ຣັດເຊຍ ສະໜອງທັນຍາຫານ 2 ແສນໂຕນໃຫ້ 6 ປະເທດ ອາຟຣິກາ

30

ຣັດເຊຍ ໄດ້ປະຕິບັດສຳເລັດຂໍ້ລິເລີ່ມຂົນສົ່ງທັນຍາຫານໂດຍບໍ່ເກັບຄ່າຈຳນວນ 200.000 ໂຕນໄປໃຫ້ 6 ປະເທດ ອາຟຣິກາ.

ວິທະຍຸກະຈ່າຍສຽງແຫ່ງຊາດຫວຽດນາມລາຍງານວ່າ: ວັນທີ 21 ກຸມພາ, ກະຊວງກະສິກຳ ຣັດເຊຍ ໃຫ້ຮູ້ວ່າ: ປະເທດຣັດເຊຍໄດ້ປະຕິບັດສຳເລັດຂໍ້ລິເລີ່ມຂົນສົ່ງທັນຍາຫານໂດຍບໍ່ເກັບຄ່າຈຳນວນ 200.000 ໂຕນໄປໃຫ້ 6 ປະເທດ ອາຟຣິກາ ຄື: ໂຊມາເລຍ ແລະ ສາທາລະນະລັດ ອາຟຣິກາກາງ ປະເທດລະ 50.000 ໂຕນ. ສ່ວນ 4 ປະເທດຄື ມາລີ, ບູກີນາ ຟາໂຊ, ຊິມບາເວ ແລະ ອີຣີເຕເຣຍ ປະເທດລະ 25.000 ໂຕນ.

ไม่มีคำอธิบายรูปภาพ

ກ່ອນໜ້ານັ້ນ, ຢູ່ກອງປະຊຸມສຸດຍອດ ຣັດເຊຍ – ອາຝຣິກາ ທີ່ດຳເນີນໃນເດືອນ ກໍລະກົດ 2023, ທ່ານປະທານາທິບໍດີ ຣັດເຊຍ ໄດ້ໃຫ້ຄຳໝັ້ນສັນຍາຈະສະໜອງທັນຍາຫານໂດຍບໍ່ເກັບຄ່າໃຫ້ 6 ປະເທດ ອາຟຣິກາ, ໃນສະພາບທີ່ຂໍ້ຕົກລົງທັນຍາຫານລະຫວ່າງ ຣັດເຊຍ – ອູແກຼນ ອະນຸຍາດໃຫ້ຂົນສົ່ງທັນຍາຫານໄປຜ່ານບັນດາທ່າກ່ຳປັ່ນທະເລດຳ ຖືກລົ້ມລະລາຍ.