ລາຄາຄຳຟິວເຈີປັບຂຶ້ອີກ ຂານຮັບສັນຍານ ປັບຫຼຸດອັດຕາດອກເບ້ຍ

35

ລາຄາຄຳຟິວເຈີ ຕະຫຼາດຄຳ COMEX (Commodity Exchange) ສົ່ງມອບເດືອນເມສາ ປິດຕະຫຼາດວັນພຸດທີ 6 ມີນາ ປັບຂຶ້ນອິກ16,30ໂດລາ ມາປິດທີ່2.158,20 ໂດລາຕໍ່ອອນ ຫຼັງຈາກທີ່ສື່ເຜີຍແຜ່ຄຳຖະແຫຼງຂອງທ່ານ ເຈີໂຣມ ພາວເວລ ປະທານເຟດ ເຊິ່ງສົ່ງສັນຍານວ່າເຟດຈະປັບຫຼຸດອັດຕາດອກເບ້ຍໃນປີນີ້.

ລາຄາຄຳຍັງໄດ້ປັບໄຈບວກຈາກການອ່ອນຄ່າຂອງເງິນໂດລາ ແລະ ການຫຼຸດລົງຂອງອັດຕາຜົນຕອບແທນພັນທະບັດລັດຖະບານສະຫະລັດອາເມຣິກາ.

ສື່ມວນຊົນຂອງສະຫະລັດໄດ້ເຜີຍແຜ່ລ່ວງໜ້າຂອງຄຳຖະແຫຼງທ່ານ ເຈີໂຣມ ພາວເວລ ທີ່ມີກຳນົດກ່າວຕໍ່ສະພາຄອງເກດ ໂດຍມີເນື້ອໃນລະບຸວ່າ ທ່ານ ພາວເວລ ຄາດການວ່າເຟດ ຈະເລີ່ມປັບຫຼຸດອັດຕາດອກເບ້ຍໃນປີນີ້ ແຕ່ເຟດຍັງບໍ່ມີຂອບເວລາທີ່ຊັດເຈນສຳລັບການດຳເນີນການດັ່ງກ່າວ.

ທັງນີ້ ທ່ານ ເຈີໂຣມ ພາວເວລ ມີກຳນົດກ່າວຕໍ່ຄະນະກຳມະການບໍລິຫານການເງິນປະຈຳສະພາຜູ້ແທນລາຊະດອນ  ກ່ອນທີ່ຈະກອນຕໍ່ຄະນະກຳມາທິການປະຈຳວຸດທິສະພາ.

ສື່ໄດ້ເຜີຍແຜ່ຄຳຖະແຫຼງທີ່ປະທານເຟດກຽມໄວ້ນັ້ນ ເຟດຍັງມີທ່າທີລະມັດລະວັງຕໍ່ຄວາມສ່ຽງຈາກເງິນເຟີ້ ແລະ ບໍ່ຕ້ອງການທີ່ຈະປັບຫຼຸດອັດຕາດອກເບ້ຍໄວເກີນໄປ.

ໃນການພິຈາລະນາເປົ້າໝາຍອັດຕາດອກເບ້ຍນະໂຍຍາຍ ຈຳເປັນຕ້ອງປະເມີນຢ່າງລະມັດລະວັງຕໍ່ຂໍ້ມູນທີ່ໄດ້ຮັບ ລວມທັງທ່າອ່ຽງທີ່ປ່ຽນແປງໄປ ແລະ ການຮັກສາສົມດຸນຂອງຄວາມສ່ຽງ ໂດຍຄະນະກຳມະການເຟດເບິ່ງວ່າຍັງບໍ່ເໝາະສົມທີ່ຈະປັບຫຼຸດອັດຕາດອກເບ້ຍ ຈົນກວ່າຈະມີຄວາມເຊື່ອໝັ້ນຫຼາຍຂຶ້ນວ່າເງິນເຟີ້ກຳລັງປັບສູ່ລະດັບ2% ຢ່າງຍືນຍົງ.

ເຮົາເຊື່ອວ່າອັດຕາດອກເບ້ຍນະໂນບາຍຂອງເຮົາມີທ່າອ່ຽງຢູ່ໃນລະດັບສູງສຸດ ສຳລັບວົງຈອນປັດຈຸບັນແລ້ວ. ຫາກເສດຖະກິດ ສະຫະລັດມີການປັບຕົວຕາມທີ່ຄາດການໄວ້ ກໍຈະເປັນການເໝາະສົມທີ່ເຟດຈະເລີ່ມຜ່ອນຄາຍນະໂຍບາຍໃນປີນີ້.