ການສົ່ງອອກເຂົ້າສານ ຫວຽດນາມ ບັນລຸ 8,13 ລ້ານໂຕນ

32

ຕາມຂ່າວຈາກຫວຽດນາມໃຫ້ຮູ້ວ່າ: ປີ 2023 ການສົ່ງອອກເຂົ້າສານຂອງ ຫວຽດນາມ ບັນລຸ 8,13 ລ້ານໂຕນ ດ້ວຍມູນຄ່າ 4,7 ຕື້ໂດລາສະຫະລັດ ເຊິ່ງເປັນລະດັບສູງສຸດຂອງຂະແໜງເຂົ້າສານ ຫວຽດນາມ ທຽບໃສ່ປີ 2022 ການສົ່ງອອກເຂົ້າສານຂອງ ຫວຽດນາມ ເພີ່ມຂຶ້ນ 14,4% ກ່ຽວກັບປະລິມານ ແລະ 35,3% ກ່ຽວກັບມູນຄ່າ.

อาจเป็นรูปภาพของ 1 คน และ ข้อความ

ຟີລິບປິນ ແມ່ນຕະຫຼາດນຳເຂົ້າເຂົ້າສານຫຼາຍທີ່ສຸດຈາກ ຫວຽດນາມ ໃນປີ 2023 ດ້ວຍປະລິມານກວ່າ 3,1 ລ້ານໂຕນ; ຖັດຈາກນັ້ນແມ່ນ ອິນໂດເນເຊຍ, ຈີນ ແລະ ການາ.

ຫວຽດນາມ ແມ່ນປະເທດຜະລິດເຂົ້າສານໃຫຍ່ອັນດັບທີ 5 ໃນໂລກ ແລະ ແມ່ນແຫຼ່ງສົ່ງອອກເຂົ້າໃຫຍ່ອັນດັບທີ 3 ໃນໂລກ (ໄລ່ຕາມປະລິມານ). ເຖິງວ່າຖືກຜົນກະທົບຈາກປະກົດການເອລນິນໂຍກໍຕາມ ແຕ່ປະລິມານເຂົ້າສົ່ງອອກຂອງ ຫວຽດນາມ ຍັງເພີ່ມຂຶ້ນຢ່າງກະໂດດຂັ້ນ.

ຕາມບັນດາວິສາຫະກິດແລ້ວ ການສົ່ງອອກເຂົ້າສານຂອງ ຫວຽດນາມ ເພີ່ມຂຶ້ນຢ່າງແຮງ ນັບແຕ່ເມື່ອລັດຖະບານ ອິນເດຍ ໄດ້ປະກາດໃຊ້ຄຳສັ່ງຫ້າມສົ່ງອອກເຂົ້າສານ non – basmati ໃນເດືອນກໍລະກົດປີ 2023. ໄລ່ມາຮອດປັດຈຸບັນ, ຄຳສັ່ງຫ້າມດັ່ງກ່າວ ຍັງບໍ່ທັນໄດ້ຍົກເລີກເທື່ອ ສະນັ້ນ ການສົ່ງອອກເຂົ້າສານຂອງ ຫວຽດນາມ ໃນປີ 2024 ນີ້ ຈະມີສັນຍານຕັ້ງໜ້າຫຼາຍຢ່າງ.