ປະກັນໄພ (Insurance)

65

ການປະກັນໄພ ແມ່ນເປັນເຄື່ອງມືໜຶ່ງໃນການປ້ອງກັນ ຄວາມສ່ຽງທີ່ສາມາດເຫັນໄດ້ໃນປັດຈຸບັນ. ການຊື້ປະກັນໄພ ຖືເປັນການລົງທຶນຢ່າງໜຶ່ງທີ່ບໍ່ຄວນເບິ່ງຂ້າມ ເພາະມັນເປັນການຖ່າຍໂອນຄວາມສ່ຽງໃຫ້ກັບຜູ້ອື່ນ ເຊິ່ງແມ່ນ ບໍລິສັດ ປະກັນໄພ ນັ້ນເອງ ໂດຍຈະຊ່ວຍທ່ານຫຼຸດຜ່ອນອຸປະສັກ ເພື່ອໃຫ້ສາມາດບັນລຸເປົ້າໝາຍທີ່ຕັ້ງໄວ້.

อาจเป็นรูปภาพของ ข้อความพูดว่า "由 由 INSURANCE"

ປັດຈຸບັນຜະລິດຕະພັນປະກັນໄພມີຫຼາກຫຼາຍປະເພດ ເປັນຕົ້ນແມ່ນປະກັນໄພລົດ, ປະກັນໄພທີ່ຢູ່ອາໄສ, ປະກັນໄພສຸຂະພາບ, ປະກັນໄພຊີວິດ, ປະກັນໄພການເດີນທາງ ແລະ ອື່ນໆ ການທີ່ຈະຊື້ປະກັນໄພໃດໜຶ່ງນັ້ນ ແມ່ນອີງໃສ່ຄວາມສາມາດໃນການຈ່າຍຄ່າທຳນຽມປະກັນໄພ ແລະ ຄວາມຈຳເປັນຂອງແຕ່ລະບຸກຄົນ. ໃນທີ່ນີ້ພວກເຮົາຈະຍົກໃຫ້ເຫັນຄວາມສໍາຄັນຂອງປະກັນໄພບາງປະເພດທີ່ຄວນພິຈາລະນາ

อาจเป็นรูปภาพของ ข้อความ

  1. ປະກັນໄພຍານພາຫະນະ: ເຊິ່ງຜູ້ໃຫ້ປະກັນໄພຈະຈ່າຍຄ່າເສຍຫາຍທົດແທນ ຕາມວົງເງິນຄຸ້ມກັນໃນປະກັນໄພຍານພາຫະນະ ຈະຊ່ວຍໃນການຫຼຸດຜ່ອນຄ່າໃຊ້ຈ່າຍທີ່ເປັນພາລະ ເມື່ອເກີດມີອຸບັດເຫດກັບຍານພາຫະນະຂອງທ່ານທີ່ອາດສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງທ່ານເອງ ຫຼື ບຸກຄົນທີ່ສາມ. ໂດຍທົ່ວໄປແລ້ວ ປະກັນໄພຍານພາຫະນະຈະປະກອບມີ 3 ທາງເລືອກ ເຊັ່ນ: ປະກັນໄພບຸກຄົນທີສາມ, ປະກັນໄພຮອບດ້ານ ແລະ ປະກັນໄພບຸກຄົນທີສາມບວກການຕໍາ.
  2. ປະກັນໄພສຸຂະພາບ: ບັນຫາສຸຂະພາບເປັນເລື່ອງທີ່ສຳຄັນ ແລະ ໃກ້ຕົວທ່ານ ດ້ວຍເຫດນັ້ນການເຮັດປະກັນໄພສຸຂະພາບກໍຈະຊ່ວຍແບ່ງເບົາພາລະຄ່າໃຊ້ຈ່າຍໃນການປິ່ນປົວ ເຮັດໃຫ້ບໍ່ໄປລົບກວນເງິນສະສົມບ້ວງອື່ນ. ສຳລັບວົງເງິນຄຸ້ມກັນແມ່ນຂຶ້ນກັບທາງເລືອກຂອງການເຮັດປະກັນໄພ.
  3. ປະກັນໄພຊີວິດ: ຊີວິດມີແຕ່ຄວາມບໍ່ແນ່ນອນ ຖ້າຫາກມື້ໃດມື້ໜຶ່ງທ່ານຜູ້ທີ່ເປັນເສົາຫຼັກຂອງຄອບຄົວຫາກເສຍຊີວິດລົງແບບກະທັນຫັນ ບໍ່ວ່າຈະຍ້ອນໂລກໄພໄຂ້ເຈັບ ຫຼື ອຸບັດເຫດກໍຕາມ ໃຜຈະເປັນຜູ້ຮັບຜິດຊອບຊີວິດຄອບຄົວຂອງທ່ານ ທັງຄ່າໃຊ້ຈ່າຍໃນເຮືອນ, ຄ່າຮ່ຳຮຽນລູກ ແລະ ອື່ນໆ. ການເຮັດປະກັນໄພຊີວິດກໍເປັນອີກຕົວເລືອກໜຶ່ງທີ່ເຮັດໃຫ້ທ່ານໝັ້ນໃຈໄດ້ວ່າ ຄອບຄົວຂອງທ່ານຈະຍັງມີເງິນເປັນກ້ອນໄວ້ຕັ້ງຕົວໃນເວລາທີ່ທ່ານຈາກໄປແລ້ວ ສຳລັບທາງເລືອກຂອງການປະກັນໄພຊີວິດນັ້ນແມ່ນຂຶ້ນກັບນະໂຍບາຍຂອງແຕ່ລະບໍລິສັດ ໂດຍທົ່ວໄປມີ 2 ປະເພດ ຄື:

ປະກັນໄພຊີວິດແບບທໍາມະດາ ( Term Life Insurance ): ແມ່ນປະກັນໄພຊີວິດທີ່ຄອບຄົວຂອງທ່ານ ຈະໄດ້ຮັບສິນປະກັນໄພທັນທີທີ່ທ່ານເສຍຊີວິດ ເຊິ່ງຈຳນວນວົງເງິນປະກັນໄພຈະຫຼາຍ ຫຼື ໜ້ອຍແມ່ນຂຶ້ນກັບທາງເລືອກ ແລະ ຊ່ວງອາຍຸຂອງທ່ານ ໂດຍອີງຕາມນະໂຍບາຍຂອງແຕ່ລະບໍລິສັດປະກັນໄພ.

ປະກັນໄພຊີວິດແບບສະສົມ ( Life Endowment Insurance ) ແມ່ນການປະກັນໄພຊີວິດທີ່ທ່ານຈະໄດ້ຮັບສິນປະກັນໄພຕາມແຕ່ລະກໍລະນີລຸ່ມນີ້:

  • ກໍລະນີທ່ານບໍ່ໄດ້ເສຍຊີວິດ ໃນໄລຍະເວລາຂອງການປະກັນໄພແມ່ນຈະໄດ້ຮັບສິນປະກັນໄພພ້ອມດ້ວຍດອກເບ້ຍ ແລະ ເງິນປັນຜົນຕາມກຳນົດເວລາທີ່ເປັນທາງເລືອກຂອງທ່ານ.
  • ກໍລະນີທ່ານເສຍຊີວິດໃນໄລຍະເວລາຂອງການປະກັນໄພ ຄອບຄົວຂອງທ່ານຈະໄດ້ຮັບສິນປະກັນໄພທັນທີ ເມື່ອທ່ານເສຍຊີວິດ ເຊິ່ງອາດຈະໄດ້ຮັບສິນປະກັນໄພ 2 – 3 ເທົ່າຂອງຄ່າທໍານຽມປະກັນໄພ ຫຼື ຫຼາຍກວ່ານັ້ນ ອີງຕາມນະໂຍບາຍຂອງແຕ່ລະບໍລິສັດ.
  1. ປະກັນໄພທີ່ຢູ່ອາໄສ: ເຮືອນຊານ ເປັນຊັບສິນຫຼັກອັນໜຶ່ງທີ່ທ່ານໃຊ້ເຫື່ອແຮງທີ່ມີທັງໝົດໃນການຊອກຫາ ແລະ ສ້າງສາ. ການທີ່ຈະເຮັດໃຫ້ທີ່ຢູ່ອາໄສຂອງທ່ານປອດໄພຈາກເຫດການທີ່ບໍ່ຄາດຝັນ ທີ່ອາດຈະເກີດຂຶ້ນໄດ້ຕະຫຼອດເວລານັ້ນ ແມ່ນເປັນໄປໄດ້ຍາກ, ແຕ່ການຫຼຸດຜ່ອນຄ່າໃຊ້ຈ່າຍທີ່ເກີດຈາກຄວາມເສຍຫາຍດັ່ງກ່າວ ແມ່ນສາມາດເຮັດໄດ້ດ້ວຍການເຮັດປະກັນໄພທີ່ຢູ່ອາໄສ ເຊິ່ງທ່ານຈະໄດ້ຮັບການຊົດເຊີຍຄວາມເສຍຫາຍອີງຕາມວົງເງິນຄຸ້ມກັນທີ່ທ່ານໄດ້ເລືອກເອົາໄວ້ ເມື່ອເຮືອນ ແລະ ຊັບສິນຂອງທ່ານເກີດຄວາມເສຍຫາຍ. ການເຮັດປະກັນໄພກໍມີຫຼາຍທາງເລືອກ ໂດຍລວມມີການຄຸ້ມກັນເມື່ອເກີດໄຟໄໝ້, ຄວາມເສຍຫາຍຈາກນໍ້າ, ແກ້ວແຕກ, ຄວາມເສຍຫາຍທີ່ເກີດຈາກອຸປະກອນໄຟຟ້າ, ການຖືກລັກຊັບ, ການທົດແທນຄວາມເສຍຫາຍໃຫ້ບ້ານໃກ້ເຮືອນຄຽງ ຫຼື ບຸກຄົນທີສາມ ແລະ ອື່ນໆ. ສໍາລັບການຄິດໄລ່ຄ່າທຳນຽມປະກັນໄພ ແລະ ຈຳນວນວົງເງິນຄຸ້ມກັນ ອາດຈະຄິດໄລ່ຈາກມູນຄ່າຂອງເຮືອນ ແລະ ຊັບສິນພາຍໃນເຮືອນ ຫຼື ຕາມນະໂຍບາຍຂອງແຕ່ລະບໍລິສັດ.

ໂດຍ: ຕລຊລ