ເຮັດຍຳເສັ້ນວຸ້ນ ໃສ່ຢໍ່ ກິນຫຼິ້ນແບບແຊບໆ

866

ຍຳເປັນເມນູທີ່ມີລົດຊາດ ສົ້ມ-ຫວານ-ເຜັດ ຄ້າຍຄືກັບຕຳ ແຕ່ຈະບໍ່ໄດ້ຕຳໃສ່ຄົກ, ຫຼາຍຄົນກໍມັກເຮັດກິນ ເຊິ່ງສາມາດເຮັດກິນຫຼີ້ນກັບໝູ່ເພື່ອນ, ເຮັດໃນງານສັງສັນ, ງານຕ່າງໆ ເພື່ອຮັບແຂກຄົນກໍໄດ້ເຊັ່ນກັນ. ມື້ນີ້ມາຮຽນຮູ້ວິທີເຮັດໄປພ້ອມໆກັນເລີຍ.

อาจเป็นรูปภาพของ ราเมน และ เส้นก๋วยเตี๋ยว

▶ ວັດຖຸດິບ: ເສັ້ນວຸ້ນແຫ້ງ, ຢໍ່ (ອາດຈະໃສ່ກຸ້ງ, ປາມຶກ ແລະ ຮັອດດອກ ນຳກໍໄດ້ແລ້ວແຕ່ສະດວກ), ໝູບົດ, ໝາກເຜັດແຫ້ງປົ່ນ, ໝາກເຜັດດິບຫຼື ໝາກເຜັດຂີ້ໜູຊອຍ, ນໍ້າຕານປີບ ຫຼື ນໍ້າຕານເຊື່ອມກໍໄດ້, ນໍ້າປາ, ເກືອ, ແປ້ງນົວ, ນໍ້າໝາກນາວ, ນໍ້າປາແດກ, ໝາກເຫຼ່ນ, ຫົວຫອມບົ່ວແດງ ຫຼື ຫົວຫອມບົ່ວໃຫຍ່, ຫົວຜັກທຽມ, ຜັກເຊີນາຣີ່, ຫອມບົ່ວ, ຫອມປ້ອມ.

อาจเป็นรูปภาพของ เส้นก๋วยเตี๋ยว และ ราเมน

▶ ວິທີເຮັດ: ຄ້າງໝໍ້ລວກເສັ້ນລ້ອນໃຫ້ສຸກຕັກອອກແຊ່ນໍ້າເຢັນແລ້ວເອົາຂຶ້ນໃສ່ຖ້ວຍໄວ້, ຖ້າຈະໃສ່ກຸ້ງ, ປາມຶກ, ຮັອດດອກ, ຢໍ່, ລູກຊີ້ນ ແມ່ນໃຫ້ຊອຍແລ້ວລວກໃຫ້ສຸກແລ້ວຕັກອອກໄວ້,  ຈາກນັ້ນມາຊອຍຫົວຜັກທຽມໃຫ້ມຸ່ນແລ້ວເອົາໃສ່ຂົ້ວໃສ່ນໍ້າມັນພືດເລັກໜ້ອຍ ເມື່ອຫົວຜັກທຽມຫອມແລ້ວໃຫ້ເອົາໝູບົດລົງໄປຂົ້ວ ພ້ອມໃສ່ເກືອໜ້ອຍໜຶ່ງ ສຸກແລ້ວໃຫ້ຖອກໄວ້ຖ້ວຍ. ຊອຍຫົວຫອມບົ່ວ, ຜັກຫອມບົ່ວ, ຫອມປ້ອມ ແລະ ເຊີນາຣີ່ ຍາວປະມານ 2 ຂໍ້ມືໄວ້.

อาจเป็นรูปภาพของ เส้นก๋วยเตี๋ยว

▶ຂັ້ນຕອນເຮັດ: ເອົານໍ້າຕານເຊື່ອມ, ແປ້ງນົວ, ນໍ້າໝາກນາວ, ໝາກເຜັດຊອຍ, ຫົວຫອມບົ່ວຊອຍ, ຊອຍໝາກເຫຼ່ນ, ນໍ້າປາແດກ (ຖ້າບໍ່ກິນປາແດກ ໃສ່ແຕ່ນໍ້າປາ), ໝູບົດຂົ້ວ ຄົນໃຫ້ເຂົ້າກັນດີ ພ້ອມຊີມເບິ່ງລົດຊາດ ພ້ອມປຸງດ້ວຍໝາກນາວ, ນໍ້າຕານ ແລະ ນໍ້າປາ ໂດຍເຮັດລົດຊາດຈັດກວ່າກິນປົກກະຕິ ເພື່ອເອົາກຸ້ງ, ປາມຶກ, ຢໍ່ ຫຼື ສິ່ງທີ່ຈະໃສ່ ແລະ ເສັ້ນລ້ອນລົງກະໃຫ້ພໍດີ, ເມື່ອໄດ້ນໍ້າຍຳທີ່ຈັດຈ້ານແລ້ວ ໃຫ້ເອົາເຄື່ອງທີ່ລວກໄວ້ລົງ ພ້ອມເສັ້ນລ້ອນ ຊາວໃຫ້ເຂົ້າກັບເຄື່ອງຊີມເບິ່ງອີກຄັ້ງ ຖ້າຍັງບໍ່ພໍດີໃຫ້ປຸງຕື່ມ ເມື່ອໄດ້ລົດຊາດທີ່ມັກແລ້ວ ໃຫ້ເອົາຫອມປ້ອມ, ຫອມບົ່ວ ແລະ ເຊີນາຣີ່ລົງ ເທົ່ານີ້ກໍສາມາດຕັກໃສ່ຈານພ້ອມເສີບແລ້ວ (ອາດຈະແຕ່ງຕື່ມດ້ວຍຖົ່ວດິນ ຫຼື ຫອມຈຽວກໍໄດ້).