ແຈ້ງປັບຂຶ້ນຄ່າເຮັດໜັງສືຜ່ານແດນ ເລືອກໄດ້ດ່ວນຫຼື ທຳມະດາບໍ່ຕ້ອງຜ່ານນາຍໜ້າ

262

ຫວັງວ່າຕໍ່ໄປນີ້ຈະໝົດບັນຫາການເຮັດໜັງສືຜ່ານແດນຜ່ານນາຍໜ້າທີ່ຕ້ອງຈ່າຍໃນລາຄາແພງກວ່າທີ່ຄວນເປັນ ພາຍຫຼັງທີ່ກົມກຸງສູນ ກະຊວງການຕ່າງປະເທດໄດ້ອອກແຈ້ງການເຖິງ ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໃນວັນທີ 19 ກຸມພາ 2024 ຜ່ານມານີ້ ກ່ຽວກັບ ການປັບອັດຕາຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ.

ກົມກົງສຸນ ໄດ້ແຈ້ງເຖິງຜູ້ທີ່ມີຈຸດປະສົງຕ້ອງການສະເໜີຂໍໜັງສືຜ່ານແດນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາສູນຮັບຄຳຮ້ອງ ຢູ່ຕ່າງແຂວງ ຊາບກ່ຽວກັບການປັບຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ຕາມລັດຖະບັນຍັດວ່າດ້ວຍການປັບປຸງບາງມາດຕາຂອງລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ໃນຂົງເຂດການຕ່າງປະເທດ, ສະບັບເລກທີ 001/ປປທ, ລົງວັນທີ 26 ມັງກອນ 2024, ຊຶ່ງມີລາຍລະອຽດດັ່ງນີ້:

May be an image of text

ໄດ້ປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນເປັນເງິນໂດລາ ເພື່ອເປັນບ່ອນອີງໃນການຈັດເກັບໃນລາຄາ ດັ່ງນີ້:
– ຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ເອເລັກໂຕຣນິກ ລາຄາ 60 ໂດລາ;
– ຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ບໍ່ແມ່ນເອເລັກໂຕຣນິກ ລາຄາ 40 ໂດລາ.
ໂດຍການເກັບຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນຕົວຈິງແມ່ນເກັບເປັນເງິນກີບ ຕາມອັດຕາແລກປ່ຽນທີ່ກະຊວງການເງິນເປັນຜູ້ກຳນົດໃຫ້ໃນແຕ່ລະໄລຍະ.

May be an image of text

ການເກັບຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນໃນອັດຕາ ແລະ ວິທີການດັ່ງກ່າວນີ້ແມ່ນເພື່ອໃຫ້ມີງົບປະມານພຽງພໍໃນການຈັດຕັ້ງປະຕິບັດວຽກງານໜັງສືຜ່ານແດນໃຫ້ມີຄຸນນະພາບ, ປະສິດທິຜົນ ແລະ ຍືນຍົງ ເຊັ່ນ: ການຊໍາລະຄ່າໜັງສືຜ່ານແດນ, ອຸປະກອນໄອທີຕ່າງໆທີ່ກ່ຽວຂ້ອງ ທີ່ນຳເຂົ້າມາຈາກຕ່າງປະເທດ, ການບໍາລຸງຮັກສາລະບົບເຕັກນິກອອກໜັງສືຜ່ານແດນໃຫ້ສາມາດເຄື່ອນໄຫວໄດ້ຢ່າງເປັນປົກກະຕິ, ຕໍ່ເນື່ອງ ແລະ ອື່ນໆ.

ກໍລະນີຜູ້ມາເຮັດໜັງສືຜ່ານແດນຕ້ອງການດ່ວນ ແມ່ນໄດ້ກໍານົດຄ່າບໍລິການເປັນ 3 ປະເພດດັ່ງນີ້:
– ບໍລິການອອກໜັງສືຜ່ານແດນ 1 ວັນ ລາຄາ: 1.000.000 ກີບ/ຫົວ
– ບໍລິການອອກໜັງສືຜ່ານແດນ 3 ວັນ ລາຄາ: 500.000 ກີບ/ຫົວ
– ບໍລິການອອກໜັງສືຜ່ານແດນ 5 ວັນ ລາຄາ: 300.000 ກີບ/ຫົວ

No photo description available.

ການກຳນົດຄ່າບໍລິການອອກໜັງສືຜ່ານແດນດ່ວນດັ່ງກ່າວນີ້ ແມ່ນເພື່ອເປັນທາງເລືອກ ແລະ ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ຜູ້ທີ່ມີຄວາມຕ້ອງການຢາກໄດ້ໜັງສືຜ່ານແດນກ່ອນ 10 ວັນ ທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍໜັງສືຜ່ານແດນ. ໃນຂະນະດຽວກັນ, ແນໃສ່ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆທີ່ພົວພັນກັບຂະບວນການເຄື່ອນໄຫວເຮັດໜັງສືຜ່ານແດນ ດ່ວນແບບຜິດກົດໝາຍ ທີ່ເກີດຂຶ້ນໃນປັດຈຸບັນ ດ້ວຍການຫັນເອົາການອອກໜັງສືຜ່ານແດນດ່ວນເຂົ້າສູ່ລະບົບ, ລະບຽບ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້ ແລະ ພ້ອມທັງເປັນການສ້າງລາຍຮັບເພີ່ມເຂົ້າງົບປະມານ.

No photo description available.

ການຈັດເກັບຄ່າທຳນຽມ, ຄ່າບໍລິການອອກໜັງສືຜ່ານແດນ ແລະ ບໍລິການອອກໜັງສືຜ່ານແດນດ່ວນ ຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 4 ມີນາ 2024 ເປັນຕົ້ນໄປ.