ຊຸບໝາກໂປ່ມໃສ່ດອກແຄ ເຮັດແບບງ່າຍໆ

121

ຊຸບຜັກ ເປັນເມນູທີ່ຄົນລາວເຮົາມັກເຮັດກິນ ເຊິ່ງການຊຸບແມ່ນໄດ້ຫຼາຍຮູບແບບ ແລ້ວແຕ່ລະທ້ອງຖິ່ນ, ບາງຄົນກໍຊຸບແບບໃສ່ໝາກງາ, ບາງຄົນກໍບໍ່ໃສ່. ມື້ນີ້ຄໍລໍາອາຫານຈະພາທ່ານມາເຮັດຊຸບຜັກ ໂດຍຊຸບໝາກໂປ່ມ ໃສ່ຜັກກາດຊອມ ແລະ ດອກແຄ ແບບງ່າຍໆ ແລະ ບໍ່ໃສ່ໝາກງາ.

ไม่มีคำอธิบายรูปภาพ

▶ວັດຖຸດິບ: ໝາກໂປ່ມ, ຜັກກາດຊອມ ແລະ ດອກແຄ (ເດັດເອົາໜວດທາງໃນອອກ), ຂີງ, ຫົວຜັກທຽມ, ໝາກເຜັດແຫ້ງ, ນໍ້າປາ, ເກືອ, ແປ້ງນົວ, ຫອມປ້ອງ, ຫອມບົ່ວ (ລ້າງປະເພດຜັກທຸກຢ່າງໃຫ້ສະອາດ).

อาจเป็นรูปภาพของ ผัดหมี่

▶ວິທີເຮັດ: ຄ້າງໝໍ້ລວກຜັກໂດຍເອົາເກືອໃສ່ໝໍ້ເລັກໜ້ອຍ ເມື່ອນໍ້າຟົດແລ້ວໃຫ້ເອົາຜັກລົງລວກໂດຍເອົາໝາກໂປ່ມ ກັບ ຜັກກາດຊອມລົງກ່ອນ ສຸກແລ້ວຕັກອອກໄວ້ ແລ້ວຈຶ່ງເອົາດອກແຄລົງລວກເມື່ອສຸກແລ້ວຕັກອອກແລ້ວນໍາໄປລ້າງນໍ້າເຢັນສະອາດ ປະມານ 2-3 ເທື່ອ ເພື່ອໃຫ້ຄວາມຂົມອອກ, ຈາກນັ້ນຈີ່ໝາກເຜັດແຫ້ງ, ຈີ່ຂີງ ແລະ ຫົວຜັກທຽມ (ບໍ່ໃຫ້ສຸກຫຼາຍ), ຈາກນັ້ນຕຳໝາກເຜັດແຫ້ງ, ຂີງ ແລະ ຫົວຜັກທຽມ ທີ່ຈີແລ້ວໃສ່ກັນໃຫ້ລະອຽດ ໂດຍໃສ່ເກືອ ແລະ ແປ້ງນົວພ້ອມ.

ไม่มีคำอธิบายรูปภาพ

ຈາກນັ້ນກໍເອົາເຄື່ອງທີ່ຕຳມາຄົນໃສ່ຜັກແລ້ວຄົນໄປມາໃຫ້ເຂົ້າກັນດີ ປຸງລົດຊາດດ້ວຍນໍ້າປາ, ຊີມລົດຊາດ ແລະ ປຸງຕາມໃຈມັກ ເມື່ອໄດ້ລົດຊາດຕາມທີ່ຕ້ອງການແລ້ວ ໃຫ້ຊອຍຫອມປ້ອມ ແລະ ຫອມບົ່ວລົງ ເທົ່ານີ້ຊຸບໝາກໂປ່ມ, ຜັກກາດຊອມ ແລະ ດອກແຄ ກໍສຳເລັດແລ້ວ.