ຕົ້ມແຊັບຕີນໄກ່ ແບບແຊບໆ

50

ຕົ້ມແຊັບ ວັດຖຸດິບແມ່ນຫຍັງກໍແຊບ ເພາະລົດຊາດແບບ “ ແຊັບ ” ດັ່ງຊື່ ເຊິ່ງລວມມີຫຼາຍລົດຊາດໃນຖ້ວຍດຽວ ເຊັ່ນ: ເຜັດ, ສົ້ມ, ຫວານ, ເຄັມ, ນົວ. ຫຼາຍຄົນຈະນຳວັດຖຸດິບຫຼາຍຢ່າງມາຕົ້ມແຊັບ ເຊັ່ນ: ເປັດ, ເຫັດນາງໂລມ, ໄກ່, ຕີນໄກ່ – ຕີນເປີດ, ໜັງຕີນງົວ, ຄວາຍ, ປາ ແລະ ຈ໋ອກໝູ ເປັນຕົ້ນ. ແຕ່ມື້ນີ້ເຮົາຈະມາແນະນຳຕົ້ມແຊັບຕີນໄກ່ກິນກັນ.

ไม่มีคำอธิบายรูปภาพ

▶ ວັດຖຸດິບ: ຕີນໄກ່ ຕັດຕ່ອນ ຫຼື ບໍ່ຕັດກໍໄດ້, ໝາກເຜັດດິບແດງ – ໝາກເຜັດແຫ້ງ, ຫົວຂີງ, ຂ່າ, ຫົວສີໃຄ, ໃບຂີ້ຫູດ, ນໍ້າສະອາດ, ເກືອ, ຄະນໍຕົ້ມຍຳ 1 ກັບ ( 2 ກ້ອນ ), ແປ້ງນົວ, ນໍ້າໝາກນາວ, ຫົວຫອມບົ່ວ, ຫົວຜັກທຽມ, ຫອມບົ່ວ, ໝາກຂາມປຽກ, ຫອມເປ ຫຼື ຫອມແປ້ນ, ນໍ້າປາ ( ເອົາສິ່ງທີ່ເປັນຕາລ້າງໆໄວ້ ).

อาจเป็นรูปภาพของ ราเมน

▶ຂັ້ນຕອນເຮັດ: ກ່ອນອື່ນນໍາຕີນໄກ່ໄປລ້າງໃຫ້ສະອາດແລ້ວມາຕົ້ມນໍ້າກະວ່າໝໍ້ຟົດແລ້ວໃຫ້ຖອກນໍ້າຖິ້ມແລ້ວເອົາຕີນໄກ່ໄປລ້າງອີກຮອບ ເພື່ອໃຫ້ກິ່ນຂິວຫຼຸດລົງ. ຈາກນັ້ນກໍໃຫ້ຕື່ມນໍ້າສະອາດລົງໄປ ກະປະມານໃຫ້ຖ້ວມຕີນໄກ່ຈັກ 2 ຂໍ້ມື. ຈາກນັ້ນທຸບຫົວຂີງ, ຫົວສີໄຄ, ຫົວຫອມບົ່ວ, ຫົວຜັກທຽມ, ຕື່ມເກືອ, ແປ້ງນົວ, ຄະນໍຕົ້ມຍໍາ, ຊອຍຫົວຂ່າ, ໝາກຂາມປຽກເລັກໜ້ອຍ, ໝາກເຜັກດິບຕຳ, ໝາກເຜັດແຫ້ງປ່ອຍລອຍ ເຮັດລູກໂດດ ແລະ ເຄື່ອງທຸກຢ່າງລົງໄປ

ไม่มีคำอธิบายรูปภาพ

ເມື່ອໝໍ້ຟົດແລ້ວໃຫ້ເອົາຕີນໄກ່ລົງໄປຕົ້ມໃຫ້ສຸກ ຫຼື ເປື່ອຍຕາມຄວາມມັກ ( ພໍດີນໍ້າແຫ້ງລົງ ) ຈາກນັ້ນກໍນຳເຫັດນາງໂລມ ( ບໍ່ໃສ່ກໍໄດ້ ) ລົງໄປຕົ້ມອີກປະມານ 3 – 5 ນາທີ ກະວ່າເຫັດສຸກ ກໍຊີມ ແລະ ປຸງລົດຊາດຕາມໃຈມັກ ຖ້າບໍ່ສົ້ມໃຫ້ຕື່ມໝາກຂາມລົງໄປຕື່ມ ກະວ່າພໍດີແລ້ວ ລົດຊາດຕາມໃຈທີ່ມັກແລ້ວ ໃຫ້ຊອຍຫອມເປ ແລະ ຫອມບົ່ວລົງໄປ ເທົ່ານີ້ຕົ້ມແຊັບຕີນໄກ່ທີ່ມີລົດຊາດເຂັ້ມຂຸ້ນກໍພ້ອມເສີບແລ້ວ.