ຫວຽດນາມ ຍົກລະດັບຕະຫຼາດຫຼັກຊັບ

55

ກອງປະຊຸມຜັນຂະຫຍາຍໜ້າທີ່ພັດທະນາຕະຫຼາດຫຼັກຊັບປີ 2024 ຂອງຫວຽດນາມ ເຊິ່ງແມ່ນກະຊວງການເງິນ, ຫ້ອງວ່າການລັດຖະບານ ສົມທົບກັນຈັດຂຶ້ນ ໃນວັນທີ 28 ກຸມພາ ຢູ່ສຳນັກງານລັດຖະບານ ໂດຍການເປັນປະທານຂອງ ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ.

ທ່ານນາງ ຫວູທິເຈິນເຟືອງ ປະທານຄະນະກຳມະການຫຼັກຊັບແຫ່ງຊາດ ໃຫ້ຮູ້ວ່າ: ດ້ວຍເລື່ອງເປັນເຈົ້າການໃນການຊີ້ນຳ, ບໍລິຫານ, ມີໄຫວພິບ, ເດັດດຽວຂອງລັດຖະບານ, ຕະຫຼາດຫຼັກຊັບ ຫວຽດນາມ ໃນປີ 2023 ມີການຟື້ນຟູເປັນຢ່າງດີ, ໂຄງສ້າງຕະຫຼາດນັບມື້ນັບສົມບູນແບບ, ບັນດາເປົ້າໝາຍທີ່ໄດ້ວາງອອກບັນລຸຜົນງານສຳຄັນໃນຫຼາຍແງ່ມູມ ແລະ ສືບຕໍ່ແມ່ນຈຸດພົ້ນເດັ່ນດຶງດູດນັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ, ແມ່ນແຫຼ່ງທຶນບັນລຸປະສິດທິຜົນໃຫ້ແກ່ພື້ນຖານເສດຖະກິດ.

ໄລ່ຮອດທ້າຍປີ 2023, ລະດັບຫັນຕະຫຼາດຫຸ້ນເປັນທຶນບັນລຸເກືອບ 240 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 13,6% ເມື່ອທຽບໃສ່ທ້າຍປີ 2022, ເທົ່າກັບລະດັບການຄາດຄະເນ58,1% GDP ໃນປີ 2023 ຂອງ ຫວຽດນາມ.

ພາຍຫຼັງຮັບຟັງບັນດາຄຳເຫັນ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍຖືຕົນເອງຢູ່ໃນຖານະບົດບາດຂອງນັກລົງທຶນ, ຜູ້ຈຳໜ່າຍຫຼັກຊັບ ເພື່ອວາງອອກນະໂຍບາຍບົນຈິດໃຈ ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງເຈົ້າຂອງ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ລັດຖະບານຈະຕັດສິນໃຈຍົກລະດັບຕະຫຼາດຫຼັກຊັບ ໃນໄລຍະຈະມາເຖິງ ແລະ ສຸມໃສ່ການພັດທະນາຕາມທ່າອ່ຽງເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ເສດຖະກິດພູມປັນຍາ, ເພື່ອໃຫ້ຕະຫຼາດຫຼັກຊັບຫວຽດນາມ ພັດທະນາໂດຍໄວ ແລະ ຍືນຍົງ.