ເຈົ້າແຂວງໄຊສົມບູນ ລົງຊຸກຍູ້ໂຄງການ ຢູ່ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ

20

ໃນລະຫວ່າງວັນທີ 11 – 12 ມີນາ, ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມຄະນະ ໄດ້ລົງຊຸກຍູ້ບາງໂຄງການທີ່ຂຶ້ນກັບເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໂດຍມີ ທ່ານ ບຸນຜອງ ຄຳມະນີວົງ ເຈົ້າເມືອງລ້ອງແຈ້ງ, ຫົວໜ້າ – ຮອງຫົວໜ້າບໍລິສັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຕິດຕາມ.

ໂອກາດນີ້, ທ່ານເຈົ້າແຂວງ ພ້ອມຄະນະ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດຂອງໂຄງການພັດທະນາແຮ່ທາດ ຂອງບໍລິສັດ ຫຼົງຂ່ຽງ ມາຍນິ້ງ ເປັນຕົ້ນການປະຕິບັດພັນທະທາງດ້ານການເງິນໃຫ້ແກ່ລັດ, ວຽກງານການຄຸ້ມຄອງຄວາມປອດໄພ ເຊິ່ງທາງ ບໍລິສັດ ມີອຸປະກອນປ້ອງກັນການເກີດອຸບັດເຫດເວລາປະຕິບັດວຽກງານ, ໃນອຸມົງມີໄຟຟ້າ ແລະ ທໍ່ລະບາຍອາກາດ, ພ້ອມທັງຕິດປ້າຍຫ້າມຂອບເຂດທີ່ອັນຕະລາຍ ເຊິ່ງມີຄວາມຍາວປະມານ 2.000 ແມັດ, ກວ້າງປະມານ 2,6 – 4,5 ແມັດ, ສູງປະມານ 2, 8 – 3,5 ແມັດ.


ມີການຟື້ນຟູພື້ນທີ່ທີ່ຖືກຜົນກະທົບ, ເກັບກຳຂໍ້ມູນພາກສະໜາມ ໂດຍເກັບຕົວຢ່າງນໍ້າໜ້າດິນ ແລະ ນໍ້າໃຕ້ດິນ, ວັດແທກສະດັບສ່ຽງ, ວັດແທກຄຸນນະພາບອາກາດ, ເກັບຕົວຢ່າງສັດນໍ້າ, ພ້ອມທັງມີອ່າງເກັບນໍ້າເປື້ອນ. ນອກນີ້, ກໍໄດ້ເອົາໃຈໃສ່ປະກອບສ່ວນຊ່ວຍເຫຼືອສັງຄົມຕື່ມອີກ. ທັງນີ້, ກໍເພື່ອຊຸກຍູ້ການຈັດຕັ້ງປະຕິບັດຂອງແຕ່ລະໂຄງການໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະແມ່ນວຽກງານຄວາມປອດໄພ ແລະ ການພັດທະນາພະນັກງານ, ວຽກງານຮັກສາສິ່ງແວດລ້ອມ, ວຽກງານການປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

ພ້ອມກັນນີ້, ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ຊີ້ນຳໃຫ້ບັນດາໂຄງການ ຈົ່ງສືບຕໍ່ຜັນຂະຫຍາຍການຈັດຕັ້ງປະຕິບັດໃຫ້ດີຂຶ້ນກວ່າເກົ່າ ພ້ອມທັງເປັນຕົວແບບໃຫ້ໂຄງການອື່ນໆ, ສືບຕໍ່ສົມທົບກັບເມືອງທີ່ກ່ຽວຂ້ອງຄົ້ນຄວ້າຄອບຄົວທຸກຍາກທີ່ມີກຳລັງແຮງງານ ມາເປັນແຮງງານໃຫ້ບັນດາໂຄງການ ແລະ ສົ່ງເສີມພໍ່ແມ່ປະຊາຊົນດ້ານກະສິກຳ ດ້ວຍການປູກ – ການລ້ຽງເປັນສະບຽງອາຫານໃຫ້ແກ່ບໍລິສັດ.


ອັນສຳຄັນແມ່ນສືບຕໍ່ປັບປຸງແກ້ໄຂບັນຫາສິ່ງແວດລ້ອມ ນັບທັງຜົນກະທົບຕໍ່ທຳມະຊາດ, ຕໍ່ສັງຄົມ ກໍຄືຕໍ່ປະຊາຊົນທີ່ຢູ່ໃນພື້ນທີ່ໃຫ້ດີຂຶ້ນກວ່າເກົ່າ ແລະ ພ້ອມກັນເອົາໃຈໃສ່ປະຕິບັດຕາມພັນທະຕ່າງໆ ເພື່ອເປັນການກະຕຸກຊຸກຍູ້ໃຫ້ແກ່ການດຳເນີນກິດຈະກຳຕ່າງໆຂອງໂຄງການຢ່າງມີຄວາມສະດວກສະບາຍ.