ລາຄານໍ້າມັນ WTI ແລະ ຄຳຟິວເຈີ ປັບຂຶ້ນ ກັງວົນສະຖານະການທະເລແດງ

39

ລາຄານໍ້າມັນດິບເວັດເທັກຊັດ ປິດວັນສຸກປັບຕົວຂຶ້ນ ທ່າມກາງຄວາມເຄັ່ງຕຶງຢູ່ທະເລແດງທີ່ທະວີຂຶ້ນ ຫຼັງຈາກທີ່ສະຫະລັດ ແລະ ພັນທະມິດ ປະຕິບັດການທາງອາກາດໂຈມຕີກຸ່ມຮູຕີ ໃນເຢແມນ.

อาจเป็นรูปภาพของ ข้อความพูดว่า "FINE GOLD GOLD 999.9"

ລາຄານໍ້າມັນດິບເວັດເທັກຊັດຫລື WTI ສົ່ງມອບເດືອນກຸມພາ ປັບຂຶ້ນ66ເຊັນ ຫລື 0,9% ປິດທີ່72,69ໂດລາສະຫະລັດ. ສ່ວນສັນຍານໍ້າມັນດິບເບຣນ ປັບຕົວຂຶ້ນ88ເຊັນ ຫລື 1,1% ປິດທີ່78,29ໂດລາສະຫະລັດ.

ຂະນະທີ່ລາຄາຄຳຟິວເຈີ ປິດຕົວປັບຂຶ້ນ1,6% ປິດທີ່ 2.051,6ໂດລາສະຫະລັດຕໍ່ອອນ ຂະນະທີ່ນັກລົງທຶນພາກັນເຂົ້າຊື້ຄຳໃນຖານະສິນຊັບປອດໄພ.

ນັກວິເຄາະຕະຫຼາດຊີ້ອອກວ່າ ການໂຈມຕີກຳລັງປະກອບອາວຸດຮູຕີຂອງອາເມຣິກາ ແລະ ອັງກິດ ບໍ່ພຽງແຕ່ບໍ່ສາມາດຜ່ອນຄາຍສະຖານະການຢູ່ທະເລແດງໃນປັດຈຸບັນໄດ້ເທົ່ານັ້ນ, ຍັງຊ້ຳພັດຈະພາໃຫ້ສະຖານະການເຄັ່ງຕຶງຫຼາຍຂຶ້ນຕື່ມອີກ, ເຮັດໃຫ້ບໍລິສັດການຂົນສົ່ງຜ່ານທະເລຫຼີກເວັ້ນເສັ້ນທາງຂົນສົ່ງຂອງທະເລແດງໃນເວລາຍິ່ງດົນກວ່າ.