ຜູ້ນຳທີ່ດີ ຕ້ອງໃຊ້ພະນັກງານໃຫ້ເປັນ

102

ຄວາມຈິງແລ້ວ ຜູ້ນຳທີ່ດີຈະຕ້ອງຮູ້ໃນສິ່ງທີ່ພະນັກງານ ເຮັດ ຫຼື ບໍ ການອະພິປາຍແບ່ງເປັນ 2 ຢ່າງໃຫຍ່ໆຄື: (1)ເຊື່ອວ່າຜູ້ນຳທີ່ດີຈະຕ້ອງຮູ້ ແລະ ເຮັດທຸກຢ່າງເປັນ ຖ້າບໍ່ດັ່ງນັ້ນແລ້ວຈະຖືກພະນັກງານຕົວະເອົາງ່າຍໆ, ເພາະດ້ວຍຄວາມບໍ່ຮູ້ວ່າວຽກນັ້ນຕ້ອງເຮັດແນວໃດ? ແລະ ຢ່າງທີ (2) ເບິ່ງກົງກັນຂ້າມກັນ ເຊິ່ງຜູ້ນຳທີ່ດີນັ້ນບໍ່ຈຳເປັນຕ້ອງຮູ້ໄປທຸກເລື່ອງ ເພາະໃນທາງປະຕິບັດນັ້ນເຮົາບໍ່ສາມາດທີ່ຈະເຮັດໄດ້ທຸກຢ່າງ ແລະ ຮູ້ໄປທຸກຢ່າງ.

อาจเป็นรูปภาพของ 3 คน, ผู้คนกำลังอ่านหนังสือ และ ชุดสูท

ແຕ່ຜູ້ນຳທີ່ດີ ຈະຕ້ອງສາມາດໃຊ້ຄົນໄດ້ກົງກັບຄວາມຮູ້ຄວາມສາມາດຂອງພະນັກງານ ແລະ ສາມາດໃຊ້ຈິດຕະວິທະຍາໃນການບໍລິຫານຈັດການພະນັກງານ ເພື່ອໃຫ້ພະນັກງານສ້າງຜົນງານທີ່ດີອອກມາໃຫ້ໄດ້.

ຄວາມຈິງແລ້ວ ທັງ 2 ຢ່າງຕາງກໍມີເຫດຜົນທີ່ດີ ແລະ ມີ ຄວາມໜ້າເຊື່ອຖືທັງຄູ່ ເພາະຄົນທີ່ເປັນຜູ້ນຳ ຢ່າງໜ້ອຍຈະຕ້ອງຮູ້ໃນສິ່ງທີ່ກຳລັງເຮັດ ຈະນຳແບບບໍ່ຮູ້ເລື່ອງຫຍັງເລີຍນັ້ນ ກໍຄົງບໍ່ໄດ້ ເພາະຜູ້ຕາມເອງກໍຄົງບໍ່ເຊື່ອຖື ແລະ ບໍ່ຢາກຈະຕາມຜູ້ນຳແບບນີ້ ຫຼື ຈະຕ້ອງຮູ້ໄປໝົດທຸກເລື່ອງທີ່ພະນັກງານເຮັດ ແບບນີ້ ກໍຄົງຕ້ອງໃຊ້ເວລາຫຼາຍ ແລະ ຫຼາຍຄົນກໍຄົງຈະບໍ່ໄດ້ເປັນຜູ້ນຳຢ່າງແນ່ນອນ ເພາະມົວແຕ່ໄປຮຽນຮູ້ສິ່ງຕ່າງໆ ເຊິ່ງເອົາເຂົ້າແທ້ໆ ມັນກໍຮຽນຮູ້ກັນໄດ້ບໍ່ໝົດ.

▶ ສຳລັບຜູ້ນຳທີ່ດີຈະຕ້ອງຢູ່ກາງ: ຕ້ອງຮູ້ໃນສິ່ງທີ່ເຮັດວ່າມັນຄືຫຍັງ? ຮູ້ວ່າອັນໃດຖືກ? ອັນໃດບໍ່ຖືກ? ຮູ້ພາລະກິດໃນການເຮັດວຽກຂອງເລື່ອງນັ້ນໆ ເພື່ອທີ່ຈະຄິດຕໍ່ ແລະ ສາມາດທີ່ຈະຄວບຄຸມງານໄດ້ຕາມເປົ້າໝາຍທີ່ກຳໜົດ ແລະ ໃນອີກມຸມໜຶ່ງຄື: ຈະຕ້ອງຮູ້ຈັກທີ່ຈະໃຊ້ຄົນໃຫ້ເປັນ ເພາະເຮົາເອງບໍ່ໄດ້ຊ່ຽວຊານທຸກເລື່ອງ. ດັ່ງນັ້ນ, ຖ້າເຮົາສາມາດໃຊ້ພະນັກງານໃຫ້ເໝາະສົມກັບສິ່ງທີ່ເຂົາເກັ່ງ ເຮົາກໍຈະໄດ້ຜົນສຳເລັດຂອງງານທີ່ດີຕາມມາ.

▶ຜູ້ນຳທີ່ດີຈະຕ້ອງຮູ້ວິທີການໃຊ້ຄົນໃຫ້ເໝາະສົມເພື່ອສ້າງຜົນງານທີ່ດີ: ແຕ່ກໍຈຳເປັນທີ່ຈະຕ້ອງຮູ້ໃນສິ່ງທີ່ຕົນເອງກຳລັງເຮັດຢູ່ເຊັ່ນກັນ, ແຕ່ບໍ່ຕ້ອງຮູ້ເລິກທຸກເລື່ອງ, ປະເດັ່ນສຳຄັນຢູ່ທີ່ຄວາມສາມາດໃນການໃຊ້ຄົນໃຫ້ເໝາະກັບຄວາມຮູ້ຄວາມສາມາດຂອງເຂົາເຈົ້າ ແລະ ເມື່ອເຂົາເຈົ້າເຮັດວຽກໄດ້ດີ ກໍຈະມີການໃຫ້ລາງວັນຕອບແທນຢ່າງເໝາະສົມ ກັບ ຄວາມດີທີ່ເຮັດໄວ້, ທັງລາງວັນທີ່ຈັບຕ້ອງໄດ້ ແລະ ລາງວັນທີ່ຈັບຕ້ອງບໍ່ໄດ້ ເຊັ່ນ: ຄຳຊື່ນຊົມ ແລະ ການຍົກຍ່ອງວ່າເປັນຄົນທີ່ເກັ່ງໃນເລື່ອງນັ້ນໆ ແລະ ຕົວຜູ້ນຳເອງກໍຍັງຕ້ອງເຂົ້າໄປຂໍຄຳປຶກສາດ້ວຍຕົນເອງ, ຍິ່ງເປັນການສື່ ແລະ ຍົກຍ່ອງໃຫ້ພະນັກງານຄົນນັ້ນຮູ້ໃນທາງອ້ອມວ່າ ລາວເປັນຄົນເກັ່ງໃນເລື່ອງນັ້ນແທ້ໆ ແລະ ສິ່ງເຫຼົ່ານີ້ເອງທີ່ເຮັດໃຫ້ຜູ້ນຳຄົນນີ້ ໄດ້ໃຈພະນັກງານໄປໝົດ ແລະ ພະນັກງານເອງກໍຍິນດີ ແລະ ເຕັມໃຈທີ່ຈະເຮັດວຽກໃຫ້ກັບຜູ້ນຳຢ່າງເຕັມຄວາມສາມາດ.

ຜິດກັບຜູ້ນຳບາງຄົນທີ່ໃຊ້ຄົນບໍ່ເປັນ ພະນັກງານຮຽນບັນຊີມາ ກໍໄປໃຊ້ເຮັດໄອທີ ພະນັກງານເກັ່ງເລື່ອງການເງິນ ກໍໄປໃຊ້ໃຫ້ທຳໜ້າທີ່ HR ບາງຄົນເປັນເລຂາທີ່ຄອຍປະສານງານໄດ້ດີ ກໍໄປໃຊ້ງານໃຫ້ເຮັດວຽກ PR ຂອງບໍລິສັດ ແລະ ອື່ນໆ ທັງໆທີ່ຕົວພະນັກງານເອງກໍສົ່ງສັນຍານມາແລ້ວວ່າ ບໍ່ມັກ ແລະ ບໍ່ຢາກທີ່ຈະເຮັດວຽກນັ້ນ, ແຕ່ຕົວຜູ້ນຳເອງກັບບໍ່ຮູ້ຕົວ ແລະ ໝັ້ນໃຈວ່າໃຊ້ພະນັກງານໄດ້ຢ່າງເໝາະສົມທີ່ສຸດແລ້ວ ຈົນສຸດທ້າຍພະນັກງານຂໍລາອອກໄປ ກໍຍັງບໍ່ຮູ້ຕົວອີກເຊັ່ນກັນ. ຜູ້ນຳ ຕ້ອງ “ເບິ່ງຄົນອອກ ບອກຄົນໄດ້ ໃຊ້ຄົນເປັນ”.
ຈາກ:jobsdb