ຂຸດພົບພະພຸດທະຮູບເກົ່າແກ່ຫຼາຍອົງ ແລະ ສິ້ນສ່ວນເສົາກໍ່ດ້ວຍດິນຈີ່ໂບກດ້ວຍປູນປະທາຍ ທີ່ຫາດຕໍ່ໜ້າດອນເຜິ້ງຄຳ ເມືອງຕົ້ນເຜິ້ງ

50

ຂຸດພົບພະພຸດທະຮູບເກົ່າແກ່ຫຼາຍອົງທີ່ຫາດແມ່ນໍ້າຂອງ ຕໍ່ໜ້າດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໃນນີ້ອົງໃຫຍ່ສຸດສູງ 80 ຊັງຕີແມັດ ໜ້າຕັກກວ້າງ 88 ຊັງຕີແມັດ. ນອກນັ້ນຍັງພົບສິ້ນສ່ວນເສົາກໍ່ດ້ວຍດິນຈີ່ໂບກດ້ວຍປູນປະທາຍ ທີ່ຍັງຫຼົງເຫຼືອໃຫ້ເຫັນລວດລາຍອັນວິຈິດງົດງາມຈໍານວນໜຶ່ງ.

ເນື່ອງຈາກໃນວັນທີ 11 ມີນາ 2024 ທາງວັດທອງທິບ ບ້ານໃຫຍ່ຕົ້ນເຜິ້ງ ໄດ້ພົບສຽນພະພຸດທະຮູບ ແລະ ພະພຸດທະຮູບອົງນ້ອຍທີ່ບໍ່ມີສຽນ ໃນຂະນະທີ່ນາຍຊ່າງພວມປັບຫີນແຮ່ ເພື່ອປູເສັ້ນທາງເບຕົງຂອງວັດ, ສຽນພະພຸດທະຮູບດັ່ງກ່າວແມ່ນຕິດມາໃນກອງແຮ່ຊາຍທີ່ບໍລິສັດຂົນສົ່ງແຫ່ຊາຍ ນໍາໄປຖອກໃຫ້ທາງວັດ.


ຈາກນັ້ນ, ໄດ້ມີການຂຸດຄົ້ນພະພຸດທະຮູບເກົ່າແກ່ທີ່ຫາດແມ່ນໍ້າຂອງ ຕໍ່ໜ້າດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍມີພະເຖລານຸເຖລະ, ການນໍາແຂວງ – ເມືອງ, ມວນຊົນທັງພາຍໃນ ແລະ ຕ່າງປະເທດຫຼັ່ງໄຫຼໄປເບິ່ງການຂຸດຄົ້ນ.

ສຳລັບວັນທີ 16 ມີນາ 2024 ການດຳເນີນການຂຸດຄົ້ນ ແມ່ນນຳໃຊ້ກຳລັງແຮງງານພໍ່ແມ່ປະຊາຊົນບ້ານໃຫຍ່ຕົ້ນເຜິ້ງ ໄດ້ໃຊ້ຈັກສູບນໍ້າອອກຈາກຄູກັ້ນນໍ້າ ເພື່ອສະດວກໃນການຂຸດຄົ້ນ, ໃນລະຫວ່າງທີ່ພວມສູບນໍ້າ ແລະ ກວດກາເບິ່ງພື້ນທີ່ເບື້ອງຕົ້ນ ເພື່ອລໍຖ້າວິຊາການຂຸດຄົ້ນຢູ່ນັ້ນ ມີປະຊາຊົນຄົນໜຶ່ງໄດ້ບອກໃຫ້ທີມງານທີ່ມາຊ່ວຍສູບນໍ້າອີກຄົນໜຶ່ງ ງົມຫາອົງພະຢູ່ຈຸດທີ່ມີເສດເສົາວິຫານເກົ່າ ຈຶ່ງງົມຖືກວັດຖຸທີ່ຄ້າຍຄືກັບສຽນພະພຸດທະຮູບ, ໝັ້ນໃຈວ່າມີອົງພະພຸດທະຮູບແທ້ ຈຶ່ງໄດ້ຕັດສິນໃຈຊ່ວຍກັນຍົກຂຶ້ນມາ ເຊິ່ງພະພຸດທະຮູບອົງດັ່ງກ່າວແມ່ນພະພຸດທະຮູບ, ບໍ່ມີເກດໂມລີ, ຂະໜາດລວງສູງລວມ 1,16 ແມັດ, ລວມສູງສະເພາະອົງພະສູງ 80 ຊັງຕີແມັດ, ບ່າໄຫຼ່ ກວ້າງ 56 ຊັງຕີແມັດ, ໜ້າຕັກກວ້າງ 88 ຊັງຕີແມັດ, ຖານຮອງນັ່ງສູງ 6,5 ຊັງຕີແມັດ ກວ້າງ 86 ຊັງຕີແມັດ.


ຈາກນັ້ນ, ກໍໄດ້ສືບຕໍ່ຂຸດຄົ້ນ ແລະ ພົບພະພຸດທະຮູບເກົ່າແກ່ອົງອື່ນໆ ເຊິ່ງນໍາໄປປະດິດສະຖານໄວ້ທີ່ວັດທອງທິບ ພັດທະນາຣາມໃຫຍ່ຕົ້ນເຜິ້ງ ສ່ວນໃນວັນທີ 17 ມີນານີ້ ແມ່ນໄດ້ສືບຕໍ່ສູບນໍ້າອອກຈາກຄູກັ້ນນໍ້າ ແລະ ດຳເນີນການຂຸດຄົ້ນຕໍ່ໄປ.
ການຂຸດຄົ້ນໃນວັນທີ 17 ມີນາ ໄດ້ພົບພະພຸດທະຮູບສຳລິດ, ມີຖານຫຼ່ຽມ 3 ຊັ້ນ ບົວຫງາຍ 1 ອົງ. ຈາກນັ້ນ, ກໍໄດ້ຂຸດພົບພະພຸດທະຮູບອົງອື່ນໆຢ່າງຕໍ່ເນື່ອງ ເຊິ່ງສ່ວນໃຫຍ່ເປັນພະພຸດທະຮູບສຳລິດຂະໜາດນ້ອຍ ຈໍານວນ 7 ອົງ, ພະພິມຮູບແບບຕ່າງໆ. ພິເສດພົບສິ້ນສ່ວນເສົາກໍ່ດ້ວຍດິນຈີ່ໂບກດ້ວຍປູນປະທາຍທີ່ຍັງຫຼົງເຫຼືອໃຫ້ເຫັນລວດລາຍອັນວິຈິດງົດງາມຈໍານວນໜຶ່ງ.

ຈາກພະອາຈານໃຫຍ່ ອາຊຍາທັມ ຄຳເງິນ ຄຳວົງ ປະທານອົງການພຸດທະສາສະໜາສຳພັນລາວແຂວງບໍ່ແກ້ວ, ພະອາຈານ ຈຸ່ມ ວັດຊະຣະ ຫົວໜ້າກັມມາທິການ ອພສ ແຂວງ ເຈົ້າອະທິການວັດສີບຸນເຮືອງ, ພະອາຈານ ສົມສັກ ທິບພະສອນ ປະທານ ອພສ ເມືອງຕົ້ນເຜິ້ງ ກໍອາຣາດທະນາອັງເຊີນໄປປະດິດສະຖານໄວ້ທີ່ວັດທອງທິບພັດທະນາຣາມ.

ຫຼ້າສຸດອີງຕາມຂໍ້ມູນຈາກກົມມໍຣະດົກ ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ໃນວັນທີ 19 ມີນາ 2024 ໃຫ້ຮູ້ວ່າ:ການຂຸດຄົ້ນໄດ້ເລີ່ມຕົ້ນແຕ່ວັນທີ 16-18ມີນາ ເປັນເວລາ 3 ວັນ ພະພຸດທະຮູບທີ່ຂຸດຄົ້ນໄດ້ທັງອົງໃຫຍ່ ແລະອົງນ້ອຍ(ນ້ອຍສຸດປະມານ20-25ຊັງຕີແມັດ) ລວມທັງໝົດ38ອົງ ແລະ ຍັງຈະສືບຕໍ່ຂຸດຄົ້ນ.