ດັດສະນີລາຄາຜູ້ບໍລິໂພກທົ່ວປະເທດຈີນ ເດືອນກຸມພາ ເພີ່ມຂຶ້ນ 0,7%

26

ກົມສະຖິຕິແຫ່ງຊາດຈີນ ເປີດເຜີຍວ່າ: ໃນເດືອນກຸມພາປີນີ້ CPI ເພີ່ມຂຶ້ນ 0,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ຕາມຂ່າວ ຊີອາໄອ ໃຫ້ຮູ້ວ່າ: ວັນທີ 9 ມີນາ ກົມສະຖິຕິແຫ່ງຊາດຈີນ ໄດ້ເປີດເຜີຍຂໍ້ມູນສະຖິຕິສະແດງໃຫ້ເຫັນວ່າ: ດັດສະນີລາຄາຜູ້ບໍລິໂພກທົ່ວປະເທດຈີນ ຫຼື CPI ຂອງຈີນ ໄດ້ຫັນຈາກການຫຼຸດລົງ 0,8% ໃນເດືອນມັງກອນເປັນການເພີ່ມຂຶ້ນ 0,7% ໃນເດືອນກຸມພາເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023; ເດືອນກຸມພາເພີ່ມຂຶ້ນຫຼາຍກວ່າເດືອນມັງກອນ 1,0%.

อาจเป็นรูปภาพของ 1 คน และ ข้อความ

ຂໍ້ມູນສະຖິຕິໂດຍຍັງສະແດງໃຫ້ເຫັນວ່າ: ໃນເດືອນກຸມພາປີ 2024 ລາຄາອາຫານໄດ້ຫຼຸດລົງ 0,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ແລະ ລາຄາສິນຄ້າບໍ່ແມ່ນອາຫານ ໄດ້ເພີ່ມຂຶ້ນ 1,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ຕາມສະຖິຕິໃນເດືອນກຸມພາ CPI ແກນກາງທີ່ບໍ່ລວມເອົາລາຄາອາຫານ ແລະ ພະລັງງານໄດ້ເພີ່ມຂຶ້ນ 1,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ຈັງຫວະເຕີບໂຕເພີ່ມຂຶ້ນ 0,8% ເມື່ອທຽບໃສ່ເດືອນມັງກອນ ເຊິ່ງໄດ້ສ້າງສະຖິຕິສູງສຸດນັບແຕ່ເດືອນກຸມພາປີ 2022 ເປັນຕົ້ນມາ.