ພະຍາດອັນຕະລາຍທີ່ແມ່ຍິງຄວນລະວັງ

38

ບໍ່ວ່າຈະເປັນຍິງ ຫຼື ຊາຍ ຫຼີກລ່ຽງບໍ່ໄດ້ກໍຄືບັນຫາສຸຂະພາບ ສໍາລັບແມ່ຍິງແລ້ວສິ່ງສໍາຄັນຄືຕ້ອງຈັດລໍາດັບຄວາມສໍາຄັນ ແລະ ຈັດການເລື່ອງສຸຂະພາບຢ່າງລະມັດລະວັງທີ່ສຸດ ເຊິ່ງພະຍາດທີ່ພົບຫຼາຍທີ່ສຸດທີ່ແມ່ຍິງຄວນລະວັງ ມີດັ່ງນີ້:

อาจเป็นรูปภาพของ 2 คน และ โรงพยาบาล

  1. ຊ່ອງຄອດອັກເສບ: ເກີດຂຶ້ນຈາກເຊື້ອແບັກທີເຣຍແລກໂຕບາຊີສລັສຫຼຸດລົງ ແບັກທີເຣຍເຫຼົ່ານີ້ມີບົດບາດສໍາຄັນໃນການຕ້ານການເຕີບໃຫຍ່ຂອງແບັກທີເຣຍທີ່ເປັນອັນຕະລາຍ ຈະພາໃຫ້ເກີດການຕິດເຊື້ອໃນຊ່ອງຄອດ, ເກີດການຕົກຂາວ, ຄັນ, ກິ່ນແຮງ.
  2. ມະເຮັງໄຂ່: ເກີດຂຶ້ນກັບແມ່ຍິງໃນອາຍຸ 40 – 60 ປີ ໄລຍະທໍາອິດຈະບໍ່ຊັດເຈນ ສັນຍານຂອງພະຍາດນີ້ຄື ເລືອດອອກທາງຊ່ອງຄອດຫຼາຍເກີນໄປ, ຕົກຂາວມີກິ່ນເໝັນ, ເຈັບທ້ອງ, ປວດປະຈໍາເດືອນປົກກະຕິ, ນໍ້າໜັກເພີ່ມຂຶ້ນ ຫຼື ຫຼຸດລົງໂດຍບໍ່ຮູ້ສາເຫດ, ບໍ່ສາມາດຮັກສາໃຫ້ຫາຍຂາດໄດ້ ແນະນໍາໃຫ້ແມ່ຍິງກວດສຸຂະພາບພາຍໃນປະຈໍາປີ.อาจเป็นรูปภาพของ 1 คน
  3. ມະເຮັງປາກມົດລູກ: ເປັນພະຍາດທີ່ອັນຕະລາຍເຖິງຊີວິດ ເນື່ອງຈາກຂາດການຮັກສາແຕ່ຕົ້ນ ເປັນພະຍາດທີ່ບໍ່ສະແດງອາການຈົນກວ່າມະເຮັງແຜ່ລາມອອກໄປ ອາດຈະເກີດພາວະເລືອດອອກຜິດປົກກະຕິຂະນະມີປະຈໍາເດືອນ, ເວລາມີເພດສໍາພັນ, ເວລາປັດສະວະ ຫຼື ເວລາຖ່າຍໜັກ ເປັນພະຍາດທີ່ສາມາດປ້ອງກັນໄດ້ ໂດຍການໄດ້ຮັບການເບິ່ງແຍງ ແລະ ກວດສຸຂະພາບປະຈໍາປີอาจเป็นรูปภาพของ 1 คน
  4. ຊັອກໂກແລັດຊີສ: ສາເຫດມາຈາກການໄຫຼວຽນຂອງເລືອດປະຈໍາເດືອນໄຫຼຍ້ອນກັບໄປຝັງໂຕໃນໜັງມົດລູກ ແລະ ຮັງໄຂ່ ສົ່ງຜົນໃຫ້ເບິ່ງເຫັນຈຸດເລືອດສີແດງ ຫຼື ສີດໍາທີ່ເບິ່ງເຫັນໄດ້ຮອຍນີ້ຈະຄ້າຍຄືຊັອກໂກແລັດ ດົນໆໄປຈະມີອາການປວດປະຈໍາເດືອນໜັກ ແລະ ປວດຮາກ.
  5. ມະເຮັງເຕົ້ານົມ: ເປັນພະຍາດທີ່ເກີດຂຶ້ນຫຼາຍ ຈໍາເປັນຕ້ອງກວດແມມໂມແກຣມເປັນປະຈໍາທຸກປີ ເພື່ອເບິ່ງສັນຍານຂອງມະເຮັງເຕົ້ານົມຕັ້ງແຕ່ຕົ້ນ ເພາະສາມາດປ້ອງກັນໄດ້ໃນໄລຍະທໍາອິດ, ບໍ່ໃຫ້ແຜ່ກະຈາຍໄປຍັງອະໄວຍະວະອື່ນໆໃນຮ່າງກາຍ. ເຮົາສາມາດສັງເກດອາການໄດ້ ໂດຍຈະມີກ້ອນເນື້ອບໍລິເວນເຕົ້ານົມ, ເຈັບເຕົ້ານົມຮຸນແຮງ, ຕ່ອມນໍ້າເຫຼືອງບວມ ແລະ ມີຂອງແຫຼວໄຫຼຈາກຫົວນົມ.

ການສັງເກດສຸຂະພາບຕົນເອງເປັນປະຈໍາ ແລະ ການກວດສຸຂະພາບພາຍໃນປະຈໍາປີ ຈຶ່ງເປັນສິ່ງສໍາຄັນໃນການປ້ອງກັນຄວາມສ່ຽງທີ່ຈະເກີດຂຶ້ນ ບໍ່ຄວນລັງເລ ຫຼື ລໍາບາກໃຈ ແຕ່ຄວນເຮັດຕັ້ງແຕ່ຕົ້ນເພື່ອຈະໄດ້ຮັບການຮັກສາໄດ້ທັນເວລາ.

ຂໍ້ມູນຈາກ: Sanook