ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິຂອງຣັດເຊຍ ເຜີຍວ່າລວມຍອດຜະລິດຕະພັນພາຍໃນປະເທດ ຫຼື ຈີດີພີ ຂະຫຍາຍຕົວ 3,6% ໃນປີ 2023 ຫຼັງຫຼຸດລົງ 1,2% ໃນປີ 2022.
ຂະນະທີ່ສູນວິເຄາະເສດຖະກິດມະຫາພາກ ແລະ ພະຍາກອນໄລຍະສັ້ນ ຫຼື CAMAC ຂອງຣັດເຊຍ ລະບຸວ່າ: ຜົນຜະລິດທາງອຸດສາຫະກຳໃນໄລຍະ 2 ປີ ທີ່ເກີດ ຄວາມຂັດແຍ່ງກັບ ອູແກຣນ ເພີ່ມຂຶ້ນ 60 – 65%.
ສ່ວນກອງທຶນການເງິນລະຫວ່າງປະເທດ ຫຼື ໄອເອັມເອັຟ ຄາດວ່າເສດຖະກິດຣັດເຊຍ ອາດເຕີບໂຕ 2,6% ຫຼາຍ ກວ່າທີ່ກະຊວງເສດຖະກິດຂອງຣັດເຊຍຄາດການໄວ້2,3% ເຊິ່ງເປັນການເຕີບໂຕໄວກວ່າເຂດເສດຖະກິດ ຈີ 7 ທັງໝົດໃນປີນີ້ ແຕ່ນ້ອຍກວ່າການເຕີບໂຕຂອງເສດຖະກິດເກີດໃໝ່ໃນເອີຣົບ.