ເດືອນມັງກອນ ສົ່ງອອກສິນຄ້າມູນຄ່າ 561 ລ້ານໂດລາ

38

ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າເດືອນມັງກອນ 2024 ບັນລຸໄດ້ 1.311 ລ້ານໂດລາ; ໃນນີ້ ສົ່ງອອກ 561 ລ້ານໂດລາ, ສິນຄ້າສົ່ງອອກສຳຄັນມີ: ມັນຕົ້ນ, ແຮ່ທອງ, ຄໍາປະສົມ – ຄຳແທ່ງ.
ອີງຕາມຂໍ້ມູນຈາກສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ/Lao PDR Trade Portal ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ( ບໍ່ລວມໄຟຟ້າ ) ຂອງ ສປປ ລາວ ປະຈໍາເດືອນມັງກອນ 2024 ບັນລຸໄດ້ 1.311 ລ້ານໂດລາສະຫະລັດ; ໃນນີ້ ສົ່ງອອກບັນລຸໄດ້ 561 ລ້ານໂດລາສະຫະລັດ, ນໍາເຂົ້າບັນລຸໄດ້ 749 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກຫຼັກ 10 ອັນດັບ ປະກອບມີ: ມັນຕົ້ນ 94 ລ້ານໂດລາສະຫະລັດ, ແຮ່ທອງ 44 ລ້ານໂດລາສະຫະລັດ, ຄໍາປະສົມ, ຄຳແທ່ງ 44 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 39 ລ້ານໂດລາສະຫະລັດ, ແປັງມັນຕົ້ນ 33 ລ້ານໂດລາສະຫະລັດ, ຢາງພາລາ 32 ລ້ານໂດລາສະຫະລັດ, ນໍ້າຕານ 27 ລ້ານໂດລາສະຫະລັດ, ແຮ່ເຫຼັກ 24 ລ້ານໂດລາສະຫະລັດ, ເຫຍື່ອໄມ້ ແລະ ເສດເຈ້ຍ 21 ລ້ານໂດລາສະຫະລັດ ແລະ ໝາກກ້ວຍ 21 ລ້ານໂດລາສະຫະລັດ.


ສິນຄ້ານໍາເຂົ້າ 10 ອັນດັບ ປະກອບມີ: ນ້ຳມັນກາຊວນ 95 ລ້ານໂດລາສະຫະລັດ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 64 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) 62 ລ້ານໂດລາສະຫະລັດ, ພາຫະນະທາງບົກ ( ນອກຈາກລົດຈັກ, ລົດໄຖ ) 53 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 34 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 33 ລ້ານໂດລາສະຫະລັດ, ໄມ້ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍໄມ້ 31 ລ້ານໂດລາສະຫະລັດ, ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ຊູກໍາລັງ… ) 24 ລ້ານໂດລາສະຫະລັດ, ນໍ້າຕານ 23 ລ້ານໂດລາສະຫະລັດ ແລະ ຊິ້ນສ່ວນອາໄຫຼ່ລົດ ( ລວມທັງຢາງ, ແວ່ນ, ໂສ້… ) 23 ລ້ານໂດລາສະຫະລັດ.

ປະເທດທີ່ ສປປ ລາວ ສົ່ງອອກຫຼາຍໃນ 5 ອັນດັບ ມີ: ຈີນ ປະມານ 198 ລ້ານໂດລາສະຫະລັດ, ໄທ ປະມານ 134 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 129 ລ້ານໂດລາສະຫະລັດ, ອົດສະຕຣາລີ ປະມານ 32 ລ້ານໂດລາສະຫະລັດ ແລະ ສ.ອາເມຣິກາ ປະມານ 13 ລ້ານໂດລາສະຫະລັດ.
ປະເທດທີ່ ສປປ ລາວ ນໍາເຂົ້າຫຼາຍໃນ 5 ອັນດັບມີ: ໄທ ປະມານ 309 ລ້ານໂດລາສະຫະລັດ, ຈີນ ປະມານ 298 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 53 ລ້ານໂດລາສະຫະລັດ, ສ.ອາເມຣິກາ 17 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 10 ລ້ານໂດລາສະຫະລັດ.


ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນມັງກອນ ປີ 2024 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກໄຟຟ້າ.
ຫວນຄືນເບິ່ງມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງ ສປປ ລາວ ປະຈໍາເດືອນ 1 ປີ 2023 ບັນລຸໄດ້ ປະມານ 935 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ປະມານ 461 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 474 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 13 ລ້ານໂດລາສະຫະລັດ. ເຫັນໄດ້ວ່າມູນຄ່າການນໍາເຂົ້າ – ສົ່ງອອກເດືອນມັງກອນ 2024 ມີສູງກວ່າຕົ້ນປີຜ່ານມາ ແລະ ຕົວເລກຂາດດຸນກໍເພີ່ມຂຶ້ນຢູ່ທີ່ປະມານ 188 ລ້ານໂດລາສະຫະລັດ.