ໂອ້ຍ! ເດືອນດຽວມີຜູ້ເສຍຊີວິດ 100 ກວ່າຄົນແລ້ວຈາກອຸບັດຕິເຫດ

161

ການປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດ ຫຼື ຖ້າເກີດກໍ່ໃຫ້ເບົາບາງ ອາການຜູ້ປະສົບເຫດບໍເຖິງຊີວິດຈະແກ້ໄຂໄດ້ລະດັບໜຶ່ງຖ້າທຸກຄົນພ້ອມກັນເຄົາລົບກົດຈະລາຈອນ, ເມົາບໍ່ຂັບ, ບໍ່ຂັບຂີ່ໄວເກີນໄປ.

May be an image of 5 people, motorcycle, scooter and road

ຕາມຂ່າວໃຫ້ຮູ້ວ່າ ໃນໄລຍະເດືອນກຸມພາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 101 ຄົນ, ມີຜູ້ບາດເຈັບ 1.192 ຄົນ ແລະ ມີພາຫະນະເປ່ເພ 1.387 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 630 ຄັ້ງ, ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນເດືອນມັງກອນທີ່ຜ່ານມາ ຫຼຸດລົງ 18 ຄົນ ຊຶ່ງມີຜູ້ເສຍຊີວິດ 119 ຄົນ.

May be an image of 3 people and lumberyard

ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ ວ່າ: ສະເພາະເດືອນກຸມພາ 2024 ທີ່ຜ່ານມາ, ນະຄອນຫຼວງວຽງຈັນ ຍັງເກີດອຸບັດເຫດ ແລະ ມີຜູ້ເສຍຊີວິດຫຼາຍກວ່າແຂວງອື່ນໆ ໃນຂອບເຂດທົ່ວປະເທດ ຊຶ່ງມີຈໍານວນຜູ້ເສຍຊີວິດເຖິງ 13 ຄົນ ຈາກອຸບັດເຫດທີ່ເກີດຂຶ້ນ 91 ຄັ້ງ, ຮອງລົງມາແມ່ນ ແຂວງ ຈໍາປາສັກ ມີຜູ້ເສຍຊີວິດ 12 ຄົນ ຈາກອຸບັດເຫດທີ່ເກີດຂຶ້ນ 89 ຄັ້ງ ແລະ ແຂວງ ອື່ນໆ ອີກ.

May be an image of 5 people, motorcycle, scooter and text

ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດ ຍັງໜ້າເປັນຫ່ວງ ເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດ ຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍ່ຕາມ, ຊຶ່ງສາເຫດທີ່ພາໃຫ້ເກີດອຸບັດເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະຂັບ​ຂີ່​ໄວ​ເກີນ​ກຳ­ນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ, ໃນນັ້ນ ອຸບັດເຫດສ່ວນໃຫຍ່ ແມ່ນເກີດຂຶ້ນນັບແຕ່ເວລາ 17:00-24:00 ໃນກຸ່ມອາຊີບກໍາມະກອນ ແລະ ກຸ່ມນັກຮຽນ ນັກສຶກສາ.

May be an image of 8 people, scooter, car, motorcycle, road and text that says 'ยุด STOP'