ແຕ່ງຕັ້ງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເປັນວ່າການແທນອະທິການບໍດີ ມຊ

268

ໃນເຊົ້າວັນນີ້ 26 ເມສາ 2024, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປະກາດການຈັດຕັ້ງຄະນະນໍາ ມຊ. ຂຶ້ນທີ່ສະໂມສອນ ສະຖາບັນຂົງຈື ໃນພິທີ ທ່ານ ປອ. ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານ ດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ ສະບັບເລກທີ 122/ນຍ, ລົງວັນທີ 29 ມັງກອນ 2024 ອະນຸມັດໃຫ້ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ລວມອາຍຸການ 37 ປີ ອອກພັກການ-ຮັບອຸດໜູນບໍານານ.

May be an image of 2 people, dais and text
ພ້ອມນີ້ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ພະນັກງານດຳລົງຕໍາແໜ່ງບໍລິຫານຂອງ ມຊ ສະບັບເລກທີ 1569/ສສກ, ລົງວັນທີ 09 ເມສາ 2024, ວ່າດ້ວຍການແຕ່ງຕັ້ງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເປັນວ່າການແທນອະທິການບໍດີ ມຊ; ດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງອະທິການບໍດີ ມຊ ສະບັບເລກທີ 224/ນຍ ລົງວັນທີ 08 ເມສາ 2024 ວ່າດ້ວຍການແຕ່ງຕັ້ງທ່ານ ສຈ.ປອ. ພູເພັດ ກ້ຽວພິລາວົງ ເປັນຮອງອະທິການບໍດີ ມຊ;
ດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງອະທິການບໍດີ ມຊ. ເລກທີ 225/ນຍ ລົງວັນທີ 08 ເມສາ 2024 ວ່າດ້ວຍການແຕ່ງຕັ້ງທ່ານ ທອງສຸກ ແກ້ວມະນີ ເປັນຮອງອະທິການບໍດີ ມຊ.

May be an image of 2 people and text
ໃນພິທີສໍາຄັນນີ້, ທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ໄດ້ສະແດງຄວາມຍ້ອງຍໍ ແລະ ຊົມເຊີຍຕໍ່ຜົນງານ ຂອງທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະດີດອະທິການບໍດີ ມຊ, ທີ່ໄດ້ທຸ່ມເທສະຕິປັນຍາ ແລະ ເຫື່ອແຮງຂອງຕົນປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ເວົ້າລວມ ແລະ ເວົ້າສະເພາະແມ່ນ ການພັດທະນາ ມຊ;
ທ່ານລັດຖະມົນຕີກ່າວອີກວ່າ: ໃນໄລຍະການຮ່ວມວຽກງານນໍາທ່ານ ອະດີດອະທິການບໍດີວ່າ ທ່ານເປັນບຸກຄົນໜຶ່ງທີ່ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີວິໄສທັດອັນກວ້າງໄກ, ມີຄວາມສາມາດໃນການນຳໃຊ້ ແລະຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະກໍາລັງແຮງສັງລວມທັງຢູ່ພາຍໃນ ແລະ ພາຍນອກເຂົ້າໃນການພັດທະນາມະຫາວິທະຍາໄລ, ເປັນຜູ້ນຳທີ່ມີມະນຸດສຳພັນດີ ແລະມີຄວາມໂອບເອື້ອອາລີ ຊຶ່ງເປັນຈຸດເດັ່ນອັນໜຶ່ງຂອງທ່ານ, ແຕ່ທ່ານກໍເປັນຜູ້ນຳທີ່ມີຄວາມເດັດຂາດ, ກ້າຄິດ, ກ້າເຮັດ ແລະກ້າຮັບຜິດຊອບ; ເປັນແບບຢ່າງອັນດີໃຫ້ໝູ່ຄະນະ ແລະບຸກຄະລາກອນໃນ ມຊ, ເປັນຜູ້ໜຶ່ງທີ່ມີຄວາມບຸກໜ້າບືນຕົວຜ່ານຜ່າຂໍ້ຫຍຸ້ງຍາກ ໂດຍສະເພາະແມ່ນໄລຍະທີ່ທ່ານຮັບຕໍາແໜ່ງໄດ້ມີການລະບາດຂອງພະຍາດໂຄວິດ19 ແຕ່ທ່ານກໍສາມາດນໍາພາ ມຊ ຜ່ານວິກິດນັ້ນມາໄດ້.

May be an image of 2 people and text that says 'ด อะทภามบถิ 99ภผัภภาม 99 J และ ปะ อ่าภรองเท เทามอะ อ่าภ จะทิกาำ បះហ ขล ที่: ที่:สะเ สะโ ฮา2 ฮา 2'

ໃນໂອກາດດຽວກັນ ທ່ານລັດຖະມົນຕີ ໄດ້ຝາກເຖິງ ວ່າການແທນອະທິການບໍດີ ແລະທ່ານຮອງອະທິການບໍດີທີ່ຂຶ້ນຮັບໜ້າທີ່ໃໝ່ ໃຫ້ຮັກສາສະຖຽນລະພາບຂອງ ມຊ. ໃຫ້ຄົງຢູ່ ແລະສ້າງ ມຊ ໃຫ້ມີຄວາມນໍາໜ້າ, ຄວາມເຂັ້ມແຂງດ້ານການບໍລິຫານ-ຄຸ້ມຄອງ, ໃຫ້ເປັນມະຫາວິທະຍາໄລ ທີ່ນໍາໜ້າທາງດ້ານວິຊາການ, ດ້ານສິ່ງແວດລ້ອມ ແລະນໍາໜ້າທາງດ້ານການຮ່ວມມືກັບຕ່າງປະເທດ, ທ່ານໄດ້ກ່າວເນັ້ນອີກວ່າ ໃຫ້ທຸກພາກສ່ວນທົ່ວ ມຊ. ຈົ່ງໃຫ້ຄວາມຮ່ວມມື-ຮ່ວມໃຈ ໃນການປະຕິບັດໜ້າທີ່ຂອງຄະນະນໍາຊຸດໃໝ່ ເພື່ອໃຫ້ ມຊ ກາຍເປັນສູນກາງການສຶກສາທີ່ມີຄວາມກ້າວໜ້າ ແລະມີຄຸນນະພາບຍິ່ງຂຶ້ນໃນທຸກໆດ້ານ.

May be an image of 3 people and text