ລັດຖະມົນຕີກະຊວງການເງິນ ເຄື່ອນໄຫວ ຊຸກຍູ້ວຽກງານ ຢູ່ແຂວງສະຫວັນນະເຂດ

55

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ, ຕິດຕາມ ແລະ ຊຸກຍູ້ວຽກງານທີ່ພະແນກການເງິນ ແຂວງສະຫວັນນະເຂດ ໃນວັນທີ 11 ມີນາ ໂດຍການຕ້ອນຮັບຂອງ ທ່ານ ນາງ ບົວສະຫວັນ ລຸຍບົວທອງ ຫົວໜ້າພະແນກການເງິນແຂວງ, ມີຫົວໜ້າ – ຮອງຫົວໜ້າພາສີ, ສ່ວຍສາອາກອນ, ຄັງເງິນແຫ່ງຊາດ ປະຈຳແຂວງ ແລະ ພະນັກງານຫຼັກແຫຼ່ງຂະແໜງການເງິນແຂວງ ເຂົ້າຮ່ວມ.

ພາຍໃນກອງປະຊຸມ, ທ່ານຫົວໜ້າພະແນກການເງິນ ແຂວງສະຫວັນນະເຂດ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດລາຍຮັບ – ລາຍຈ່າຍຂອງແຂວງ ປີ 2023 ແລະ ທິດທາງແຜນການປີ 2024 ໂດຍຫຍໍ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023, ດ້ານລາຍຮັບ ສາມາດປະຕິບັດໄດ້ 3.067,43 ຕື້ກີບ ເທົ່າກັບ 136,43% ຂອງແຜນການປີ ເກີນແຜນ 36,43% ເປັນເງິນ 819,10 ຕື້ກີບ, ຖ້າທຽບໄລຍະດຽວ ເພີ່ມຂຶ້ນ 45,82%.


ໃນນີ້, ລາຍຮັບພູດສູນກາງ ປະຕິບັດໄດ້ 1.479,99 ຕື້ກີບ ເທົ່າກັບ 134,54% ຂອງແຜນປີ, ເກີນແຜນ 34,54% ເປັນເງິນ 379,99 ຕື້ກີບ, ທຽບໄລຍະດຽວ ເພີ່ມຂຶ້ນ 27,30%, ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ 1.587,43 ຕື້ກີບ ເທົ່າກັບ 138,24% ຂອງແຜນປີ ເກີນແຜນ 38,24% ເປັນເງິນ 439,10 ຕື້ກີບ, ຖ້າທຽບໄລຍະດຽວ ເພີ່ມຂຶ້ນ 68,71%.
ການຈັດເກັບລາຍຮັບຂອງ 14 ເມືອງ ແລະ ນະຄອນ ສາມາດປະຕິບັດໄດ້ 95,28 ຕື້ກີບ ເທົ່າກັບ 130,25% ຂອງແຜນການປີ, ເກີນແຜນ 30,25% ເປັນເງິນ 22,13 ຕື້ກີບ. ທັງ 14 ເມືອງ ແລະ ນະຄອນ ສາມາດປະຕິບັດລາຍຮັບໄດ້ເກີນແຜນທັງໝົດ; ດ້ານລາຍຈ່າຍປີ 2023 ສາມາດປະຕິບັດລາຍຈ່າຍໄດ້ 1.070,14 ຕື້ກີບ ເທົ່າກັບ 99,18% ຂອງແຜນການໝົດປີ, ໃນນີ້ ມີລາຍຈ່າຍວິຊາການ 44,72 ຕື້ກີບ ເທົ່າກັບ 98,41% ຂອງແຜນການປີ.

ພ້ອມນັ້ນ, ຍັງໄດ້ລົງເລິກບັນຫາ, ຂໍ້ຫຍຸ້ງຍາກ, ມາດຕະການແກ້ໄຂ ແລະ ທິດທາງແຜນການປີ ເພື່ອພ້ອມກັນສູ້ຊົນຈັດຕັ້ງຜັນຂະຫຍາຍການສ້າງຖານລາຍຮັບໃໝ່ໃຫ້ມີຄວາມໝັ້ນຄົງ – ຍືນຍົງ, ເປັນຖານລາຍຮັບທີ່ສາມາດເຄື່ອນໄຫວໄດ້ຢ່າງຕໍ່ເນື່ອງໃນຫຼາຍປີຂຶ້ນໄປເລື້ອຍໆ.
ໂອກາດດັ່ງກ່າວ, ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງ ຄວາມຊົມເຊີຍມາຍັງຄະນະພັກ – ຄະນະນຳຂອງແຂວງ ທີ່ໄດ້ເອົາໃຈໃສ່ນຳພາ – ຊີ້ນຳຢ່າງໃກ້ຊິດ ຕໍ່ກັບການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງມີຜົນສຳເລັດ ໂດຍສະເພາະພະແນກການເງິນແຂວງສະຫວັນນະເຂດ.


ພ້ອມນັ້ນ, ທ່ານລັດຖະມົນຕີ ຍັງໄດ້ຮຽກຮ້ອງເອົາໃຈໃສ່ບຸກບືນ ແລະ ສູ້ຊົນເກັບລາຍຮັບແຕ່ຫົວປີ ຢູ່ໃນງວດໜຶ່ງໃຫ້ໄດ້ 30% ຂຶ້ນໄປ ຕາມແຜນການ ຫຼື ລື່ນແຜນການ ໄປພ້ອມໆກັບການນຳໃຊ້ກົດໝາຍ, ລະບຽບການ ແລະ ມາດຕະການຕ່າງໆທີ່ມີຢູ່ ລວມທັງຊອກຄົ້ນ ແລະ ເກັບລາຍຮັບທີ່ເປັນທ່າແຮງບົ່ມຊ້ອນ ແລະ ຍັງເຫັນວ່າບໍ່ທັນເກັບໄດ້ຄົບຖ້ວນ ໂດຍສະເພາະຖານໃດທີ່ຈະເປັນຖານລາຍຮັບເພີ່ມທີ່ໝັ້ນຄົງ ແລະ ຍືນຍົງຂອງແຂວງສະຫວັນນະເຂດ.

ໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ເຂົ້າພົບປະກັບ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ທີ່ຫ້ອງວ່າການແຂວງ ແລະ ໄດ້ຮັບຟັງການມີຄໍາຄິດເຫັນຂອງທ່ານເຈົ້າແຂວງ ກ່ຽວກັບສະພາບການພັດທະນາເສດຖະກິດ – ສັງຄົມຂອງແຂວງ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການພັດທະນາແຂວງໄລຍະຜ່ານມາ ແລະ ຍັງໄດ້ມີຄໍາເຫັນໃຫ້ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ – ສັງຄົມຂອງແຂວງໃຫ້ມີຜົນສຳເລັດຕາມແຜນການ ກໍຄືຄາດໝາຍສູ້ຊົນຂອງແຂວງວາງອອກ.


ໃນຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີ ກະຊວງການເງິນ, ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມດ່ານພາສີສາກົນຂົວມິດຕະພາບ 2 ເພື່ອເປັນການຕິດຕາມ ຊຸກຍູ້ ລະບົບການກວດກາສິນຄ້າ, ລະບົບຊຳລະພັນທະຕ່າງໆ ແລະ ຍັງໄດ້ຢ້ຽມຊົມຫ້ອງການເຂດເສດຖະກິດພິເສດ ແລະ ໂຮງງານໄຮເທັກ ເພື່ອຕິດຕາມ ຊຸກຍູ້ ລະບົບການຄ່ຽນຖ່າຍສິນຄ້າ ແລະ ການມອບພັນທະຕ່າງໆ ທີ່ນຳໃຊ້ທ່າແຮງທາງດ້ານທີ່ຕັ້ງ ໂດຍການພັດທະນາລະບົບພື້ນຖານໂຄງລ່າງ ເພື່ອຮອງຮັບການລົງທຶນທັງພາຍໃນ ແລະ ຕ່າງປະເທດ.

ມາໃນຕອນເຊົ້າວັນທີ 12 ມີນາ 2024, ທ່ານລັດຖະມົນຕີ ກະຊວງການເງິນ ແລະ ຄະນະ ກໍໄດ້ເດີນທາງໄປເຄື່ອນໄຫວວຽກງານທີ່ດ່ານພາສີສາກົນແດນສະຫວັນ, ໃນນັ້ນກໍໄດ້ສຳຫຼວດການພັດທະນາພື້ນຖານໂຄງລ່າງທີ່ນອນໃນເຂດດ່ານສາກົນຄຸ້ມຄອງຮ່ວມກັບຜູ້ພັດທະນາ, ພ້ອມນັ້ນຍັງໄດ້ຮັບຟັງການລາຍງານການຈັດເກັບຄ່າທຳນຽມ, ຄ່າບໍລິການພາຫະນະເຂົ້າ – ອອກຜ່ານດ່ານ, ການຄຸ້ມຄອງ, ຕິດຕາມ – ກວດກາສິນຄ້າ ແລະ ປະເພດສັດໃນຂອບເຂດດ່ານ ແລະ ຍັງໄດ້ສະເໜີບາງບັນຫາ ເພື່ອໃຫ້ຄະນະດ່ານນຳມາແກ້ໄຂອີກດ້ວຍ.

[ ຂ່າວ: ຈັນທະລາ ]