ເສົາ-ທິດນີ້ ໄປທ່ຽວຊົມຊື້ເຄື່ອງໃນງານວາງສະແດງສິນຄ້າສົ່ງອອກ ລາວ-ຈີນ

156

ກົມສົ່ງເສີມການຄ້າ ແລະ ຫັດຖະກຳກະຊວງອຸດສາຫະກຳ ແລະ ການຄ້າໄດ້ເປີດງານວາງສະແດງສິນຄ້າສົ່ງອອກ ລາວ-ຈີນ Lao-China (Yunnan) Export Fair 2024 ຂຶ້ນຢ່າງເປັນທາງການໃນວັນທີ 02 ກຸມພາ 2024 ທີ່ ສູນການຄ້າວຽງຈັນເຊັນເຕີ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ,ທ່ານ ຫາຍສຽນ ຮອງເລຂານຸການສະຖານທູດຈີນປະຈຳ ສປປ ລາວ, ທ່ານ ເຈີນ ຊຸນຫຼີນ ຜູ້ຕາງໜ້າຫ້ອງການວິສາຫະກິດແຂວງຢຸນນານປະຈຳລາວພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 7 people, dais and text
ໂອກາດດ່ງກ່າວ ທ່ານ ວິທູນ ສິດທິມໍລະດາໄດ້ຂຶ້ນກ່າວໃນພິທີເປີດງານວ່າ: ປີນີ້ ເປັນປີທີ່ມີຄວາມສຳຄັນຫຼາຍ ສຳລັບປະເທດລາວ ໂດຍສະເພາະ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ທັງເປັນປີ ທີ່ ສປປ ລາວ ເປີດປີທ່ອງທ່ຽວລາວ 2024. ພ້ອມດຽວກັນ, ສາຍພົວພັນອັນມີມູນເຊື້ອ ລະຫວ່າງສອງລັດຖະບານ ລາວ ກັບ ຈີນ ກໍໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ຂະຫຍາຍຕົວ, ກ້າວເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ ແລະ ໄປຕາມທິດທາງການຜັນຂະຫຍາຍ ສາຍພົວພັນການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ບົນພື້ນຖານ 4 ດີ (ເພື່ອນທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ) ແລະ ການເປັນຄູ່ຮ່ວມຊາຕາກຳລາວ-ຈີນ.

May be an image of 1 person, dais and text
ງານວາງສະແດງສິນຄ້າສົ່ງອອກ ລາວ-ຈີນ (ຢຸນນານ) ຄັ້ງນີ້ ເປັນໝາກຜົນໜຶ່ງຂອງແຜນແມ່ນບົດການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຂອງສອງຝ່າຍ ລາວ-ຈີນ ເປັນເວທີໜຶ່ງໃນການເພີ່ມທະວີຂື້ນດ້ານການຄ້າ, ການລົງທຶນຂອງສອງປະເທດ. ນອກຈາກນີ້, ຍັງເປັນງານທີ່ສຳຄັນ ໃຫ້ມີການພົບປະແລກປ່ຽນບົດຮຽນນຳກັນ ລະຫວ່າງພາກລັດ ແລະພາກທຸລະກິດ ຂອງລາວ ກັບ ຈີນ (ຢຸນນານ) ແລະ ເປັນພື້ນຖານໃຫ້ແກ່ ການຮ່ວມມືຈັດງານວາງສະແດງສິນຄ້າຮ່ວມກັນໃນອະນາຄົດ.

May be an image of 20 people, lighting and text

ທ່ານກ່າວຕື່ມວ່າຕະຫລອດໄລຍະຜ່ານມາ, ລັດຖະບານຂອງສອງປະເທດ ໄດ້ຊຸກຍູ້ສົ່ງເສີມການຮ່ວມມືຢ່າງຮອບດ້ານເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມຈະເລີນກ້າວໜ້າໃຫ້ກັບປະເທດຊາດ, ສ້າງຄວາມເປັນຢູ່ທີ່ດີຂື້ນໃຫ້ກັບປະຊາຊົນ ແລະ ສ້າງຄວາມເຊຶ່ອໝັ້ນໃຫ້ກັບນັກທຸລະກິດຂອງທັງສອງປະເທດໄດ້ມີການລົງທຶນຄ້າຂາຍຮ່ວມກັນ; ແຂວງຢຸນນານ ເປັນແຂວງໜຶ່ງ ທີ່ນັກລົງທຶນເຂົ້າມາລົງທຶນຢູ່ລາວຈຳນວນຫຼາຍສົມຄວນ ແລະ ເປັນແຂວງທີ່ມີທີ່ຕັ້ງອັນສໍາຄັນ ເປັນປ້ອມດ່ານໜ້າ ກໍຄືເປັນປະຕູເຂົ້າສູ່ ສປ ຈີນ ຂອງ ສປປ ລາວ ເຊິ່ງການເດີນທາງຂອງປະຊາຊົນ ກໍຄື ສິນຄ້າຜ່ານທາງລົດ, ທາງລົດໄຟ ແມ່ນຕ້ອງໄປຜ່ານແຂວງຢູນນານ.

May be an image of 4 people and text
ຄຽງຄູ່ກັນ, ປະຊາຊົນສອງຊາດລາວ-ຈີນ ໄດ້ມີມູນເຊື້ອອັນຍາວນານ ຄວາມສາມັກຄີມິດຕະພາບ ແລະ ການໄປມາຫາສູ່ຊຶ່ງກັນ ແລະ ກັນ, ຊຶ່ງໄດ້ເຮັດໃຫ້ແຂວງຢຸນນານ ແລະ ສປປ ລາວ ມີເງື່ອນໄຂສະດວກໃຫ້ແກ່ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກັບ ສປປ ລາວ ກັບ ແຂວງຢຸນນານ ຫຼາຍກວ່າແຂວງອື່ນໆ, ເປັນແຂວງທີ່ມີຍຸດທະສາດເປັນປະຕູເຊື່ອມຕໍ່ຂອງ ສປ ຈີນ ລົງສູ່ອາຊີຕາເວັນອອກສ່ຽງໃຕ້ຜ່ານເສັ້ນທາງລົດໄຟລາວ-ຈີນ (ຄຸນໝິງ ຫາ ນະຄອນຫລວງວຽງຈັນ) ກາຍເປັນເສັ້ນທາງໂດຍສານ ແລະ ການຂົນສົ່ງສິນຄ້າທັງສອງຝ່າຍ ແລະ ພາກພື້ນ, ທັງມີຂອບການຮ່ວມມືຜ່ານຄະນະປະສານງານພາກເໜືອ ສປປ ລາວ ກັບ ແຂວງຢຸນນານ ສປ ຈີນ ອີກຕື່ມ.