5 ສານອັນຕະລາຍໃນຄຣີມ ແລະ ໂລຊັນ ທີ່ເຮົາຄວນຫຼີກລ່ຽງ

61

ຄີມ ແລະ ໂລຊັນ ເປັນສິ່ງທີ່ຫຼາຍຄົນໃຊ້ເປັນປະຈໍາທຸກວັນທັງຜິວໜ້າ ແລະ ຜິວກາຍໃຫ້ມີສຸຂະພາບດີ ເຫັນຜົນໄວທັນຕາ ເຊັ່ນ: ຄຣີມເລັ່ງຜິວຂາວ, ໂລຊັນຜິວຂາວ ຫຼື ຄຣີມຫຼຸດສິວຫຼຸດຝ້າ… ທີ່ຄົນທົ່ວໄປໃຊ້ ລວມທັງຜູ້ອາຍຸ ສູງ ແລະ ຜູ້ປ່ວຍທີ່ມີພະຍາດຜິວໜັງມັກໃຊ້ຢາເຫຼົ່ານີ້ບໍ່ໄດ້ປອດໄພ 100% ເພາະໃນຢາແຝງໄປດ້ວຍສານອັນຕະລາຍ ເຊິ່ງມີຜົນຂ້າງຄຽງທັງໄລຍະສັ້ນ ແລະ ໃນໄລຍະຍາວ. ສານອັນຕະລາຍຕ່າງໆປະກອບມີ 5 ຢ່າງຫຼັກໆດັ່ງນີ້:

อาจเป็นรูปภาพของ 1 คน

  1. ພາຣາເບນ (Paraben): ເປັນສານຢຸດການຂະຫຍາຍຕົວຂອງແບັກທີເຣຍ, ເຊື້ອຣາ ແລະ ຢີນ ຖືກນໍາມາໃຊ້ໃນໂລຊັນ ແລະ ຄຣີມ ເພື່ອໃຫ້ຜະລິດຕະພັນໃຊ້ໄດ້ດົນ. ຈະເຮັດໃຫ້ແພ້ຜິວໜັງເກີດຜື່ນແດງ, ຄັນ, ແສບ ໃນໄລຍະຍາວສົ່ງຜົນໃຫ້ການຜະລິດຮໍໂມນຜິດປົກກະຕິ, ເປັນມະເຮັງເຕົ້ານົມ, ສົ່ງຜົນຕໍ່ເດັກນ້ອຍ ແລະ ແມ່ຍິງຖືພາ.

2.ສານປຣອທ(Mercury): ເປັນສານປ້ອງກັນການເຮັດວຽກຂອງເອນໄຊໄທໂຣຊີ   ເນສ ທີ່ເຮັດໜ້າທີ່ສ້າງເມລານິນ ຫຼື ເມັດສີຜິວເຮັດໃຫ້ຜິວຂາວຂຶ້ນ, ຫຼຸດຝ້າ – ກະ, ຫຼຸດສິວ; ຖ້າຢຸດໃຊ້ຜິວຈະກັບມາດໍາ, ເປັນສິວເພີ່ມຂຶ້ນ ແລະ ເປັນຝ້າຖາວອນ. ຖ້າໃຊ້ໄປດົນ ສານຈະຊຶມເຂົ້າກະແສເລືອດຈົນເກີດອັນຕະລາຍເຖິງຊີວິດ, ສົ່ງຜົນໃຫ້ຕັບ – ໄຕອັກເສບ, ສ່ຽງຕໍ່ພະຍາດມະເຮັງ ແລະ ພະຍາດເລືອດຈາງ.

  1. ສານໄຮໂດຄວິໂນນ( Hydroquinone ): ເປັນສານອັນຕະລາຍທີ່ຫ້າມໃຊ້ໃນຜະລິດຕະພັນທີ່ຈໍາໜ່າຍຕາມຕະຫຼາດ ແຕ່ຖືກນໍາໃຊ້ເປັນຢາຮັກສາຝ້າ ແລະ ກະພາຍໃຕ້ການຄວບຄຸມຂອງແພດໝໍຜູ້ຊ່ຽວຊານເທົ່ານັ້ນ ຖ້າໃຊ້ເກີນປະລິມານຈະເກີດອັນຕະລາຍ ສົ່ງຜົນໃຫ້ຄັນ, ແສບຮ້ອນ, ມີຕຸ່ມແດງ, ເປັນຝ້າຖາວອນ, ສີຜິວບໍ່ສະໝໍ່າສະເໝີ, ຜິວບາງໃນໄລຍະຍາວອາດພາໃຫ້ເກີດມະເຮັງຜິວໜັງ.

4.ກົດເຣຕິໂນອິກ (Retinoic acid) ຫຼື ວິຕາມິນ A: ເປັນສານເລັ່ງການປ່ຽນສີຜິວຊ່ວຍໃຫ້ຜິວຂາວຂຶ້ນ ແລະ ປ້ອງກັນການເກີດສິວໄດ້ ເຊິ່ງສານຊະນິດນີ້ຈະຖືກນໍາໃຊ້ໂດຍແພດຜູ້ຊ່ຽວຊານ ຖ້າໃຊ້ເກີນປະລິມານຈະເຮັດໃຫ້ເກີດການປ່ຽນສີຜິວຜິດປົກກະຕິ ເຮັດໃຫ້ຜິວລອກ, ຜິວອັກເສບ, ຜິວບາງ ແລະ ແພ້ແສງແດດໄດ້ງ່າຍ.

  1. ສະເຕລອຍ: ເປັນສານນໍາໃຊ້ທາງການແພດ ມັກພົບເຫັນໃນຄຣີມບໍາລຸງຜິວໜ້າເຖື່ອນພາໃຫ້ເກີດອັນຕະລາຍ ສານນີ້ຈະເຮັດໃຫ້ໜ້ານຽນ, ຂາວໃສ, ສິວຫາຍ ແຕ່ກໍໄດ້ຜົນບໍ່ດົນ, ຖ້າເຮົາໃຊ້ດົນໆແລ້ວຢຸດໃຊ້ ສົ່ງຜົນໃຫ້ຜິວບາງລົງຈົນເຫັນເສັ້ນເລືອດຕາມໃບໜ້າ, ຜິວອ່ອນໄຫວຕໍ່ອາກາດ, ຕິດເຊື້ອງ່າຍ ແລະ ສົ່ງຜົນອັນຕະລາຍຕໍ່ແມ່ຍິງຖືພາ ແລະ ເດັກໃນທ້ອງອີກດ້ວຍ.

อาจเป็นรูปภาพของ 1 คน

ກ່ອນນໍາໃຊ້ຄຣີມບໍາລຸງຜິວໜ້າ ແລະ ຜິວກາຍທຸກຄັ້ງຕ້ອງກວດເບິ່ງການຮັບຮອງຈາກ ອຢ, ເບິ່ງສ່ວນປະສົມໃນສະຫຼາກເພື່ອກວດຫາສ່ວນປະສົມທີ່ເຮົາແພ້, ເບິ່ງວັນໝົດອາຍຸ, ສຶກສາຄໍາເຕືອນຢ່າງລະອຽດ, ທົດສອບການແພ້ກ່ອນໃຊ້ ແລະ ຄວນຊື້ຈາກຮ້ານຄ້າທີ່ເຊື່ອຖືໄດ້.

ຂໍ້ມູນຈາກ: AllWell