ທະເລແດງເຄັ່ງຕຶງ ດຶງການຄ້າທົ່ວໂລກຊຸດໂຊມລົງ

25

ຂ່າວສານຫວຽດນາມລາຍງານວ່າ: ປະລິມານສິນຄ້າສົ່ງອອກຈາກສະຫະພາບເອີຣົບ (ອີຢູ) ແລະ ປະລິມານສິນຄ້ານຳເຂົ້າ ອີຢູ ໄດ້ຫຼຸດລົງແມ່ນ 2% ແລະ 3,1% ຕາມລຳດັບ.

ການເຄື່ອນໄຫວດ້ານການຄ້າໃນທົ່ວໂລກແຕ່ເດືອນ ພະຈິກ ຫາ ທັນວາ 2023 ໄດ້ຫຼຸດລົງ 1,3% ໃນສະພາບການທີ່ກຳລັງຮູຕີ ຢູ່ ເຢແມນ ບຸກໂຈມຕີກຳປັ່ນການຄ້າທີ່ໄປຜ່ານທະເລແດງ, ເຮັດໃຫ້ປະລິມານສິນຄ້າທີ່ຂົນສົ່ງຜ່ານເສັ້ນທາງທະເລສຳຄັນເຊື່ອມຕໍ່ ເອີຣົບ ແລະ ອາຊີ ຫຼຸດລົງຢ່າງແຮງ. ນີ້ແມ່ນຕົວເລກໂດຍສະຖາບັນເສດຖະກິດ Kiel (IfW Kiel) ຂອງ ເຢຍລະມັນ ປະກາດໃນວັນທີ 11 ມັງກອນ.

อาจเป็นรูปภาพของ 1 คน

ຕາມຕົວເລກຂອງສະຖາບັນດັ່ງກ່າວແລ້ວ, ໃນເດືອນ ທັນວາ 2023 ຊີ້ໃຫ້ເຫັນວ່າ ປະລິມານສິນຄ້າສົ່ງອອກຈາກສະຫະພາບເອີຣົບ ແລະ ປະລິມານສິນຄ້ານຳເຂົ້າ ອີຢູ ໄດ້ຫຼຸດລົງແມ່ນ 2% ແລະ 3,1% ຕາມລຳດັບ. ສຳລັບ ອາເມລິກາ ປະລິມານສົ່ງອອກສິນຄ້າກໍຫຼຸດລົງ 1,5%. ສະຖາບັນເສດຖະກິດ Kiel ໃຫ້ຂໍ້ສັງເກດວ່າ ການເຄື່ອນໄຫວສົ່ງອອກ – ນຳເຂົ້າຂອງ ຈີນ ໃນຊຸມເດືອນຈະມາເຖິງ ອາດຈະຫຼຸດລົງຍ້ອນຜົນສະທ້ອນຈາກບັນຫາຄວາມສະຫງົບຢູ່ທະເລແດງ.

ເພື່ອຫຼຸດຜ່ອນຄວາມສ່ຽງດ້ານຄວາມສະງົບ, ມີຫຼາຍບໍລິສັດຂົນສົ່ງໃຫຍ່ ລວມມີ: Maersk ແລະ Hapag- Lloyd ໄດ້ຕົກລົງໃຫ້ບັນດາກຳປັ່ນຂອງບໍລິສັດຢຸດການເດີນທາງຜ່ານທະເລແດງ ແລະ ປ່ຽນໄປຕາມເສັ້ນທາງທີ່ໄກກວ່າໂດຍຜ່ານເຂດທະເລຂອງ ອາຟະລິກາໃຕ້.

ນັກວິເຄາະຊີ້ວ່າ: ສະຖານະການຢູ່ທະເລແດງທີ່ເຄັ່ງຕຶງຂຶ້ນນັ້ນຍິ່ງແກ່ຍາວເວລາດົນເທົ່າໃດ ກໍຍິ່ງຈະສົ່ງຜົນກະທົບຕໍ່ການຂົນສົ່ງທາງທະເລຢູ່ທົ່ວໂລກຫຼາຍຂຶ້ນເທົ່ານັ້ນ. ສະຖານະການຢູ່ທະເລແດງທີ່ເຄັ່ງຕຶງຂຶ້ນນັ້ນ ກຳລັງສົ່ງຜົນກະທົບ ເຮັດໃຫ້ຄ່າຂົນສົ່ງທາງທະເລຢູ່ທົ່ວໂລກເພີ່ມສູງຂຶ້ນ.