ຣັດເຊຍ ເພີ່ມທະວີການຊຳລະທີ່ໃຊ້ສະກຸນເງິນຕາໃນປະເທດ ສຳລັບ BRICS

35

ຕາມຂ່າວຈາກ VOVWORLDຂອງຫວຽດນາມໃຫ້ຮູ້ວ່າອັດຕາຊຳລະນຳໃຊ້ສະກຸນເງິນພາຍໃນປະເທດຂອງຣັດເຊຍ ກັບບັນດາປະເທດໃນກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ຫລື BRICS (ລວມມີ ບຣາຊິນ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກກາໃຕ້) ໄດ້ເພີ່ມຂຶ້ນເຖິງ 85%.

อาจเป็นรูปภาพของ แสงอาทิตย์ลับขอบฟ้า และ ตึกระฟ้า

ວັນທີ 30 ມັງກອນ, ທ່ານນາງ Elvira Nabiullia ຜູ້ອຳນວຍການທະນາຄານສູນກາງ ຣັດເຊຍ ໃຫ້ຮູ້ວ່າ: ປັດຈຸບັນ ອັດຕາຊຳລະນຳໃຊ້ສະກຸນເງິນພາຍໃນປະເທດຂອງປະເທດນີ້ ກັບບັນດາປະເທດໃນກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ຫລື BRICS ໄດ້ເພີ່ມຂຶ້ນເຖິງ 85%. ທ່ານນາງ Elvira Nabiullina ກໍຊີ້ແຈ້ງວ່າ ອັດຕາສ່ວນຂອງບັນດາປະເທດໃນກຸ່ມ Brics ໃນດຸ່ນການຄ້າຂອງ ຣັດເຊຍ ກໍເພີ່ມຂຶ້ນເຖິງ 40%, ເຊິ່ງໃນປີ 2022 ແມ່ນ 30%.

ຕາມທ່ານນາງ Elvira Nabiullina ແລ້ວ, ໃນປີນີ້ ດ້ວຍບົດບາດເປັນປະທານໝູນວຽນຂອງ BRICS, ຣັດເຊຍ ຈະຕັ້ງໜ້າຊຸກຍູ້ການຮ່ວມມືໃນຂົງເຂດລະບົບຊຳລະດ້ວຍສະກຸນເງິນຕາໃນປະເທດຂອງກຸ່ມນີ້. ພ້ອມດຽວກັນນັ້ນ, ກຸ່ມ BRICS ກໍຈະປຶກສາຫາລືການພັດທະນາເຕັກໂນໂລຊີການເງິນ, ບັນຫາຄວາມໝັ້ນຄົງດິຈິຕອນໃນຂົງເຂດການເງິນ, ໜ້າທີ່ພັດທະນາແບບຍືນຍົງ ແລະ ການປັບຕົວຂອງພື້ນຖານເສດຖະກິດຕໍ່ການປ່ຽນແປງຂອງດິນຟ້າອາກາດ.