ປຶກສາຫາລືຜົນການສຶກສາສຳຫຼວດ ແຜນພັດທະນາລະບົບ ຢັ້ງຢືນຕົວຕົນດີຈີຕອນ

32

ສູນບໍລິຫານລັດດີຈີຕອນ ( ສລດ ) ກະຊວງເຕັກໂນໂລຊີ ແລະ ການສື່ສານ ( ກຕສ ) ໄດ້ຈັດກອງປະຊຸມປຶກສາຫາລືຜົນຂອງການສຶກສາສຳຫຼວດ ແຜນພັດທະນາລະບົບຢັ້ງຢືນຕົວຕົນດີຈີຕອນຂອງ ສປປ ລາວ ຂຶ້ນໃນວັນທີ 15 ມີນາ 2024 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ.


ເປັນປະທານຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ; ມີຜູ້ຕາງໜ້າຈາກກະຊວງພາຍໃນ ແລະ ການສື່ສານ ປະເທດຍີ່ປຸ່ນ, ບໍລິສັດ Ryobi system, ບໍລິສັດ NEC ແລະ ບັນດາກົມ/ທຽບເທົ່າ ຂອງ ກຕສ ພ້ອມດ້ວຍບັນດາກະຊວງອ້ອມຂ້າງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ແມ່ນເພື່ອລາຍງານຜົນຂອງການສຶກສາສຳຫຼວດ ແຜນພັດທະນາລະບົບຢັ້ງຢືນຕົວຕົນດີຈີຕອນ ຂອງ ສປປ ລາວ ແລະ ປຶກສາຫາລືຕໍ່ແຜນພັດທະນາດັ່ງກ່າວ ກັບບັນດາກະຊວງທີ່ກ່ຽວຂ້ອງ. ການສຶກສາ ແລະ ສໍາຫຼວດ ແຜນພັດທະນາລະບົບຢັ້ງຢືນຕົວຕົນດີຈີຕອນໃນຄັ້ງນີ້ ແມ່ນເປັນກິດຈະກຳ ພາຍໃຕ້ຂອບການຮ່ວມມືລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ກະຊວງພາຍໃນ ແລະ ການສື່ສານ ປະເທດຍີ່ປຸ່ນ ເພື່ອຊ່ວຍສະໜັບສະໜູນວຽກງານຫັນເປັນດີຈີຕອນຂອງ ສປປ ລາວ; ການຈັດຕັ້ງປະຕິບັດວຽກງານນີ້ ກະຊວງພາຍໃນ ແລະ ການສື່ສານປະເທດຍີ່ປຸ່ນ ໄດ້ມອບໃຫ້ ບໍລິສັດ Ryobi System ແລະ ບໍລິສັດ NEC ປະເທດຍີ່ປຸ່ນ ດຳເນີນການ ແລະ ຝ່າຍ ສປປ ລາວ ຮ່ວມສຶກສາໂດຍ ສູນບໍລິຫານລັດດີຈີຕອນ, ກຕສ.

ການສຶກສາສຳຫຼວດ ແຜນພັດທະນາລະບົບຢັ້ງຢືນຕົວຕົນດີຈີຕອນ ຂອງ ສປປ ລາວ ພາຍໃຕ້ຂອບການຮ່ວມມືດັ່ງກ່າວ ໄດ້ດໍາເນີນໄປເປັນເວລາ 6 ເດືອນ ( ລະຫວ່າງເດືອນກັນຍາ 2023 ຫາ ເດືອນມີນາ 2024 ) ໂດຍໄດ້ມີການຈັດສຳມະນາແນະນໍາເບື້ອງຕົ້ນ ກ່ຽວກັບການຢັ້ງຢືນຕົວຕົນດີຈີຕອນ ແລະ ການລົງເກັບກຳຂໍ້ມູນຢູ່ 12 ຂະແໜງການ ແລະ ນຳຂໍ້ມູນມາວິເຄາະ, ປະເມີນ, ສ້າງບົດລາຍງານ ແລະ ຈັດສໍາມະນາປຶກສາຫາລືເຜີຍແຜ່ຜົນການສຶກສາ.


ທ່ານ ແກ້ວວິສຸກ ໂສລະພົມ ກ່າວວ່າ: ຈາກບົດຮຽນຂອງຫຼາຍປະເທດ ການກ້າວໄປສູ່ການບໍລິການຜ່ານທາງດີຈີຕອນ ແມ່ນຈຳເປັນຕ້ອງມີລະບົບທີ່ສາມາດພິສູດ ແລະ ຢັ້ງຢືນຕົວຕົນດີຈີຕອນ ຂອງບຸກຄົນໃນໜຶ່ງໃນປະເທດ ເພື່ອອໍານວຍຄວາມສະດວກໃນການຢັ້ງຢືນຄວາມຖືກຕ້ອງໃນການເຮັດທຸລະກໍາເອເລັກໂຕຣນິກ ແລະ ປ້ອງກັນການສໍ້ໂກງ ຫຼື ອາດຊະຍາກຳທາງດີຈີຕອນ. ສະນັ້ນ, ລະບົບພິສູດ ແລະ ຢັ້ງຢືນຕົວຕົນທາງດີຈີຕອນ ຈຶ່ງມີຄວາມຈຳເປັນຫຼາຍ ສຳລັບວຽກງານທຸກຂະແໜງການທັງພາກລັດ ແລະ ພາກທຸລະກິດ.

ກອງປະຊຸມຄັ້ງນີ້, ບັນດາຜູ້ຊ່ຽວຊານຈາກປະເທດຍີ່ປຸ່ນ ໄດ້ລາຍງານສະພາບການສຶກສາ, ຍົກໃຫ້ເຫັນສິ່ງທ້າທາຍ ແລະ ແນວທາງການແກ້ໄຂ ສຳລັບການພັດທະນາລະບົບຢັ້ງຢືນຕົວຕົນ, ພ້ອມທັງນຳສະເໜີແຜນການສຳລັບການຈັດຕັ້ງປະຕິບັດ, ຄຽງຄູ່ກັນນັ້ນຕາງໜ້າສູນບໍລິຫານລັດດີຈີຕອນ ກໍໄດ້ລາຍງານການພັດທະນາລັດຖະບານດີຈີຕອນ ແລະ ຍົກໃຫ້ເຫັນຄວາມສຳຄັນຂອງການພັດທະນາລະບົບຢັ້ງຢືນຕົວຕົນດີຈີຕອນຢູ່ ສປປ ລາວ. ໃນວາລະກອງປະຊຸມ, ຜູ້ຕາງໜ້າບັນດາກະຊວງ, ກົມກອງ ໄດ້ປະກອບຄຳເຫັນ ເຊິ່ງໄດ້ເຂົ້າໃຈ ແລະ ສະໜັບສະໜູນການພັດທະນາລະບົບຢັ້ງຢືນຕົວຕົນຢູ່ ສປປ ລາວ ແລະ ຍັງໄດ້ສະເໜີໃຫ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍົກລະດັບໂຄງລ່າງພື້ນຖານທີ່ຈຳເປັນສຳລັບການພັດທະນາລະບົບດັ່ງກ່າວ ໂດຍສະເພາະດ້ານຂໍ້ມູນເພື່ອເປັນພື້ນຖານໃຫ້ແກ່ການພິສູດຕົວຕົນ.

ພາຍຫຼັງສຳເລັດກອງປະຊຸມນີ້, ຄະນະຮັບຜິດຊອບຈະສືບຕໍ່ປັບປຸງບົດສຶກສາຄົ້ນ ຄວ້າດັ່ງກ່າວ ແລະ ເປັນເອກະສານອ້າງອີງໃນການຕໍ່ຍອດການຮ່ວມມືຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ໃນຂົງເຂດດີຈີຕອນໃນຕໍ່ໜ້າ.