ປູກຈິດສໍານຶກຂອງບົດບາດ ຍິງ – ຊາຍ ໃນຂະແໜງການສຶກສາ

185

ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບ ລັດຖະບານອົດສະຕຣາລີ ກະກຽມການໂຄສະນາ ລະດົມຄວາມຄິດຜະລິດວີດີໂອສໍາລັບຄູ ເພື່ອສ້າງຄວາມເຂົ້າໃຈແລະ ປູກຈິດສໍານຶກກ່ຽວກັບວິທີການຮັບປະກັນ ຄວາມສະເໝີພາບລະຫວ່າງຍິງ – ຊາຍ ໃນຫ້ອງຮຽນ.

ກະຊວງສຶກສາທິການ ແລະ ກີລາ ແຫ່ງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດສໍາລັບການເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ ( ແຜນງານບີຄວາ ) ໄດ້ຈັດກອງປະຊຸມຝຶກອົບຮົມ ແລະ ລະດົມຄວາມຄິດ ໃນຫົວຂໍ້ “ ການຜະລິດວີດີໂອກ່ຽວກັບບົດບາດຍິງ – ຊາຍ ” ໃນທ້າຍເດືອນມັງກອນທີ່ຜ່ານມາ ໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ເລເບັກກ້າ ແມັກຮິວ ຫົວໜ້າແຜນງານບີຄວາ ແລະ ທ່ານ ອຸດົມ ສິງດາລາ ຮອງຜູ້ອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກີລາ, ຕາງໜ້າຈາກສູນໂຄສະນາຂ່າວສານການສຶກສາ ແລະ ກີລາ ( ສຄຂ ), ຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ ( E-Learning ), ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ສະຖານທູດອົດສະຕຣາລີເຂົ້າຮ່ວມ.

ທ່ານ ນາງ ເລເບັກກ້າ ໄດ້ໃຫ້ຄໍາເຫັນໃນກອງປະຊຸມວ່າ: “ ໃນປີຜ່ານມາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ, ແຜນງານບີຄວາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ໃນຕອນທ້າຍຂອງກອງປະຊຸມ ຜູ້ເຂົ້າຮ່ວມໄດ້ສະທ້ອນໃຫ້ເຫັນເຖິງການປະຕິບັດຂອງເຂົາເຈົ້າ ແລະ ສົນທະນາວິທີການທີ່ເຂົາເຈົ້າສາມາດນໍາໃຊ້ ຄວາມຮູ້ໃໝ່ໃນການຜະລິດສື່ໃນອະນາຄົດ. ຈາກງານສະເຫຼີມສະຫຼອງໃນມື້ນັ້ນ ໄດ້ມີແນວຄວາມຄິດລີເລີ່ມທີ່ຈະຜະລິດວີດີໂອສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ – ຊາຍໃນຄັ້ງນີ້ ”.

อาจเป็นรูปภาพของ 2 คน, แท่นบรรยาย และ ข้อความ

ທ່ານ ອຸດົມ ໄດ້ກ່າວວ່າ: “ ພວກເຮົາພູມໃຈທີ່ກອງປະຊຸມຄັ້ງນີ້ ຊ່ວຍໃຫ້ພວກເຮົາສາມາດສືບຕໍ່ການປຶກສາຈາກປີຜ່ານມາ ກ່ຽວກັບການຜະລິດວີດີໂອສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ – ຊາຍ. ພວກເຮົາໄດ້ມີການສົນທະນາຫຼາຍຢ່າງກ່ຽວກັບວິທີຫຼີກລ່ຽງ ຄວາມບໍ່ສະເໝີພາບດ້ານບົດບາດຍິງ – ຊາຍ, ພ້ອມກັນນັ້ນກໍຄຳນຶງເຖິງຄວາມພິການ, ຊົນເຜົ່າ ແລະ ການສຶກສາຮຽນຮ່ວມ. ກ່ຽວກັບວຽກງານຂອງທີມງານ ສຄຂ ແລະ E-learning ໃນທຸກຂັ້ນຕອນຂອງການຜະລິດວີດີໂອ ໂດຍສະເພາະການຂຽນບົດ ແລະ ການຄັດເລືອກນັກສະແດງ. ຂ້າພະເຈົ້າພູມໃຈທີ່ວີດີໂອທັງໝົດທີ່ໄດ້ຜະລິດໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ຜ່ານແຜນງານບີຄວາ ເຊັ່ນ: ວີດີໂອການສໍາລັບພັດທະນາຄູ, ສາລະຄະດີຄູຕົວແບບ, ໂຄສະນາການຮັກສາປຶ້ມແບບຮຽນ ໄດ້ສົ່ງເສີມ ຄວາມສະເໝີພາບລະຫວ່າງຍິງ – ຊາຍ ແລະ ການສຶກສາຮຽນຮ່ວມແບບກ້າວໜ້າ ທັງມີການແປພາສາມືທຸກວີດີໂອນັບແຕ່ປີ 2021 ເປັນຕົ້ນມາ ”.

อาจเป็นรูปภาพของ 3 คน และ ข้อความ

ໃນຂະແໜງການສຶກສາ, ຄູມີບົດບາດສໍາຄັນໃນການປ້ອງກັນການມີແນວຄິດຢຶດຕິດກ່ຽວກັບບົດບາດຍິງ – ຊາຍ ແລະ ອະຄະຕິດ້ານບົດບາດຍິງ – ຊາຍໃນຫ້ອງຮຽນ ໂດຍສະເພາະແມ່ນໃນການສຶກສາກ່ອນໄວຮຽນ ແລະ ຂັ້ນປະຖົມສຶກສາ, ສະໝອງເດັກນ້ອຍ ແລະ ໄວໜຸ່ມກໍາລັງສ້າງຄວາມຄິດ ແລະ ເຊື່ອມຊຶມທຸກຂໍ້ ຄວາມ. ດັ່ງນັ້ນ, ທີມຜະລິດສື່ ແລະ ສື່ດີຈີຕອລ ຂອງກະຊວງສຶກສາທິການ ແລະ ກີລາ ຈຶ່ງມີບົດບາດສໍາຄັນໃນການສ້າງສັງຄົມໃຫ້ມີຄວາມກ້າວໜ້າ ແລະ ຄໍານຶງເຖິງທຸກຄົນ. ວີດີໂອ ແລະ ສື່ດີຈີຕອລ ສາມາດ ສົ່ງເສີມການຄວາມຮູ້ແບບກ້າວໜ້າດ້ານບົດບາດຍິງ – ຊາຍ ແລະ ການສຶກສາຮຽນຮ່ວມ, ກ້າວໄປເຖິງການສ້າງ ຄວາມແຕກຕ່າງ ໂດຍໃຫ້ໂອກາດແກ່ເດັກນ້ອຍທີ່ດ້ອຍໂອກາດໃຫ້ດີທີ່ສຸດ.

อาจเป็นรูปภาพของ 9 คน และ ผู้คนกำลังอ่านหนังสือ

ກອງປະຊຸມໄດ້ດໍາເນີນໄປດ້ວຍຄວາມຫ້າວຫັນ ເຊິ່ງໄດ້ມີຫຼາຍກິດຈະກໍາທີ່ປະຕິບັດຕົວຈິງ, ຜູ້ເຂົ້າຮ່ວມໄດ້ຮັບຊົມ 2 ວີດີໂອຕົວຢ່າງ ແລະ ສະທ້ອນຄືນກ່ຽວກັບສົມມຸດຖານດ້ານບົດບາດຍິງ – ຊາຍ ແລະ ວິທີການລົບລ້າງຄວາມລໍາອຽງດ້ານບົດບາດຍິງ – ຊາຍ ໃນຫ້ອງຮຽນ, ມີການສະແດງບົດບາດສົມໝຸດ ແລະ ສົນທະນາແບບໂຕ້ຕອບ ເພື່ອຍົກໃຫ້ເຫັນບາງຈຸດທີ່ສະແດງໃຫ້ເຫັນຄວາມລໍາອຽງດ້ານບົດບາດ ຍິງ – ຊາຍຢູ່ໃນຫ້ອງຮຽນໃນລາວ ແລະ ຈະໃຫ້ຄໍາແນະນໍາອັນໃດແກ່ຄູ ເພື່ອຊ່ວຍລົບລ້າງຄວາມຄິດດັ່ງກ່າວ.

ທີມງານໄດ້ລະດົມຄວາມຄິດຮ່ວມກັນ ເພື່ອຂຽນບົດສັງລວມສໍາລັບວີດີໂອສົ່ງເສີມບົດບາດຍິງ – ຊາຍ, ບົດສັງລວມແມ່ນຂັ້ນ ຕອນສໍາຄັນໃນການຜະລິດວີດີໂອ, ໃນບົດສັງລວມຈະລະບຸວ່າໃຜຈະເປັນຜູ້ຊົມເປົ້າໝາຍ, ຈຸດປະສົງຂອງວີດີໂອແມ່ນຫຍັງ ແລະ ກໍານົດຂໍ້ຄວາມຫຼັກທີ່ຢາກຈະສື່ ແລະ ຂໍ້ຮຽກຮ້ອງໃຫ້ປະຕິບັດຫຼັງຮັບຊົມວີດີໂອໃນອະນາຄົດ, ບົດສັງລວມຈະຖືກນໍາໄປຜັນຂະຫຍາຍອອກເປັນບົດເລື່ອງຂອງວີດີໂອ ແລະ ກ້າວໄປເຖິງການສ້າງວີດີໂອສົ່ງເສີມບົດບາດຍິງ – ຊາຍໃນອະນາຄົດ ເຊິ່ງຄາດວ່າຈະສໍາເລັດຜ່ານໃນປີ 2024 ນີ້.