ວິຊາຄະນິດສາດມີຄວາມຈຳເປັນຕໍ່ການພັດທະນາປະເທດ ເພາະວິຊາຄະນິດສາດ ເປັນພື້ນຖານຂອງການຮຽນຕໍ່ໃນວິຊາສະເພາະໃນລະດັບສູງ ເຊັ່ນ: ວິສະວະກອນ, ໄອທີ, ການແພດ, ສະຖາປະນິກ ແລະ ການເງິນ ເປັນຕົ້ນ.
ຄະນິດສາດ ມີໂຕເລກພຽງແຕ່ 10 ໂຕ ຖ້າປຽບທຽບກັບໂຕອັກສອນຖືວ່າມີໜ້ອຍກວ່າຫຼາຍ ແຕ່ຄົນສ່ວນຫຼາຍມັກຢ້ານວິຊາຄະນິດສາດ. ພໍ່ແມ່ຜູ້ປົກຄອງຫຼາຍຄົນຢາກໃຫ້ລູກເກັ່ງ, ມັກວິຊາຄະນິດສາດ ແລະ ບໍ່ຢ້ານວິຊາຄະນິດສາດ ທ່ານຈະເຮັດໄດ້ແນວໃດ? ເພື່ອຊ່ວຍໃຫ້ລູກທ່ານມັກວິຊາຄະນິດສາດ ແລະ ເກັ່ງຄະນິດສາດມີ 5 ເຕັກນິກ ດັ່ງນີ້:
1. ຮຽນຮູ້ດ້ວຍຄວາມເຂົ້າໃຈ ບໍ່ແມ່ນຮຽນຮູ້ດ້ວຍການເລົ່າ:
ວິຊາຄະນິດສາດ ຄືວິຊາທີ່ສອນໃຫ້ເດັກນ້ອຍແກ້ໄຂບັນຫາຢ່າງເປັນລະບົບ ເນັ້ນຄວາມເຂົ້າໃຈ ຕົວຢ່າງ 9 x 8 ຄື 9 ກຸ່ມຂອງ 8 ສິ່ງຂອງ ຍົກຕົວຢ່າງ ເຊັ່ນ: ກອງເຂົ້າໜົມ 9 ກອງ ມີກອງລະ 8 ກ້ອນ ລວມກັນທັງໝົດເປັນ 72 ກ້ອນ ຖ້າເດັກນ້ອຍລືມບັ້ງສູດກໍສາມາດບວກເລກໄດ້ຖືກ ແຕ່ຖ້າເດັກນ້ອຍບໍ່ເຂົ້າໃຈ ຖ້າເຂົາລືມບັ້ງສູດກໍເຮັດບໍ່ໄດ້. ຄໍາຖາມດ້ານຄະນິດສາດສ່ວນຫຼາຍຈະບໍ່ກ່ຽວຂ້ອງກັບການດຳເນີນຊີວິດ ຫຼື ໃຊ້ໃນຊີວິດປະຈຳວັນ ແຕ່ຈະທ້າທາຍວິທີການຄິດຂອງເດັກນ້ອຍ ຊ່ວຍໃຫ້ເດັກນ້ອຍຄິດຢ່າງມີວິທີການ ແລະ ເປັນຕັກກະ, ສະນັ້ນ ວິທີການຈຶ່ງສຳຄັນ ກວ່າຜົນລັບ.
2. ສາທິດແນວຄວາມຄິດໃຫ້ເຫັນເປັນຮູບປະທຳ:
ຄຳຖາມທີ່ກ່ຽວຂ້ອງກັບ “ ນ້ອຍກວ່າ ” “ ຫຼາຍກວ່າ ” ບາງຄັ້ງ ການໃຊ້ເງິນປຽບທຽບ ອາດຈະເຮັດໃຫ້ເດັກນ້ອຍສັບສົນ. ດັ່ງນັ້ນ ຄວນດຶງເຄື່ອງມື ຫຼື ອຸປະກອນທີ່ເຫັນຊັດເຈນກວ່າເງິນມາເປັນຕົວຢ່າງ ເຊັ່ນ: ທ່ານວາງບິກຮຽງກັນຂ້າງລະ 4 ກ້ານ ແລ້ວຈາກນັ້ນ ທ່ານເພີ່ມບິກຮຽງກັນໄປອີກ 3 ກ້ານໃນຂ້າງໃດຂ້າງໜຶ່ງ ເພື່ອໃຫ້ເດັກນ້ອຍເຫັນວ່າ ເພີ່ມບິກອີກ 3 ກ້ານ ມີຈຳນວນຫຼາຍກວ່າ 4 ກ້ານ ແທນທີ່ຈະໃຫ້ເດັກນ້ອຍຈື່ວ່າ 7 ຫຼາຍກວ່າ 4.
3. ໃຊ້ເວລາໃນການຖາມຢ່າງລະມັດລະວັງ
ເດັກນ້ອຍສ່ວນຫຼາຍມັກຈະເຮັດຄະນິດສາດບໍ່ຖືກຍ້ອນວ່າ ອ່ານຄຳຖາມບໍ່ຖືກຕ້ອງຫຼາຍກວ່າບໍ່ເຂົ້າໃຈຄຳຖາມ. ຄະນິດສາດບໍ່ແມ່ນຄວາມເຂົ້າໃຈພຽງແຕ່ຕົວເລກ ແຕ່ການເຂົ້າໃຈພາສາກໍ່ສຳຄັນຫຼາຍ ເພາະສະນັ້ນການຮຽນຄະນິດສາດໃຫ້ເກັ່ງ ການຮຽນດ້ວຍພາສາແມ່ຈະຊ່ວຍໄດ້ຫຼາຍກວ່າການຮຽນຄະນິດສາດຈາກພາສາທີ່ສອງ ຫຼື ພາສາຕ່າງປະເທດ.
4. ຮຽນຮູ້ດ້ວຍວິທີທີ່ຄ່ອຍເປັນຄ່ອຍໄປ
ວິຊາຄະນິດສາດໃຫ້ຄວາມເຂົ້າໃຈກັບວິທີຄິດຫຼາຍ ເພາະສະນັ້ນ ການສອນເດັກນ້ອຍ ຫຼື ທຸກໄວ ຄວນສອນແບບຄ່ອຍເປັນຄ່ອຍໄປ ບໍ່ຄວນອັດຂໍ້ມູນ ຫຼື ຕົວເລກຫຼາຍເກີນໄປ. ແຕ່ລະມື້ ທ່ານຄວນສອນເທື່ອລະເລັກເທື່ອລະນ້ອຍ ແລ້ວພື້ນຖານທາງຄະນິດສາດຂອງເຂົາຈະຖືກສ້າງຂຶ້ນມາເອງ ຍົກຕົວຢ່າງ:
ທ່ານສາມາດໃຫ້ແບບຝຶກຫັດກັບລູກທ່ານວັນລະ 15 – 30 ນາທີ ແລ້ວຄ່ອຍໆເພີ່ມຈຳນວນຂຶ້ນ. ທ່ານຄວນຕັ້ງເວລາ ກຳນົດເວລາການຝຶກຄະນິດສາດເປັນປະຈຳ ຫຼື ທ່ານສາມາດຕັ້ງໂຈດຄຳຖາມມື້ລະ 1 ໂຈດ ແລ້ວຄ່ອຍໆເພີ່ມຈຳນວນ ສິ່ງສຳຄັນຄືຄວາມສະໝ່ຳສະເໝີໃນການຝຶກຝົນຈະດີກວ່າການອັດແໜ້ນໆເທື່ອດຽວ.
5. ໃຊ້ຕົວຢ່າງໃນຊີວິດປະຈຳວັນ ເພື່ອໃຫ້ລູກເຫັນວ່າ ຄະນິດສາດຄວາມສຳຄັນຕໍ່ຊີວິດ ແລະ ເຫັນເປັນຮູບປະທຳ:
ຄວາມເປັນຈິງແລ້ວ ເຮົາຈະເຫັນວ່າ ຄະນິດສາດມີຢູ່ທຸກທີ່ໃນຊີວິດປະຈຳວັນ ຍົກຕົວຢ່າງ ທ່ານຕ້ອງການສອນວ່າມີຄວາມໝາຍວ່າແມ່ນຫຍັງ ທ່ານສາມາດຕັ້ງຄຳຖາມໄດ້ວ່າ ມີໝູ່ 4 ຄົນ ມີເຄັກກ້ອນໜຶ່ງຈະແບ່ງແບບໃດ? ແລະ ຖ້າມີໝູ່ມາເພີ່ມອີກ 8 ຄົນ ເດັກຈະໄດ້ເຄັກຫຼາຍຂຶ້ນ ຫຼື ໜ້ອຍລົງ ເດັກຈະຮຽນໄດ້ດີຂຶ້ນ ເມື່ອມີການດຶງຄະນິດສາດມາຈາກຊີວິດປະຈຳວັນມາເປັນເລື່ອງເລົ່າໃຫ້ເດັກນ້ອຍເຂົ້າໃຈ.
ພຽງແຕ່ 5 ເຄັດລັບນີ້ ເດັກກໍສາມາດມີຄວາມເກັ່ງ ແລະ ມັກໃນວິຊາຄະນິດສາດໄດ້ແລ້ວ.
ຂໍ້ມູນຈາກ:Khou Shinta