6 ນັກສຶກສາລາວ ຮ່ວມກັບ ສະຫະພັນຣັກບີ້ລາວ ມຸ່ງໜ້າສູ່ ຍີ່ປຸ່ນ ຮ່ວມໂຄງການແລກປ່ຽນກີລາຣັກບີ້

116

Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປລາວ ລານງານຂ່າວດີໃນຕອນເຊົ້າມື້ນີ້ວັນທີ 19 ກຸມພາ 2024 ໄດ້ສົ່ງ ນັກສຶກສາລາວ 6 ຄົນ ແລະ ພະນັກງານຈາກສະຫະພັນລາວຣັກບີ້ແຫ່ງຊາດລາວ 1 ທ່ານໄດ້ອອກເດີນທາງໄປໂຕກຽວ ແລະ ຟຸກຸໂອກະ ປະເທດຍີ່ປຸ່ນເພື່ອເຂົ້າຮ່ວມໃນໂຄງການແລກປ່ຽນກີລາ (ຣັກບີ້) ອາຊຽນ-ຍີ່ປຸ່ນ ແລະ SDGs ລະຫວ່າງວັນທີ 19 – 26 ກຸມພາ 2024.

ໂຄງການແລກປ່ຽນລະຫວ່າງພາກພື້ນ ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນນີ້ ມີຈຸດປະສົງເພື່ອພັດທະນາສາຍສຳພັນລະຫວ່າງບຸກຄົນໃນອາຊຽນ ແລະ ຍີ່ປຸ່ນຜ່ານການແລກປ່ຽນມຸມມອງ ລວມທັງການແລກປ່ຽນດ້ານກີລາ ແລະ ວັດທະນະທຳ ລະຫວ່າງສະມາຊິກຮຸ່ນໜຸ່ມ.

ນອກຈາກນັ້ນ, ຊາວໜຸ່ມຈາກລາວ ແລະ ພາກພື້ນອາຊຽນເຫຼົ່ານີ້ຈະໄດ້ຮຽນຮູ້ກ່ຽວກັບວິທີການຫຼິ້ນຣັກບີ້ ແລະ ກີລາຕ່າງໆຜ່ານການຟັງບັນຍາຍແບບໃຫ້ຜູ້ຟັງມີສ່ວນຮ່ວມ, ການທົດລອງ ແລະ ການແລກປ່ຽນຕ່າງໆ ເພື່ອເສີມສ້າງຄວາມເຂົ້າໃຈກ່ຽວກັບວັດທະນະທຳຍີ່ປຸ່ນ ແລະ ຄົນຍີ່ປຸ່ນ ຜ່ານການຫຼິ້ນກີລາຣັກບີ້ຕົວຈິງ.

ນັກສຶກສາລາວທັງ 6 ຄົນແມ່ນໄດ້ຮັບການຄັດເລືອກໂດຍຮ່ວມມືກັບ ກະຊວງສຶກສາທິການ ແລະ ກີລາ ແລະ ສະຫະພັນລາວຣັກບີ້. ຜູ້ເຂົ້າຮ່ວມຈາກປະເທດລາວຈະຮ່ວມກັບຜູ້ເຂົ້າຮ່ວມຈາກປະເທດອາຊຽນຫຼິ້ນກີລາ “Tag Rugby” (ກີລາຣັກບີ້ຮູບແບບໜຶ່ງທີ່ປັບໃຫ້ເໝາະສົມກັບຜູ້ເລີ່ມຕົ້ນ) ແລະ ແຂ່ງຂັນກະຊັບມິດອີກດ້ວຍ. ນອກນັ້ນ, ຜູ້ເຂົ້າຮ່ວມຈະໄດ້ສຳຜັດກັບກິດຈະກຳຂ້າມວັດທະນະທຳ, ເວີກຊັອບ ແລະ ແລກປ່ຽນກັບຜູ້ຢູ່ອາໄສໃນທ້ອງຖິ່ນ.

ໂຄງການແລກປ່ຽນຈາກຄົນສູ່ຄົນ ລະຫວ່າງຍີ່ປຸ່ນ ແລະ ເຂດອາຊີປາຊີຟິກ JENESYS ຫຍໍ້ມາຈາກ Japan-East Asia Network of Exchange for Students and Youths. ຊາວໜຸ່ມລາວຫຼາຍກວ່າ 2300 ຄົນໄດ້ໄປຍີ່ປຸ່ນເພື່ອເຂົ້າຮ່ວມໂຄງການນີ້ ຕັ້ງແຕ່ JENESYS ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2007. ເປັນທີ່ຄາດຫວັງວ່າການແລກປ່ຽນເຫຼົ່ານີ້ຈະສືບຕໍ່ສົ່ງເສີມຄວາມໄວ້ວາງໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງຄົນຮຸ່ນໜຸ່ມ ເພື່ອສ້າງຮາກຖານທີ່ແຂງແຮງສຳລັບການຮ່ວມມື ແລະ ມິດຕະພາບທີ່ຍືນຍາວຂອງຍີ່ປຸ່ນ ແລະ ລາວ.
ຮູບຈາກ: Lao Rugby Federation