ໂອເປັກ ຄາດຄະເນການເຕີບໂຕຄວາມຕ້ອງການນ້ຳມັນຂອງໂລກ

34

ຂ່າວສານຫວຽດນາມ ລາຍງານວ່າ: ໃນບົດລາຍງານຕະຫຼາດນ້ຳມັນລາຍເດືອນທີ່ເຜີຍແຜ່ໃນວັນທີ 12 ມີນາຜ່ານມາ, ອົງການບັນດາປະເທດຜູ້ສົ່ງອອກນ້ຳມັນ ( OPEC ) ໄດ້ຮັກສາການຄາດຄະເນການເຕີບໂຕຂອງຄວາມຕ້ອງການນ້ຳມັນໂລກ ໃນປີ 2024 ແລະ 2025 ບໍ່ປ່ຽນແປງ; ໃນຂະນະດຽວກັນໄດ້ຍົກລະດັບການຄາດຄະເນການເຕີບໂຕຂອງເສດຖະກິດໂລກໃນປີນີ້ ຍ້ອນການເຕີບໂຕທີ່ດີຂຶ້ນຂອງພື້ນຖານເສດຖະກິດຂອງອາເມຣິກາ ແລະ ອິນເດຍ.

อาจเป็นรูปภาพของ 1 คน

ບົດລາຍງານຫຼ້າສຸດຂອງ OPEC ຄາດຄະເນວ່າ: ຄວາມຕ້ອງການນ້ຳມັນຂອງໂລກໃນປີ 2024 ແລະ 2025 ຈະເພີ່ມຂຶ້ນເປັນ 2,2 ລ້ານບາເຣນຕໍ່ວັນ ແລະ 1,8 ລ້ານບາເຣນຕໍ່ວັນ ຕາມລຳດັບ, ບໍ່ປ່ຽນແປງຈາກລະດັບການຄາດຄະເນໃນເດືອນກ່ອນ.

ກ່ອນໜ້ານັ້ນ, ອົງການພະລັງງານສາກົນ ( IEA ) ໄດ້ຄາດຄະເນວ່າຄວາມຕ້ອງການນ້ຳມັນຂອງໂລກຈະເພີ່ມຂຶ້ນພຽງ 1,2 ລ້ານບາເຣນຕໍ່ວັນ ໃນປີ 2024, ຍ້ອນການບໍລິໂພກຂອງຈີນຫຼຸດຊ້າລົງ.

ບົດລາຍງານໃນເດືອນມີນາຂອງ OPEC ຍັງໄດ້ຍົກລະດັບການຄາດຄະເນການເຕີບໂຕຂອງເສດຖະກິດໂລກໃນປີນີ້ເປັນ 2,8% ເມື່ອທຽບໃສ່ກ່ອນໜ້ານີ້ 2,7%, ຍ້ອນທ່າອ່ຽງການເຕີບໂຕທາງບວກຢູ່ເອີຣົບ ແລະ ຍີ່ປຸ່ນ ໃນໄຕມາດທຳອິດຂອງປີ 2024.