ຈີນ ຈັດສັນງົບປະມານສະໜັບສະໜູນການເຮັດກະສິກຳ

48

ສຳນັກຂ່າວ ຊິນຮວາ ລາຍງານວ່າ: ວັນທີ 13 ເດືອນມີນາ ກະຊວງການເງິນ ແລະ ກະຊວງກະສິກຳ ແລະ ກິດຈະການຊົນນະບົດຂອງ ຈີນ ຮ່ວມກັນຈັດສັນງົບປະມານຈຳນວນ 830 ລ້ານຢວນ ເພື່ອສະໜັບສະໜູນການເຮັດກະສິກຳໃນລະດູການປີນີ້.

อาจเป็นรูปภาพของ 1 คน, เครื่องเกี่ยวนวด และ พื้นหญ้า

ບ້ວງເງິນທຶນດັ່ງກ່າວ ຈະຊຸກຍູ້ເຂົ້າໃນການປ້ອງກັນ ແລະ ບັນເທົາໄພພິບັດທີ່ກ່ຽວຂ້ອງກັບການປູກພືດທົດແທນ ລວມເຖິງການຟື້ນຟູສິ່ງອຳນວຍຄວາມສະດວກດ້ານກະສິກຳ, ການລ້ຽງສັດ ແລະ ການປະມົງໃນພາກພື້ນລະດັບ ແຂວງ 12 ແຫ່ງ.

ໃນນັ້ນລວມມີ ຈຽງຊູ, ອັນຮຸຍ, ເຫີໜານ, ຫູເປີຍ ແລະ ຫູໜານ. ໃນຂະນະທີ່ຜົນການຜະລິດທັນຍາພືດຂອງຈີນ ຢູ່ໃນລະດັບສູງສຸດເປັນປະຫວັດສາດ ລວມມີ 695,4 ລ້ານໂຕນ ເມື່ອປີກາຍ, ສະເລ່ຍທັນຍາພືດຕໍ່ຫົວຄົນ ລວມມີ 493 ກິໂລກຣາມ ເປັນຕົວເລກເພີ່ມຂຶ້ນຫຼາຍກວ່າທີ່ກຳນົດໄວ້.