູນິເຊັບ ປະຈໍາ ສປປ ລາວ ໄດ້ລົງຢ້ຽມຢາມໂຮງຮຽນປະຖົມ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 14 ມີນາ 2024 ເພື່ອຮ່ວມກັນສະເຫຼີມສະຫຼອງຜົນສຳເລັດຂອງຖານຂໍ້ມູນການຮຽນການສອນ “ ຄັງປັນຍາລາວ ” ແລະ ການຮ່ວມມືໃນດ້ານສຶກສາ ໂດຍແນໃສ່ເສີມຂະຫຍາຍໝາກຜົນທາງດ້ານການສຶກສາ ຜ່ານການຄຸ້ມຄອງ ແລະ ການຕິດຕາມຂໍ້ມູນ ພ້ອມທັງການກໍານົດນະໂຍບາຍທີ່ດີກວ່າ.

ງານດັ່ງກ່າວແມ່ນໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ນາງ ຢຸດຕາ ອູພິໄລແນັນ ຄະນະກຳມາທິການ ການຮ່ວມມືສາກົນຂອງເອີຣົບ, ພ້ອມດ້ວຍ ທ່ານ ນາງ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ທ່ານ ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ.


ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ທ່ານ ນາງ ຢຸດຕາ ອູພິໄລແນັນ ໄດ້ມອບເຄື່ອງແທັບແລັດໃຫ້ແກ່ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ໂຮງຮຽນປະຖົມທີ່ໄດ້ລົງຢ້ຽມຢາມໃນຄັ້ງນີ້ ເພື່ອເປັນການສະແດງໃຫ້ເຫັນເຖິງຜົນປະໂຫຍດຂອງການຫັນເປັນດີຈີຕອນ ແລະ ການນຳໃຊ້ເຄື່ອງມືດີຈີຕອນໃນການສຶກສາ ເພື່ອເສີມສ້າງການຮຽນຮູ້ສໍາລັບນັກຮຽນ ແລະ ພັດທະນາທັກສະຂອງຄູ – ອາຈານ.

ທ່ານ ນາງ ຢຸດຕາ ອູພິໄລແນັນ ໄດ້ສະແດງຄວາມຊົມເຊີຍ ໂຄງການລິເລີ່ມດັ່ງກ່າວ ແລະ ກ່າວວ່າ: “ ຄັງປັນຍາລາວ ” ເປັນຕົວຢ່າງຂອງຜົນສໍາເລັດທີ່ສະແດງໃຫ້ເຫັນວ່າ ການຮ່ວມມື ແລະ ນະວັດຕະກໍາ ສາມາດນໍາໄປສູ່ການແກ້ໄຂສິ່ງທ້າທາຍທີ່ທັງນັກຮຽນ ແລະ ຄູສອນໄດ້ປະເຊີນໜ້າຢູ່. ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ເຫັນຄວາມຄືບໜ້າຂອງວຽກງານການສຶກສາໃນ ສປປ ລາວ ຜ່ານການຮ່ວມມືກັບສະຫະພາບເອີຣົບ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາລະບົບການສຶກສາທີ່ມີຄວາມຢືດຢຸ່ນ ແລະ ມີຄວາມກວມລວມທີ່ກວ້າງຂວາງ, ພ້ອມຍັງສອດຄ່ອງກັບບັນດາບຸລິມະສິດຂອງປະເທດ ແລະ ຍຸດທະສາດການລົງທຶນຂອງສະຫະພາບເອີຣົບ ”.


ໃນປີ 2021, ກະຊວງສຶກສາທິການ ແລະ ກີລາ ໄດ້ພັດທະນາ “ ຄັງປັນຍາລາວ ” ຂຶ້ນເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ຕໍ່ກັບການສຶກສາໃນ ສປປ ລາວ. ໃນປັດຈຸບັນ, “ ຄັງປັນຍາລາວ ” ໄດ້ມີຜູ້ທີ່ລົງທະບຽນນໍາໃຊ້ແລ້ວຫຼາຍກວ່າ 140.000 ຄົນ, ໂຄງການລິເລີ່ມນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກສະຫະພາບເອີຣົບ ແລະ ເປັນສ່ວນໜຶ່ງຂອງໂຄງການ ສ້າງຖານຂໍ້ມູນການຮຽນຮູ້ ( Learning Passport ) ຂອງອົງການຢູນິເຊັບ ທີ່ສ້າງຂຶ້ນຮ່ວມກັບ ບໍລິສັດ Microsoft ໄດ້ຊ່ວຍຮັບປະກັນການຮຽນຮູ້ຢ່າງຕໍ່ເນື່ອງ ສໍາລັບນັກຮຽນແຕ່ຫ້ອງກຽມປະຖົມ ຈົນເຖິງຂັ້ນ ມ 7 ແລະ ປັບປຸງ ຄວາມຮູ້ທາງດ້ານດີຈີຕອນໃນກຸ່ມນັກຮຽນ ແລະ ຄູ – ອາຈານ.

ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ຍົກໃຫ້ເຫັນເຖິງບົດບາດຂອງ “ ຄັງປັນຍາລາວ ” ໃນການແກ້ໄຂບັນຫາການເຊື່ອມສານທາງດ້ານດີຈີຕອນ: “ ຄັງປັນຍາລາວ ” ເປັນຫຼັກຖານທີ່ຢັ້ງຢືນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຮົາ ໃນການຮັບປະກັນໃຫ້ເດັກທຸກຄົນ ບໍ່ວ່າພວກເຂົາຈະຢູ່ເຂດຕົວເມືອງ ຫຼື ຊົນນະບົດ ໃຫ້ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບໄດ້, ພວກເຮົາຂໍສະແດງຄວາມຂອບໃຈຕໍ່ບັນດາຄູ່ຮ່ວມພັດທະນາຂອງພວກເຮົາ ທີ່ໄດ້ໃຫ້ການສະໜັບສະໜູນ ເພື່ອເຮັດໃຫ້ວິໄສທັດນີ້ກາຍເປັນຄວາມຈິງໄດ້ “.


ໂຄງການສ້າງຖານຂໍ້ມູນການຮຽນຮູ້ ( Learning Passport ) ຂອງອົງການຢູນິເຊັບ ໄດ້ຖືກຮັບການຍ້ອງຍໍວ່າເປັນໜຶ່ງໃນສິ່ງປະດິດທີ່ມີນະວັດຕະກຳທີ່ສຸດ ໂດຍວາລະສານ TIME ໃນປີ 2021 ແລະ ຍັງເປັນຜູ້ເຂົ້າຮອບສຸດທ້າຍສຳລັບລາງວັນ Education and Developing-World Technology ໃນວາລະສານ Fast Company’s 2021 World Changing Ideas ເຊິ່ງໄດ້ສະແດງໃຫ້ເຫັນທ່າແຮງຂອງໂຄງການດັ່ງກ່າວ ເພື່ອເປັນວິທີການແກ້ໄຂສິ່ງທ້າທາຍດ້ານການສຶກສາໃນລະດັບໂລກ ໃນດ້ານການຮັບປະກັນການຮຽນແບບຕໍ່ເນື່ອງ, ການປັບປຸງຄຸນນະພາບການສຶກສາ ແລະ ການສ້າງທັກສະ.