ໂຮງງານຕັດແຕ່ງ ແລະ ແປຮູບໝູ ດອນດູ່ ພ້ອມສະໜອງຊີ້ນທີ່ສະອາດປອດໄພສູ່ສັງຄົມ

71

ກ່ອນປີໃໝ່ ແລະ ຫຼັງປີໃໝ່ລາວ ເປັນໄລຍະທີ່ສັງຄົມບໍລິໂພກຊີ້ນຂ້ອນຂ້າງຫຼາຍ ທາງໂຮງງານຕັດແຕ່ງ ແລະ ແປຮູບໝູ ດອນດູ່ ແມ່ນມີຄວາມກຽມພ້ອມສະໜອງຊີ້ນທີ່ສະອາດ ແລະ ປອດໄພສູ່ສັງຄົມ ໂດຍສະເພາະໃນນະຄອນຫຼວງວຽງຈັນ.
ທ່ານ ຄໍາຫຼ້າ ແສງດາວົງ ຜູ້ອໍານວຍການລັດວິສາຫະກິດສະບຽງອາຫານນະຄອນຫຼວງ ໃຫ້ຮູ້ວ່າ: ປັດຈຸບັນໂຮງງານຕັດແຕ່ງ ແລະ ແປຮູບໝູ ດອນດູ່ ແມ່ນໄດ້ຮັບການຮັບຮອງຄຸນນະພາບ ແລະ ການບໍລິການ GHPs ເຊິ່ງຖືເປັນໂຮງງານຂະໜາດນ້ອຍ ແຕ່ໄດ້ມາດຕະຖານສາກົນ. ກ່ອນຈະມາຮອດຈຸດນີ້ໄດ້ ກໍໃຊ້ເວລາຫຼາຍປີສົມຄວນ ທັງຜູ້ບໍລິຫານ, ພະນັກງານ ຕະຫຼອດຮອດຜູ້ໃຊ້ບໍລິການຕ້ອງໄດ້ເຂັ້ມງວດດ້ານລະບຽບການຕ່າງໆໄປຕາມຂັ້ນຕອນນໍາກັນ.

ທ່ານ ຄໍາຫຼ້າ ແສງດາວົງ ກ່າວວ່າ: ລະບົບພວກເຮົາມີການຕິດຕາມຕັ້ງແຕ່ຂັ້ນຕອນການລ້ຽງ; ເມື່ອສັດເກີດມາແລ້ວໃຊ້ວັກຊີນຫຍັງ, ກິນອາຫານຫຍັງ, ຢູ່ແນວໃດ, ຄອກແນວໃດ, ໃຜລ້ຽງ; ຕໍ່ມາແມ່ນການຈັດສົ່ງເຂົ້າໂຮງງານກໍມີສັດຕະວະແພດກວດພະຍາດສັດກ່ອນ 15 ມື້, ຈາກນັ້ນຈຶ່ງເຮັດໃບເຄື່ອນຍ້າຍສູ່ໂຮງງານ. ຫຼັງຄົວແລ້ວ ກໍມີໜ່ວຍງານກວດຕື່ມ ຫາກເຫັນມີບັນຫາກໍຈະນໍາເອົາໄປທໍາລາຍຖິ້ມ ແຕ່ຕະຫຼອດ 10 ກວ່າປີມານີ້ ແມ່ນບໍ່ພົບເຫັນບັນຫາ ຫຼື ພົບສັດມີພະຍາດຫຼັງການຄົວ ເພາະມີລະບົບ ແລະ ຂັ້ນຕອນການລ້ຽງທີ່ຂ້ອນຂ້າງດີ.
ໄລຍະເທສະການຕ່າງໆການບໍລິໂພກຊີ້ນສັດແມ່ນເພີ່ມຂຶ້ນ ໂດຍສະເພາະຊີ້ນໝູ; ສໍາລັບປີໃໝ່ລາວໃນແຕ່ລະປີ ກໍຈະມີການຊື້ຊີ້ນ ຫຼື ບໍລິໂພກຊີ້ນໝູຫຼາຍໄລຍະກ່ອນ ແລະ ຫຼັງປີໃໝ່ ເພາະສະນັ້ນທາງໂຮງງານກໍມີການກຽມພ້ອມຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດ.


ປັດຈຸບັນ ຊີ້ນໝູຈາກໂຮງງານຕັດແຕ່ງ ແລະ ແປຮູບໝູ ດອນດູ່ ແມ່ນມີການສະໜອງໃນນະຄອນຫຼວງເປັນຕົ້ນຕໍ ແລະ ຕ່າງແຂວງຈໍານວນໜຶ່ງ; ໃນນັ້ນ ການສະໜອງໃນນະຄອນຫຼວງ ຕອບສະໜອງໄດ້ປະມານ 60% ເຊິ່ງມີການສະໜອງໃນປະລິມານ 500 ໂຕຕໍ່ມື້ ຄາດວ່າປີ 2025 ອາດເພີ່ມຂຶ້ນເປັນ 600 ໂຕ. ທັງນີ້ກໍອີງໃສ່ທິດທາງຂອງລັດຖະບານທີ່ຫັນສູ່ກຸ້ມຕົນເອງ ຫຼື ຫຼຸດຜ່ອນການນໍາເຂົ້າ ແລະ ໃນນາມການເປັນເຈົ້າພາບຈັດກອງປະຊຸມອາຊຽນທາງໂຮງງານກໍຍິ່ງເນັ້ນເຖິງມາດຕະຖານ ຄໍານຶງເຖິງ ຄວາມສະອາດປອດໄພເປັນທີ່ຕັ້ງສະເໝີ.
ຊີ້ນຈາກໂຮງງານ ຕັດແຕ່ງ ແລະ ແປຮູບໝູ ດອນດູ່ ຍັງໄດ້ຮ່ວມມືກັບ ບໍລິສັດ ຊີພີລາວ ໃນການຈໍາໜ່າຍທັງຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ຈໍານວນໜຶ່ງ.