ບັນຫາຄວາມຍືນຍົງຂອງການພັດທະນາການທ່ອງທ່ຽວ-ໃຊ້ສື່ອອນລາຍເພື່ອໂຄສະນາຖືກຍົກມາສົນທະນາ ໃນ ATC

89

ມີຫຼາຍຫົວຂໍ້ທີ່ສໍາຄັນທີ່ຈະໄດ້ຍົກຂຶ້ນມາສົນທະນາ ແລະ ປຶກສາຫາລື ໃນກອງປະຊຸມສໍາມະນາການທ່ອງທ່ຽວອາຊຽນ ( ASEAN Tourism Conference ຫຼື ATC ) ລະຫວ່າງວັນທີ 25-26 ມັງກອນ 2024 ໂດຍສະເພາະຫົວຂໍ້ທໍາອິດທີ່ເວົ້າເຖິງ ບັນຫາຄວາມຍືນຍົງຂອງການພັດທະນາການທ່ອງທ່ຽວ, ການນໍາໃຊ້ສື່ສັງຄົມອອນລາຍ ເພື່ອໂຄສະນາການທ່ອງທ່ຽວ ໂດຍມີວິຊາການ ແລະ ຊຽວຊານ ໄດ້ມາຖາມ-ຕອບ ແລະ ແລກປ່ຽນຄວາມຮູ້ຕະຫຼອດງານ.

ກອງປະຊຸມສໍາມະນາການທ່ອງທ່ຽວອາຊຽນ ( ASEAN Tourism Conference ຫຼື ATC ) ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 25 ມັງກອນ 2024 ທີ່ຫ້ອງປະຊຸມ ສູນການຄ້າລາວໄອເຕັກ ໃຫ້ກຽດກ່າວເປີດງານໂດຍ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍວິຊາການ, ຜູ້ຊ່ຽວຊານດ້ານການທ່ອງທ່ຽວ ຈາກທຸກມູມໂລກ ໄດ້ເຂົ້າຮ່ວມພົບປະແລກປ່ຽນຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ກ່າວວ່າ: ຮູ້ສຶກເປັນກຽດຢ່າງຍິ່ງທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ງານວາງສະແດງການທ່ອງທ່ຽວອາຊຽນ 2024 ແນ່ນອນວ່າກອງປະຊຸມຄັ້ງນີ້ມີຄວາມໝາຍຄວາມສໍາຄັນຫຼາຍ ສໍາລັບວຽກງານການທ່ອງທ່ຽວຈາກທຸກມູມໂລກ ໄດ້ມີໂອກາດພົບປະແລກປ່ຽນຜົນສໍາເລັດ ແລະ ແນວຄວາມຄິດໃໝ່ໆ ໃນການຮ່ວມມື ແລະ ພັດທະນາການທ່ອງທ່ຽວໃນພາກພື້ນ ແລະ ສາກົນ.

ກອງປະຊຸມຄັ້ງນີ້ຈັດຂຶ້ນເປັນໄລຍະເວລາ 2 ວັນລະຫວ່າງວັນທີ 25-26 ມັງກອນ 2024 ໂດຍມີຫຼາຍຫົວຂໍ້ທີ່ສໍາຄັນທີ່ຈະໄດ້ຍົກຂຶ້ນມາສົນທະນາ ແລະ ປຶກສາຫາລື ຄື:
-ບັນຫາຄວາມຍືນຍົງຂອງການພັດທະນາການທ່ອງທ່ຽວ, ການນໍາໃຊ້ສື່ສັງຄົມອອນລາຍ ເພື່ອໂຄສະນາການທ່ອງທ່ຽວ.
-ການນໍາໃຊ້ທ່າແຮງຂອງການທ່ອງທ່ຽວແບບຜະຈົນໄພ ເພື່ອສົ່ງເສີມການທ່ອງທ່ຽວແບບຍືນຍົງ.
-ສຶກສາຮຽນຮູ້ທ່າອ່ຽງໃນອະນາຄົດກ່ຽວກັບການທ່ອງທ່ຽວໃນພາກພື້ນ ໂດຍສະເພາະພາຍຫຼັງການລະບາດຂອງ ໂຄວິດ-19.

ໃນກອງປະຊຸມສໍາມະນາຄັ້ງນີ້ ພວກເຮົາຈະໄດ້ແລກປ່ຽນບົດຮຽນກ່ຽວກັບ ການສ້າງປະສົບການທີ່ເປັນເອກະລັກຂອງບັນດາຈຸດໝາຍປາຍທາງການທ່ອງທ່ຽວໃນຂົງເຂດອາຊີຕາເວັນອອກສຽງໃຕ້ ຈາກຜູ້ປະກອບການທີ່ປະສົບຜົນສໍາເລັດການທ່ອງທ່ຽວ ທັງພາຍໃນ ແລະ ພາກພື້ນ, ໄດ້ຮຽນຮູ້ກ່ຽວກັບຄວາມຕ້ອງການຂອງຕະຫຼາດທ່ອງທ່ຽວຈີນ ເຊິ່ງເປັນຕະຫຼາດສໍາຄັນຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ພ້ອມທັງຍັງຈະໄດ້ແລກປ່ຽນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ສົນທະນາກ່ຽວກັບ ວິທີການບອກເລົ່າເລື່ອງລາວກ່ຽວກັບຈຸດໝາຍປາຍທາງການທ່ອງທ່ຽວ ເຊັ່ນການເຊື່ອມໂຍງສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ບອກເລົ່າເລື່ອງລາວ ແລະ ຄວາມເຊື່ອ ເຊິ່ງຈະເປັນການເພີ່ມມູນຄ່າໃຫ້ກັບຈຸດໝາຍປາຍທາງການທ່ອງທ່ຽວນັ້ນຜ່ານເລື່ອງລາວປະຫວັດຄວາມເປັນມາ.
ໂດຍ: Larh Creators