ທາງລົດໄຟຄວາມໄວສູງຈາກາຕາ – ບັນດຸງ ຂົນສົ່ງຜູ້ໂດຍສານຫຼາຍກວ່າ 2 ລ້ານເທື່ອຄົນ

36

ນັບແຕ່ເປີດນຳໃຊ້ທາງລົດໄຟຄວາມໄວສູງຈາກາຕາ – ບັນດຸງ ແຕ່ວັນທີ 17 ຕຸລາ 2023 ຫາ ວັນທີ 3 ມີນາ 2024 ໄດ້ປະຕິບັດງານຢ່າງປອດໄພເປັນເວລາ 139 ວັນແລ້ວ ແລະ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 2.008.387 ເທື່ອຄົນ.

อาจเป็นรูปภาพของ รถไฟ, ทางรถไฟ และ ข้อความ

ປັດຈຸບັນ, ຂະບວນລົດໄຟຄວາມໄວສູງທີ່ປະຕິບັດງານຕໍ່ມື້ຕາມທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ເພີ່ມຈາກ 14 ຂະບວນໃນໄລຍະເລີ່ມຕົ້ນຂຶ້ນເປັນ 40 ຂະບວນ, ມື້ສູງສຸດໄດ້ຂົນສົ່ງຜູ້ໂດຍສານ 21.537 ເທື່ອຄົນ, ຈຳນວນບ່ອນນັ່ງເຕັມສູງສຸດໄດ້ບັນລຸເຖິງ 99,6%.

ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ໄດ້ເຊື່ອມຕໍ່ນະຄອນຫຼວງຈາກາຕາ ແລະ ນະຄອນບັນດຸງ ເຊິ່ງເປັນເມືອງທ່ອງທ່ຽວທີ່ມີຊື່ສຽງຂອງອິນໂດເນເຊຍ, ຄວາມໄວສູງສຸດຂອງລົດໄຟໄດ້ບັນລຸເຖິງ 350 ກິໂລແມັດຕໍ່ຊົ່ວໂມງ.

ພາຍຫຼັງເປີດນຳໃຊ້ທາງລົດໄຟຄວາມໄວສູງສາຍນີ້ແລ້ວ, ເວລາການເດີນທາງລະຫວ່າງນະຄອນຫຼວງຈາກາຕາຫານະຄອນບັນດຸງໄດ້ຫຼຸດລົງຈາກ 3 ຊົ່ວໂມງປາຍໃນອະດີດເຫຼືອພຽງ 46 ນາທີໃນປັດຈຸບັນ.