ການເສີມສ້າງຄວາມອຸດົມຮັ່ງມີ (III)

85

ການລົງທຶນແມ່ນສິ່ງທີ່ສຳຄັນຫຼາຍໃນການເສີມສ້າງ ຄວາມອຸດົມຮັ່ງມີ, ແມ່ນສິ່ງທີ່ຈະສົ່ງຜົນເຮັດໃຫ້ສາມາດສ້າງຄວາມອຸດົມຮັ່ງມີໄດ້ໄວຍິ່ງຂຶ້ນ ແລະ ຍັງເປັນສິ່ງທີ່ຊ່ວຍປ້ອງກັນບໍ່ໃຫ້ເງິນສະສົມທີ່ເຮົາມີຢູ່ເສື່ອມຄ່າລົງຕາມສະພາວະເງິນເຟີ້ ການນຳເອົາເງິນໄປລົງທຶນແມ່ນບໍ່ພຽງແຕ່ຈະເປັນການປ້ອງກັນມູນຄ່າຂອງເງິນທີ່ມີຢູ່ບໍ່ໃຫ້ຫຼຸດລົງ, ພ້ອມນັ້ນຍັງຈະເປັນການສ້າງມູນຄ່າເພີ່ມໃຫ້ກັບຕົວມັນເອງ ໂດຍການນຳໄປລົງທຶນ ຫຼື ກໍຄືການເສີມສ້າງຄວາມຮັ່ງມີຈາກເງິນທີ່ມີຢູ່.

อาจเป็นรูปภาพของ ไข่แดง

ການທີ່ຈະລົງທຶນໃຫ້ປະສົບຜົນສໍາເລັດນັ້ນ ແມ່ນຕ້ອງມີການວາງແຜນໃນການລົງທຶນ ເຊິ່ງມີປັດໄຈທີ່ຈະຕ້ອງພິຈາລະນາຫຼັກໆຢູ່ 4 ຢ່າງ ໂດຍຜ່ານມາເຮົາໄດ້ນຳສະເໜີ ກ່ຽວກັບຢ່າງທີ 1, 2 ແລະ 3 ໄປແລ້ວ ແລະ ມາໃນອາທິດນີ້ເຮົາຈະມາສະເໜີກ່ຽວກັບຢ່າງທີ 4 ເຊິ່ງເປັນຢ່າງສຸດທ້າຍຂອງສິ່ງທີ່ຈະຕ້ອງພິຈາລະນາໃນການວາງແຜນການລົງທຶນວ່າມີຄືແນວໃດ?.

ไม่มีคำอธิบายรูปภาพ

  1. ຮູ້ຈັດສັນເງິນລົງທຶນ: ສິ່ງສຳຄັນຢ່າງໜຶ່ງທີ່ລືມບໍ່ໄດ້ເລີຍນັ້ນກໍຄື ໃນໂລກນີ້ບໍ່ມີຫຍັງທີ່ໄດ້ມາໂດຍປາສະຈາກຄ່າໃຊ້ຈ່າຍ, ໝາກຜົນຈາກການລົງທຶນທີ່ໄດ້ຮັບຫຼາຍ ກວ່າເງິນຝາກ ຈຶ່ງມາພ້ອມກັບຄວາມສ່ຽງທີ່ເພີ່ມຂຶ້ນ ແຕ່ຖ້າຫາກສາມາດຈັດການກັບ ຄວາມສ່ຽງເຫຼົ່ານັ້ນໄດ້ ໂດຍການຈັດສັນເງິນລົງທຶນໄປສູ່ທາງເລືອກອື່ນທີ່ຫຼາກຫຼາຍ. ດັ່ງສຸພາສິດກ່າວໄວ້ວ່າ Don’t put all eggs in one basket ເຊິ່ງມີຄວາມໝາຍວ່າ: ຢ່າວາງໄຂ່ທັງໝົດໄວ້ໃນກະຕ່າໜ່ວຍດຽວ ຖ້າຫາກກະຕ່ານັ້ນເກີດຕົກ ໄຂ່ທັງໝົດກໍຈະແຕກນຳກັນໝົດ, ແຕ່ຖ້າເອົາໄຂ່ວາງໄວ້ໃນກະຕ່າຫຼາຍໆໜ່ວຍ ເມື່ອມີກະຕ່າໃດໜຶ່ງຫາກຕົກ ແລະ ໄຂ່ແຕກ, ເຮົາກໍພໍອຸ່ນໃຈໄດ້ວ່າຍັງມີກະຕ່າອີກຈຳນວນໜຶ່ງທີ່ຍັງມີໄຂ່ບັນຈຸເຫຼືອຢູ່.
  2. ไม่มีคำอธิบายรูปภาพ

ໃນເລື່ອງການລົງທຶນກໍເຊັ່ນດຽວກັນ ເຮົາບໍ່ຄວນລົງທຶນໃນລັກສະນະທຸ່ມເທໄປກັບການລົງທຶນປະເພດໃດໜຶ່ງຫຼາຍເກີນໄປ ເພາະຖ້າຫາກຜົນໄດ້ຮັບບໍ່ເປັນໄປຕາມທີ່ຄາດໄວ້ ກໍອາດສູນເສຍເງິນທັງໝົດໃນເທື່ອດຽວໄດ້ ແຕ່ຖ້າຮູ້ຈັກຈັດສັນການລົງທຶນຢ່າງເໝາະສົມ ໂດຍພິຈາລະນາເຖິງຄວາມສໍາພັນ ແລະ ທິດທາງການຂຶ້ນ – ລົງຂອງລາຄາທີ່ແຕກຕ່າງກັນ, ການຂາດທຶນຈາກການລົງທຶນປະເພດໜຶ່ງ ອາດຖືກຊົດເຊີຍດ້ວຍກໍາໄລຈາກການລົງທຶນປະເພດອື່ນ ເຊິ່ງນອກຈາກຈະຊ່ວຍຫຼຸດຄວາມສ່ຽງໄດ້ແລ້ວ ຍັງຊ່ວຍໃຫ້ໄດ້ຮັບຜົນຕອບແທນຢ່າງຕໍ່ເນື່ອງ.