ສຶກສານະຄອນຫຼວງແຈ້ງໃຫ້ 9 ຕົວເມືອງເຝົ້າລະວັງສະພາບອາກາດ ຫາກຈຳເປັນໃຫ້ພັກການຮຽນ

87

ນະຄອນຫຼວງວຽງຈັນ ຄືທີ່ພວກເຮົາຮູ້ກັນ ໄລຍະນີ້ອາກາດຮ້ອນຫຼາຍຖ້າຫ້ອງຮຽນບໍ່ມີແອເຢັນ ຫຼື ບໍມີພັດລົມຈະເປັນການຍາກທີ່ຈະໃຫ້ເດັກນ້ອຍລູກຫຼານນັ່ງຮຽນໃນຫ້ອງທ່າມກາງຄວາມສ່ຽງ ຈຶ່ງໃຫ້ພິຈາລະນາໂຈະການຮຽນຊົ່ວຄາວຖ້າບໍ່ມີສິ່ງອຳນວຍຄວາມສະດວກ.

No photo description available.
ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ອອກແຈ້ງການເຖິງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງ 9 ເມືອງ ຜູ້ອໍານວຍການໂຮງຮຽນທັງພາກລັດ ແລະ ເອກະ ຊົນໃນນະຄອນຫຼວງວຽງຈັນໂຈະການຮຽນຊົ່ວຄາວ ໂຈະການຮຽນຊົ່ວຄາວ ເພື່ອເພີ່ມທະວີເຝົ້າລະວັງສະພາບອາກາດຮ້ອນອົບເອົ້າ ລົມພາຍຸ ແລະ ມົນລະພິດທາງອາກາດ ທີ່ອາດຈະມີຜົນກະທົບຕໍ່ຂະແໜງການສຶກສາ ແລະ ກີລາ.

No photo description available.
ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການສະບັບເລກທີ 1010/ສກ ນວ ລົງວັນທີ 29 ເມສາ 2024 ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາ ເມືອງ 9 ເມືອງ ຜູ້ອຳນວຍ ການໂຮງຮຽນທັງພາກລັດ ແລະ ເອກະຊົນໃນນະຄອນຫຼວງ ວຽງຈັນ ໃຫ້ເພີ່ມທະວີເຝົ້າລະວັງສະພາບອາກາດຮ້ອນອົບເອົ້າ ລົມພາຍຸ ແລະ ມົນລະພິດທາງອາກາດ ທີ່ອາດຈະມີຜົນກະທົບຕໍ່ ຂະແໜງການສຶກສາ ວິທະຍາສາດ ແລະ ກີລາ ໂດຍໃຫ້ປະຕິບັດ ຕາມໜັງສືແຈ້ງການຂອງຫ້ອງການກະຊວງສຶກສາ ທິການ ແລະ ກີລາ ສະບັບເລກທີ 1642/ຫກ ລົງວັນທີ 25 ເມສາ 2024 ໃຫ້ໄດ້ຮັບຜົນດີ.

No photo description available.
ສະນັ້ນ, ໃຫ້ຫ້ອງການ ສຶກສາທິການ ແລະ ກີລາເມືອງ ໂຮງຮຽນຕ່າງໆທັງພາກລັດ ແລະ ເອກະຊົນທົ່ວນະຄອນຫຼວງວຽງຈັນ ຈົ່ງເອົາໃຈໃສ່ ຕິດຕາມສະພາບອາກາດຕົວຈິງໃນແຕ່ລະໄລຍະ ຖ້າຫາກອາກາດຍັງສືບຕໍ່ຮ້ອນອົບເອົ້າ ແລະ ມີອຸນນະພູມ 40 ອົງສາເຊ ຂຶ້ນໄປ ເຊິ່ງອາດຈະເກີດມີຜົນກະທົບຕໍ່ສຸຂະພາບຂອງນ້ອງນັກຮຽນ ໂດຍສະເພາະແມ່ນໂຮງຮຽນລ້ຽງເດັກ-ອະນຸບານ ໂຮງຮຽນປະຖົມ ໂຮງຮຽນມັດທະຍົມຕອນຕົ້ນ ຕອນປາຍ ບ່ອນທີ່ບໍ່ມີເຄື່ອງປັບອາກາດ ໃຫ້ຫ້ອງການສຶກສາ ທິການ ແລະ ກີລາ ເມືອງ ໂຮງຮຽນພິຈະລະນາໂຈະການຮຽນຊົ່ວຄາວນັບແຕ່ ວັນທີ 30 ເມສາ ຫາ ວັນທີ 3 ພຶດສະພາ 2024 ສາກ່ອນ ແຕ່ໃຫ້ມີການສອນທົດແທນຄືນຕາມຮູບການຕ່າງໆທີ່ເໝາະສົມ ໃນໄລຍະໂຈະການຮຽນນີ້ໃຫ້ຄູປະຈຳຫ້ອງ ຄູປະຈຳວິຊາ ມອບວຽກບ້ານໃຫ້ນັກຮຽນຄົ້ນຄ້ວາຢູ່ບ້ານ ເພື່ອກະ ກຽມໃສ່ໃນການສອບ ເສັງເລື່ອນຂັ້ນ ແລະ ຈົບຊັ້ນ ປະຈຳ ສົກຮຽນ 2023-2024.

ສໍາລັບໂຮງຮຽນທີ່ມີສິ່ງອໍານວຍຄວາມສະດວກ ມີເຄື່ອງປັບອາກາດ ສາມາດຈັດການຮຽນ-ການສອນໄດ້ ແຕ່ໃຫ້ຫຼີກລ່ຽງການຈັດກິດຈະກຳກາງແຈ້ງເປັນເວລາດົນນານ ໃຫ້ປັບເວລາການຈັດກິດຈະກຳຕາມຄວາມເໝາະສົມ.

May be an image of text