ບັນຫາສະບຽງອາຫານ

72

ບໍ່ແມ່ນແຕ່ຢູ່ຮ້ານກາເຟ… ໄປຈຸດທີ່ມີຄົນຫຼາຍເປັນຕົ້ນບຸນສິນກິນທານຕ່າງກໍໄດ້ຍິນສຽງຈົ່ມເລື່ອງລາຄາສິນຄ້າແພງຂຶ້ນ ໂດຍສະເພາະແມ່ນພວກສະບຽງອາຫານ…ສາເຫດນັ້ຽນຫຼາຍຄົນກໍມັກຖິ້ມໃສ່ການອ່ອນຄ່າຂອງເງິນກີບ… ຄວາມຫຍຸ້ງຍາກ ແລະ ຝືດເຄືອງນີ້ຜູ້ມີລາຍຮັບເປັນເງິນເດືອນກະທົບໄວກວ່າເພິ່ນ ໃນນັ້ນຜູ້ອຸດໜູນບຳນານທັງຫຼາຍເຂົ້າສູ່ພາວະຫາຍໃຈຝືດວ່າຊັ້ນ.

ບັນຫາສະບຽງອາຫານນີ້ເປັນທົ່ວໂລກເນີພີ່ນ້ອງເອີຍ! ຈະເຫັນໄດ້ຢ່າງຊັດເຈນແມ່ນເພິ່ນໄດ້ຈັດຕັ້ງເວທີປາໄສຢູ່ນະຄອນຫຼວງ Berlin ປະເທດເຢຍລະມັນ… ຜູ້ຂຽນຂໍນຳເອົາບົດວິເຄາະຈາກ VOV WORLD ສະບັບອອນລາຍລົງວັນທີ 19 ມັງກອນ 2024 ມາເລົ່າສູ່ຟັງດັ່ງນີ້:

ໂດຍໄດ້ຮັບການຈັດຂຶ້ນໃນລະຫວ່າງວັນທີ 17 – 20 ມັງກອນ ຢູ່ນະຄອນຫຼວງ Berlin ປະເທດ ເຢຍລະມັນ, ເວທີປາໄສທົ່ວໂລກກ່ຽວກັບທັນຍາພືດ ແລະ ການກະເສດ ( GFFA ) ປີ 2024 ໄດ້ສຸມ ໃສ່ປຶກສາຫາລືບັນດາມາດຕະການສ້າງລະບົບທັນຍາພືດໃນທົ່ວໂລກໃຫ້ແກ່ອະນາຄົດ ເຊິ່ງໃນ ເບື້ອງຕົ້ນໄດ້ບຸລິມະສິດສຸມແຫຼ່ງກໍາລັງເພື່ອຢຸດຕິໄພອຶດຫິວໃນໂລກ.
ກະຊວງສະບຽງອາຫານ ແລະ ກະສິກໍາເຢຍລະມັນ ໄດ້ຈັດເວທີປາໄສທົ່ວໂລກກ່ຽວກັບທັນຍາພືດ ແລະ ການກະເສດ ( GFFA ) ເຊິ່ງໄດ້ຈັດຂຶ້ນປະຈໍາປີ ແມ່ນຂໍ້ລິເລີ່ມເພື່ອແນໃສ່ສ້າງວາລະປຶກສາຫາລືບັນດາບັນຫາຫຼັກ ກ່ຽວກັບນະໂຍບາຍດ້ານທັນຍາພືດ ແລະ ການກະເສດໃນໂລກ. ຫົວຂໍ້ຂອງເວທີປາໄສຄັ້ງທີ 16 ປີນີ້ແມ່ນ ” ລະບົບ ສະບຽງອາຫານສໍາລັບອະນາຄົດ: ຮ່ວມແຮງຮ່ວມໃຈເພື່ອໂລກບໍ່ມີໄພອຶດຫິວອີກຕໍ່ໄປ ”.

■ ຍູ້ໄວລະດັບການຫັນບັນດາເປົ້າໝາຍ SDGs ໃຫ້ປາກົດຜົນເປັນຈິງ

ໃນສານທີ່ສົ່ງໄປກ່ອນເວລາຈັດເວທີປາໄສປີນີ້, ບັນດາຜູ້ຈັດຕັ້ງໃຫ້ຮູ້ວ່າ: ໂລກຍັງມີເວລາພຽງ 7 ປີ ເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ( SDGs ) ຂອງ ສປຊ ໃຫ້ປາກົດຜົນເປັນຈິງ, ໃນນັ້ນ, ໜຶ່ງໃນບັນດາເປົ້າໝາຍສໍາຄັນທີ່ສຸດ ( SDG ) ແມ່ນລົບລ້າງຄວາມອຶດຫິວໃນປີ 2030, ແຕ່ໃນສະພາບປັດຈຸບັນນີ້, ຄວາມສາມາດບັນລຸບັນດາເປົ້າໝາຍດັ່ງກ່າວພວມຖືກນາບຂູ່. ຕາມຕົວເລກຂອງອົງການອາຫານ ແລະ ການກະເສດ ສປຊ ( FAO ) ແລະ ໂຄງການທັນຍາພືດໂລກ ( WFP ) ແລ້ວ. ປັດຈຸບັນ, ສະເລ່ຍໃນຈໍານວນ 10 ຄົນໃນໂລກ ຈະມີຄົນໜຶ່ງທີ່ອຶດຫິວ. ທ່ານ ນາງ Reena Ghelani ຜູ້ປະສານງານຂອງ ສປຊ ກ່ຽວກັບການສະກັດກັ້ນ ແລະ ຮັບມືກັບໄພອຶດຫິວ ໃຫ້ຂໍ້ສັງເກດວ່າ:

“ ບັນດາການປະທະກັນປະກອບອາວຸດໄດ້ທໍາລາຍລະບົບທັນຍາພືດ, ທໍາລາຍພາຫະນະຄອງຊີບ ແລະ ເຮັດໃຫ້ປະຊາຊົນຕ້ອງປະລະເຮືອນຊານຂອງເຂົາເຈົ້າ, ເຮັດໃຫ້ຫຼາຍຄົນຕົກເຂົ້າສູ່ສະພາບມີຄວາມສ່ຽງໄພສູງ, ມີ ຄວາມລໍາບາກ ແລະ ອຶດຫິວ. ບາງຄັ້ງບັນດາການກະທົບນີ້ແມ່ນຜົນຮ້າຍຢ້ອນຫຼັງຈາກສົງຄາມ, ແຕ່ກໍເຄີຍເກີດຂຶ້ນເປັນປະຈໍາ ໃນແບບຕັ້ງໃຈ ແລະ ຜິດກົດໝາຍ, ດ້ວຍການນໍາໃຊ້ໄພອຶດຫິວແມ່ນຍຸດທະນະໂຍບາຍຂອງສົງຄາມ ”.

ໃນສະພາບການນັ້ນ, ກອງປະຊຸມ GFFA ທີ່ຈັດຂຶ້ນຢູ່ Berlin ໃນປີນີ້ ໄດ້ວາງເປົ້າໝາຍຊຸກຍູ້ບັນດາການ ເຈລະຈາທີ່ມີລັກສະນະສ້າງສັນ, ມຸ່ງໄປເຖິງອະນາຄົດ, ປຸກລຸກສະຕິຂອງວົງການນັກສ້າງນະໂຍບາຍຢູ່ປະເທດຕ່າງໆ ກ່ຽວກັບລະດັບຮີບດ່ວນຂອງການຍູ້ໄວລະດັບການປະຕິບັດ SDGs. ເວທີປາໄສປີນີ້ໄດ້ສຸມໃສ່ປຶກສາຫາລື 4 ຫົວຂໍ້ ຫຼັກ ເຊິ່ງລວມມີ: ຊຸກຍູ້ການຜະລິດທັນຍາພືດແບບຍືນຍົງ ແລະ ມີອະທິປະໄຕ; ໜູນຊ່ວຍລະບົບສະໜອງໃຫ້ມີໄຫວພິບ ແລະ ຍືນຍົງ; ຫຼຸດຜ່ອນຄວາມເສຍຫາຍ ແລະ ຟຸ່ມເຟືອຍທັນຍາພືດ; ປັບປຸງບັນດາກຸ່ມທີ່ບໍ່ມີທ່າແຮງຫຼາຍ. ມີນັກວາງແຜນກໍານົດກ່ຽວກັບນະໂຍບາຍ, ນັກວິທະຍາສາດ, ການນໍາວິສາຫະກິດ ແລະ ສະມາຊິກສັງຄົມພົນລະເຮືອນເຂົ້າຮ່ວມບັນດາວາລະປຶກສາຫາລື ແລະ ການເຊື່ອມຕໍ່ ປະມານ 2.000 ທ່ານ.
ຫຼາຍເຫດການທີ່ເວທີປາໄສໄດ້ຈັດຕັ້ງແບບເປີດ, ໃນນັ້ນມີການໂອ້ລົມສົນທະນາຂັ້ນສູງ 3 ຄັ້ງ ແລະ ກອງປະຊຸມສໍາມະນາຂອງນັກຊ່ຽວຊານ 16 ຄັ້ງ. ຈຸດເດັ່ນການເມືອງຂອງ GFFA ແມ່ນ: ກອງປະຊຸມບໍ່ເປັນທາງການທີ່ໃຫຍ່ທີ່ສຸດໃນ ໂລກຂອງບັນດາທ່ານລັດຖະມົນຕີກະຊວງກະສິກໍາ, ເຊິ່ງຈະໄດ້ຈັດຂຶ້ນໃນມື້ສຸດທ້າຍຂອງເວທີປາໄສ ( ວັນທີ 20 ມັງກອນ ), ມີລັດຖະມົນຕີກະຊວງກະສິກໍາປະມານ 70 ທ່ານ ທີ່ມາຈາກທຸກແຖບຖິ່ນໃນໂລກ ຈະຮັບຮອງເອົາຖະແຫຼງ ການການເມືອງຮ່ວມ 1 ສະບັບ, ຜູ້ຕາງໜ້າຂັ້ນສູງຂອງກວ່າ 10 ອົງການສາກົນ ກໍໄດ້ເຂົ້າຮ່ວມກອງປະຊຸມນີ້.

■ ກະສິກໍາ ແລະ ການປ່ຽນແປງຂອງດິນຟ້າອາກາດ

ສໍາລັບປະເທດເຈົ້າພາບເຢຍລະມັນ, GFFA ປີນີ້ໄດ້ຮັບການຈັດຕັ້ງໃນຈຸດເວລາທີ່ບັນຫາກະສິກໍາພວມກາຍເປັນໜຶ່ງໃນບັນດາ ຄວາມວິຕົກວັງວົນໃຫຍ່ທີ່ສຸດຂອງລັດຖະບານປະເທດນີ້, ດ້ວຍເລື່ອງຊາວກະສິກອນນັບໝື່ນຄົນຢູ່ເຢຍລະມັນ ດໍາເນີນການແຫ່ຂະບວນປະທ້ວງ, ປິດລ້ອມການຄົມມະນາຄົມໃນຫຼາຍສັບປະດາຢູ່ນະຄອນຫຼວງ Berlin ແລະ ຫຼາຍບ່ອນອື່ນໆອີກ. ບັນດາການແຫ່ຂະບວນປະທ້ວງໃນເບື້ອງຕົ້ນໄດ້ສຸມໃສ່ການຮຽກຮ້ອງສືບຕໍ່ມີນະໂຍບາຍ ໜູນຊ່ວຍດ້ານລາຄາເຊື້ອເພີງ, ຈາກນັ້ນແມ່ນໄດ້ລາມສູ່ບັນດາບັນຫາອື່ນໆອີກ, ຕາມວົງການນັກສັງເກດການແລ້ວ, ນັບມື້ມີຊາວກະສິກອນຫຼາຍຄົນຢູ່ບັນດາປະເທດເອີຣົບ ຄັດຄ້ານບັນດານະໂຍບາຍກ່ຽວກັບສິ່ງແວດລ້ອມ ເຊິ່ງບັນດາປະເທດເອີຣົບ ໄດ້ດໍາເນີນດ້ວຍເຫດຜົນແມ່ນບັນດານະໂຍບາຍໜີ້ສິ້ນເປືອງເງິນຫຼາຍ, ສົ່ງຜົນກະທົບຫຍໍ້ທໍ້ເຖິງຂົງເຂດກະສິກໍາ.

ນອກຈາກຊາວກະສິກອນເຢຍລະມັນແລ້ວ, ຊາວກະສິກອນຢູ່ບັນດາປະເທດ ຄື: ໂຮນລັງ, ຝຣັ່ງ, ແອັດສະປາຍ, ອຽກລັງ… ກໍໄດ້ດໍາເນີນການແຫ່ຂະບວນປະທ້ວງ, ປິດລ້ອມດ້ວຍຂະໜາດໃຫຍ່ໃນຫຼາຍປີຜ່ານມາ ເພື່ອຄັດຄ້ານບັນດານະໂຍບາຍ ຄື: ຮຽກຮ້ອງຫຼຸດຜ່ອນການປ່ອຍອາຍພິດ nitrogen ( ຢູ່ໂຮນລັງ ); ຈໍາກັດການນໍາໃຊ້ນໍ້າເພື່ອເຮັດກະສິກໍາຢູ່ແມ່ນໍ້າສາຍຕ່າງໆ ( ແອັດສະປາຍ ); ເກືອດຫ້າມການນໍາໃຊ້ຢາຂ້າສັດຕູພືດບາງປະເພດໃນກະສິກໍາ ( ຝຣັ່ງ )… ທ່ານ Kaveh Zahedi ຜູ້ອໍານວຍການສູນປ່ຽນແປງດິນຟ້າອາກາດ, ຊີວະນາໆພັນ ແລະ ສິ່ງແວດລ້ອມຂອງ FAO, ໃຫ້ຂໍ້ສັງເກດວ່າ:

“ ບັນດາຟາມ ບໍ່ພຽງແຕ່ແມ່ນບ່ອນຜະລິດທັນຍາພືດເທົ່ານັ້ນ, ຫາກຍັງອາດຈະກາຍເປັນບ່ອນຜະລິດພະລັງງານທົດແທນ, ພະລັງງານນັ້ນຈະໄດ້ນໍາໃຊ້ຢູ່ໃນຟາມ, ໃຫ້ບັນດາເຮືອນແກ້ວ, ໃຫ້ການສູບນໍ້າ, ຫົດນໍ້າ ຫຼື ສົ່ງເຂົ້າຕານ່າງໄຟຟ້າອີກ. ນອກຈາກນັ້ນ, ອາດຈະຫັນສິ່ງເສດເຫຼືອໃນການຜະລິດກະສິກໍາກາຍເປັນເຊື້ອເພີງຊີວະພາບ, ທັງໝົດກໍລ້ວນແຕ່ແມ່ນບັນດາມາດຕະການກະສິກໍາອັດສະລິຍະ ແລະ ແມ່ນສິ່ງທີ່ FAO ພວມຜັນຂະຫຍາຍປະຕິບັດກັບປະເທດຕ່າງໆ “.

ຕາມບັນດາຕົວເລກຂອງ FAO ແລ້ວ, ໃນແຕ່ລະປີ ບັນດາລະບົບກະສິກໍາ ແລະ ການກະເສດ ກວມເອົາປະມານ 1/3 ປະລິມານອາຍພິດເຮືອນແກ້ວໃນໂລກ. ດັ່ງນັ້ນ, ຄວາມຮຽກຮ້ອງຕ້ອງປ່ຽນແປງບັນດາວິທີການຜະລິດກະສິກໍາ ແບບດັ້ງເດີມໄປຕາມທິດສີຂຽວ ແລະ ຍືນຍົງ ນັບມື້ນັບຮີບດ່ວນກ່ວາ. ເລື່ອງປ່ຽນແປງນີ້ກໍ່ເພື່ອຮັບມືກັບຕົວຈິງທີ່ວ່າ ຮອດປີ 2050 ຈະມີຢ່າງຫນ້ອຍສຸດ 10% ເນື້ອທີ່ດິນຜະລິດກະສິກໍາປັດຈຸບັນໃນໂລກ ທີ່ບໍ່ສາມາດນໍາໃຊ້ໄດ້ຍ້ອນການ ປ່ຽນແປງຂອງດິນຟ້າອາກາດ. ດັ່ງນັ້ນ, ທີ່ກອງປະຊຸມ GFFA ປີນີ້, FAO ໄດ້ຊຸກຍູ້ໂຄງການຄູ່ຮ່ວມມືລະຫວ່າງ FAO ກັບກົນໄກສິ່ງແວດລ້ອມທົ່ວໂລກ ( GEF ) ເພື່ອແນໃສ່ຫນູນຊ່ວຍບັນດາປະເທດພັດທະນາລະບົບກະສິກໍາ ແລະ ສະບຽງອາຫານໃຫ້ປັບຕົວເຂົ້າກັບສິ່ງແວດລ້ອມ. ປັດຈຸບັນ, FAO ພວມຜັນຂະຫຍາຍໂຄງການນີ້ກັບ 120 ປະເທດ, ດ້ວຍແຫຼ່ງການເງິນຂຶ້ນເຖິງ 1,5 ຕື້ໂດລາສະຫະລັດ, ຊ່ວຍຫຼຸດຜ່ອນອາຍພິດ 500 ລ້ານໂຕນ ແລະ ຄຸ້ມຄອງທີ່ດິນ ກະສິກໍາ 100 ລ້ານ ເຮັກຕາ ແບບຍືນຍົງ.

ເມື່ອເປັນເຊັ່ນນີ້ມັນກໍຂຶ້ນກັບການບໍລິຫານຈັດການຂອງແຕ່ລະປະເທດວ່າຈະເຮັດແນວໃດ?

( ຈົບ )