ຈີດີພີ ຈີນ ປີ 2023 ມີຫຼາຍກວ່າ 126.000 ຕື້ຢວນ

22

ປີ 2023 ເສດຖະກິດຈີນ ຂະຫຍາຍຕົວ 5,2% ລວມຍອດຜະລິດຕະພັນພາຍໃນ ມີຫຼາຍກວ່າ 126.000 ຕື້ຢວນ. ຂະນະທີ່ປີ2024 ລັດຖະບານຕັ້ງເປົ້າໝາຍພັດທະນາເສດຖະກິດໃຫ້ຂະຫຍາຍຕົວໃນລະດັບ 5%.

ຂ່າວຊີອາໄອ ລາຍງານວ່າ: ວັນທີ 5 ມີນາ ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ພ້ອມດ້ວຍຜູ້ນຳພັກລັດທ່ານອື່ນໆໄດ້ເຂົ້າຮ່ວມພິທີໄຂກອງປະຊຸມ.

อาจเป็นรูปภาพของ คลอง Panama Canal

ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ຜ່ານບົດລາຍງານວຽກງານລັດຖະບານຕໍ່ກອງປະຊຸມ. ບົດລາຍງານວຽກງານລັດຖະບານລະບຸວ່າ: ເສດຖະກິດຈີນໄດ້ຟື້ນຕົວດີຂຶ້ນໂດຍລວມ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໃນປີ 2023 ມີຫຼາຍກວ່າ 126.000 ຕື້ຢວນ ປະມານ18.000ຕື້ໂດລາສະຫະລັດ ເພີ່ມຂຶ້ນ 5,2%, ຈັງຫວະການເຕີບໂຕໄດ້ຢືນຢູ່ແຖວໜ້າໃນບັນດາກຸ່ມເສດຖະກິດຕົ້ນຕໍຂອງໂລກ, ໄດ້ສ້າງວຽກເຮັດງານທຳໃນຕົວເມືອງ 12,44 ລ້ານຕຳແໜ່ງ, ອັດຕາວ່າງງານຕາມການສຳຫຼວດໃນຕົວເມືອງສະເລ່ຍແລ້ວຢູ່ໃນລະດັບ 5,2%. ລາຄາບໍລິໂພກຂອງພົນລະເມືອງເພີ່ມຂຶ້ນ 0,2%, ລາຍຮັບ-ລາຍຈ່າຍສາກົນໄດ້ຮັກສາຄວາມດຸນດ່ຽງກັນໂດຍພື້ນຖານ.

ສຳລັບເປົ້າໝາຍຕົ້ນຕໍດ້ານການພັດທະນາຂອງຈີນໃນປີ 2024  ຄື GDP ເພີ່ມຂຶ້ນປະມານ 5%; ຈຳນວນຜູ້ປະກອບອາຊີບໃນຕົວເມືອງເພີ່ມຂຶ້ນຫຼາຍກວ່າ 12 ລ້ານຄົນ, ອັດຕາຫວ່າງງານຕາມການສຳຫຼວດໃນຕົວເມືອງຢູ່ປະມານ 5,5%; ລາຄາສິນຄ້າບໍລິໂພກຂອງພົນລະເມືອງເພີ່ມຂຶ້ນປະມານ 3%; ຈັງຫວະການເຕີບໂຕດ້ານລາຍຮັບຂອງພົນລະເມືອງໃຫ້ໄປຄວບຄູ່ກັບການເຕີບໂຕດ້ານເສດຖະກິດ.