ນ້ອງໆນັກຮຽນ Avengers Lao ໂຄງການ The top Future Leaders ໄປທັດສະນະ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ

44

ໃນວັນທີ 8 ມັງກອນ 2024 ທ່ານ ຫັດສະຫວັນ ແຮມະນີ ( ຄູເຊັ່ງ ) ຜູ້ອຳນວຍການ ສູນການສຶກສາລາວສ້າງຝັນ ຫຼື ຜູ້ອຳນວຍການສູນພັດທະນາການສຶກສາ IZUMI Laos, ທັງເປັນຜູ້ກໍ່ຕັ້ງໂຄງການສ້າງນ້ອງໆຜູ້ສືບທອດໃນອະນາຄົດ The Top 100 Future Leaders ພ້ອມຄະນະຄູ ໄດ້ນຳພານ້ອງໆນັກຮຽນ Avengers Lao ໂຄງການ The top Future Leaders ໄປທັດສະນະ ບໍລິສັດ ປີໂຕຣລ້ຽມເທຣດ ດິ້ງ ລາວ ມະຫາຊົນ.

อาจเป็นรูปภาพของ 6 คน และ ข้อความ

ການຢ້ຽມຢາມ ບໍລິສັດ ປີໂຕຣ ລ້ຽມເທຣດດິ້ງ ຄັ້ງນີ້ ນ້ອງໆນັກຮຽນແມ່ນໄດ້ຮັບຟັງຂໍ້ມູນປະຫວັດຄວາມເປັນມາ, ວິໄສທັດ, ພາລະກິດ, ຈຸດແຂງ, ສິນຄ້າ ແລະ ການບໍລິການຂອງບໍລິສັດ ແລະ ບໍລິສັດປິ່ນອ້ອມໃນເຄືອ ຈາກ ທ່ານ ຄຳພຸດ ສົມບູນ ຮອງຜູ້ອຳນວຍການຝ່າຍການຄ້າ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ (Plus PetroTrade) ອີກດ້ວຍ.

อาจเป็นรูปภาพของ 7 คน, ผู้คนกำลังอ่านหนังสือ และ ข้อความ

ທ່ານ ຄຳພຸດ ສົມບູນ ຮອງຜູ້ອຳນວຍການຝ່າຍການຄ້າ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ (Plus PetroTrade ) ໄດ້ກ່າວວ່າ: ໂຄງການ The top Future Leaders ຖືວ່າເປັນໂຄງການລິເລີ່ມທີ່ດີ ທີ່ໄດ້ຮວບຮວມເອົານ້ອງໆນັກຮຽນຮຸ່ນນ້ອຍ ໄດ້ມີໂອກາດມາສຳຜັດບັນດາບໍລິສັດ ວ່າບໍລິສັດ ຫຼື ຫົວໜ່ວຍທຸລະກິດໄດ້ມີການດຳເນີນທຸລະກິດແນວໃດ, ມີບໍລິການດ້ານໃດແດ່ ຖືວ່າເປັນການເປີດໂອກາດໃຫ້ນ້ອງໆໄດ້ເຫັນເຖິງການເຮັດວຽກ ເພື່ອໃຫ້ນ້ອງໆລູກຫຼານທີ່ໄດ້ມາຮຽນຮູ້ຂໍ້ມູນຕ່າງໆແລ້ວອາດນຳໄປຕໍ່ຍອດໃນການຮຽນ ເຊິ່ງການທັດສະນະສຶກສາສະຖານທີ່ຕົວຈິງແມ່ນເປັນການຮຽນຮູ້ທີ່ດີຢ່າງໜຶ່ງ ນອກຈາກບົດຮຽນທິດສະດີໃນໂຮງຮຽນ ເພາະນ້ອງໆຈະສາມາດຄິດພາບອອກວ່າຕົວຈິງເປັນແບບໃດ, ຖືວ່າເປັນການເສີມສ້າງທັກສະທີ່ດີໃຫ້ນ້ອງໆໄດ້.

อาจเป็นรูปภาพของ 12 คน, ตาราง, แท่นบรรยาย และ ข้อความ

ໃນໂອກາດນີ້, ກໍຝາກເຖິງນ້ອງໆທີ່ຈະເປັນຜູ້ໃຫຍ່ໃນຂ້າງໜ້າ ເຊິ່ງຈະເປັນຜູ້ສືບທອດທຸລະກິດ ຫຼື ຈະເຮັດວຽກໃນຊີວິດໃນອະນາຄົດ ຫວັງວ່າການທັດສະນະຢູ່ ບໍລິສັດ ປີໂຕຣລ້ຽມເທຣດ ດິ້ງ ລາວ ມະຫາຊົນ ຈະນຳເອົາສິ່ງທີ່ໄດ້ຮຽນຮູ້ໃນມື້ນີ້ໄປປະຍຸກໃຊ້ ຫຼື ປະດິດຄິດສ້າງໃຫ້ແຕກສານກວ້າງອອກໄປຕື່ມໃນຕໍ່ໜ້າ.

ສຳລັບໂຄງການສ້າງນ້ອງໆຜູ້ສືບທອດໃນອະນາຄົດ The Top 100 Future Leaders ເປັນໂຄງການທີ່ຮວບຮວມເອົານ້ອງໆເຍົາວະຊົນ ອາຍຸ 9 ຫາ 15 ປີ ເພື່ອມາປູກຈິດໃຕ້ສຳນຶກ, ພ້ອມຮຽນຮູ້ກ່ຽວກັບການເປັນຜູ້ປະກອບການຕັ້ງແຕ່ນ້ອຍ, ທັງເປັນການຝຶກຝົນຫຼໍ່ຫຼອມໃຫ້ນ້ອງໆມີແຮງບັນດານໃຈໃນການຊ່ວຍເຫຼືອຜູ້ອື່ນ, ຊ່ວຍເຫຼືອສັງຄົມ ແລະ ຊ່ວຍເຫຼືອປະເທດຊາດ.

อาจเป็นรูปภาพของ 5 คน, แท่นบรรยาย และ ข้อความ

ນ້ອງໆທີ່ເຂົ້າຮ່ວມໂຄງການນີ້ແມ່ນຈະໄດ້ພັດທະນາຄວາມຄິດ 12 ດ້ານ ຄື: 1). ໃຈດີຕໍ່ຜູ້ອື່ນ; 2). ຍິ່ງເກັ່ງເທົ່າໃດຈະຕ້ອງຍິ່ງຖະໜອມຖ່ອມຕົວ, ຍິ່ງເກັ່ງເທົ່າໃດຈະຕ້ອງຍິ່ງຮຽນຮູ້ຈາກຜູ້ອື່ນ; 3). ບໍລິສຸດ, ຊື່ສັດ ແລະ ຈິງໃຈສະ ເໝີ; 4). ຮູ້ສຳນຶກບຸນຄຸນ, ກະຕັນຍູ ແລະ ຮູ້ຂອບໃຈຕະຫຼອດເວລາ; 5). ຈົ່ງຢ່າລືມທີ່ຈະເອົາໃຈໃສ່ຄົນອ້ອມຂ້າງເຮົາສະເໝີ; 6). ເມດຕາຕໍ່ກັບທຸກໆຄົນດ້ວຍ ຄວາມສະເໝີພາບ; 7). ເປັນມິດກັບທຸກຄົນ ແລະ ຍິ້ມຕະຫຼອດເວລາ; 8). ມີຈິດວິນຍານໃນການບໍລິການ ແລະ ຮັບໃຊ້ຜູ້ອື່ນ; 9). ແບ່ງປັນຄວາມສຸກ ແລະ ຄວາມຮັ່ງມີກັບຄົນທີ່ຢູ່ອ້ອມຂ້າງເຮົາ; 10). ຄິດບວກກັບຕົນເອງວ່າໂຊກດີສະເໝີ ທຸກໆເຫດການທີ່ເກີດຂຶ້ນບໍ່ວ່າຈະລົ້ມເຫຼວ ຫຼື ສຳເລັດໃນຊີວິດໃຫ້ຖືເປັນໂອກາດສະເໝີ; 11). ຮັບຜິດຊອບຊີວິດຕົນເອງ ແລະ ຊ່ວຍເຫຼືອຊີວິດຜູ້ອື່ນຕາມຄວາມສາມາດທີ່ຕົນເອງເຮັດໄດ້; 12). ເປັນຄົນທີ່ພັດທະນາຕົນເອງ ແລະ ຮຽນຮູ້ໄປຕະຫຼອດຊີວິດ.

อาจเป็นรูปภาพของ 11 คน, ผู้คนกำลังยืน, โทรทัศน์, ต้นไม้ และ ข้อความ

ໂຄງການນີ້ຈະສອນໃຫ້ນ້ອງໆທຸກໆວັນພະຫັດ ເວລາ 17:00 – 18:00 ໂມງ ໂດຍແບ່ງອອກເປັນ 2 ພາກ ຄື: 1). ພານ້ອງໆຮຽນຮູ້ ຄວາມເຕີບໃຫຍ່ ແລະ ຄວາມຄິດກ້າວໜ້າ ( Growth Mimdset ), ຮຽນຮູ້ເຄັດລັບຄວາມສຳເລັດ ແລະ ຄວາມລົ້ມເຫຼວໃນການເຮັດທຸລະກິດ ໂດຍຍົກຕົວຢ່າງຂອງບໍລິສັດຕ່າງໆ ແລະ ຜູ້ປະກອບການໂດດເດັ່ນຕ່າງໆ ( Business Know – how ), ຮຽນຮູ້ການຕະຫຼາດ, ການຂາຍ, ການເງິນ, ການສື່ສານ, ການເວົ້າຕໍ່ໜ້າມວນຊົນ, ການເວົ້າຕໍ່ໜ້າກ້ອງ, ການສ້າງຕົນຕົວໃນໂລກອອນລາຍ ແລະ ໂລກຄວາມເປັນຈິງ ( Personal Branding ); 2). ພານ້ອງໆໄປຢ້ຽມຢາມບໍລິສັດຕ່າງໆ ເພື່ອໃຫ້ນ້ອງໆໄດ້ຮຽນຮູ້ ແລະ ສຳຜັດກັບບັນຍາກາດຕົວຈິງຈາກຜູ້ກໍ່ຕັ້ງ, ຜູ້ປະກອບການ, ນັກທຸລະກິດ ແລະ ຜູ້ບໍລິຫານລະດັບສູງ.

อาจเป็นรูปภาพของ 12 คน และ ข้อความ

ນ້ອງໆໄດ້ຮຽນຮູ້ວິໄສທັດ, ພາລະກິດ, ສິນຄ້າ, ຜະລິດຕະພັນ ແລະ ການບໍລິການ. ລວມເຖິງກົນລະຍຸດການສ້າງຍອດຂາຍ, ຜົນກໍາໄລ, ການສ້າງຄຸນຄ່າໃຫ້ແກ່ສັງຄົມ, ການສ້າງຄວາມແຕກຕ່າງ, ຈຸດເດັ່ນ, ຈຸດແຂງ, ຈຸດຂາຍ ແລະ ຈຸດໄດ້ປຽບຂອງແຕ່ລະບໍລິສັດ, ການບໍລິຫານຄົນ, ການພັດທະນາຄົນໃນອົງກອນ, ການບໍລິຫານຊັບພະຍາກອນຊັບສິນຂອງບໍລິສັດ ແລະ ການນໍາໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດຜົນປະໂຫຍດສູງສຸດໃນການດຳເນີນທຸລະກິດ.