ວິທີແກ້ບັນຫາອາການນອນບໍ່ຫຼັບ

2325
  1. ຈັດຫ້ອງນອນໃຫ້ເໝາະສົມແກ່ການນອນ ຢ່າໃຫ້ມີສຽງລົບກວນ ຄວນປັບອຸນຫະພູມຫ້ອງໃຫ້ເໝາະສົມບໍ່ຮ້ອນ ຫຼື ໜາວເກີນໄປ ທີ່ສຳຄັນຄື ຫ້ອງນອນຄວນມືດສະນິດ ເພື່ອການນອນຫຼັບທີ່ດີມີປະສິດທິພາບ ຄວນປິດໂທລະສັບມືຖື ຫຼື ນຳໄປວາງໄວ້ໄກຈາກໂຕເຮົາ.

อาจเป็นรูปภาพของ 1 คน, ชุดนอน และ ห้องนอน

  1. ກ່ອນນອນດື່ມນົມອຸ່ນໆຈັກຈອກ ຫຼື ດື່ມນ້ຳຂີງອຸ່ນໆ ຈະຊ່ວຍໃຫ້ຫຼັບສະບາຍຍິ່ງຂຶ້ນ ທັງນີ້ຄວນລະວັງໃນຜູ້ທີ່ນອນຫຼັບຍາກຈາກຄວາມຮ້ອນພາຍໃນ ອາດປັບມາດື່ມຢາຫອມທີ່ມີຫຼິດຫອມເຢັນຊົງດື່ມກ່ອນນອນແທນ
  2. ນອນໃຫ້ພຽງພໍ ຢ່ານອນຫຼາຍເກີນໄປ ຫຼັງຕື່ນນອນຄວນລຸກອອກຈາກຕຽງ ແລ້ວຍ່າງໄປສູດອາກາດຍາມເຊົ້າຄວນນອນຫຼັບສະນິດໃນຊ່ວງ 22:00 -02:00
  3. ເຂົ້ານອນ ແລະ ຕື່ນນອນໃຫ້ເປັນເວລາ ເຮັດໃຫ້ຕິດເປັນນິໄສ

อาจเป็นรูปภาพของ 1 คน

4 ຖ້ານອນບໍ່ຫຼັບກາຍ 15-20 ນາທີ ຄວນລຸກອອກຈາກຕຽງມາຫາກິດຈະກຳຢ່າງອື່ນເຮັດ ເຊັ່ນ ຟັງເພງແນວທຳມະຊາດ ທີ່ຟັງແລ້ວຮູ້ສຶກຜ່ອນຄາຍ ອ່ານໜັງສືວິຊາການ ຫຼື ທຳມະ, ທຳສະມາທິກ່ອນນອນ, ສູດດົມກິ່ນຫອມເຢັນຈາກເຄື່ອງພົ່ນອາໂຣມ່າ ເຊັ່ນ ກິ່ນນ້ຳມັນຫອມລະເຫີຍຈາກດອກມະລິ, ລາເວັນເດີ່ ຫຼີກລ່ຽງການເບິ່ງໂທລະທັດ ຫຼື ຫຼິ້ນຄອມພິວເຕີ ເພາະແສງຈາກຈໍ ຈະກະຕຸ້ນໃຫ້ສະໝອງຕື່ນໂຕ ຫຼີກລ່ຽງການກິນອາຫານຕອນເດິກ ຫຼື ດື່ມນ້ຳຫຼາຍກ່ອນນອນ ຫຼີກລ່ຽງກິດຈະກຳທີ່ໃຊ້ຄວາມຄິດ ຫຼື ຄວາມຄຽດ.

5 ອອກກຳລັງກາຍຢ່າງສະໝ່ຳສະເໝີ ຢ່າງໜ້ອຍມື້ລະ 30-45 ນາທີ 3-4 ມື້ຕໍ່ອາທິດ ການອອກກຳລັງກາຍຈະຊ່ວຍຫຼຸດຄວາມຕຶງຄຽດທາງອາລົມ ແລະ ຮ່າງກາຍໄດ້ ຫາກອອກກຳລັງກາຍໃນຊ່ວງເຊົ້າຈະໄດ້ຜົນດີທີ່ສຸດ ເນັ້ນອອກກຳລັງກາຍແບບ cardio ເພື່ອກະຕຸ້ນໃຫ້ເລືອດລົມໄຫຼວຽນ. ບໍ່ຄວນອອກກຳລັງກາຍຕອນເດິກ ຫຼື ໃກ້ເວລານອນເພາະອຸນຫະພູມໃນຮ່າງກາຍຈະສູງຂຶ້ນ ແລະ ໄປກະຕຸ້ນສະໝອງໃຫ້ເຮັດວຽກ ຈະເຮັດໃຫ້ເຮົາຫຼັບຍາກກວ່າເກົ່າ

6 ບໍ່ຄວນງີບຫຼັບໃນຕອນກາງເວັນ ເພາະອາດລົບກວນການນອນໃນຊ່ວງຄ່ຳ ຖ້າເຫງົານອນໃຫ້ງີບຫຼັບຫຼັງກິນເຂົ້າທ່ຽງປະມານ 15-30 ນາທີ ບໍ່ຄວນງີບຫຼັບເກີນ 1 ຊົ່ວໂມງເປັນອັນຂາດ ຫຼັງ 15:00 ໂມງ ບໍ່ຄວນນອນຫຼັບເພາະຈະເຮັດໃຫ້ຕື່ນມາມຶນງົງໄດ້

7 ຫຼີກລ່ຽງເຄື່ອງດື່ມທີ່ມີຄາເຟອີນ ຫຼັງຕອນບ່າຍຈົນຮອດຊ່ວງກ່ອນນອນ

[ ຂໍ້ມູນຈາກ: PobPad ]