ຫວຽດນາມ ໜຶ່ງໃນ 10 ປະເທດ ຝາກເງິນກັບປະເທດຫຼາຍທີ່ສຸດ

61

ຂ່າວ VOVWORLD ລາຍງານວ່າ: ຈຳນວນເງິນຕາຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາ ຫວຽດນາມ ໃນຊຸມວັນທ້າຍປີ ເພີ່ມຂຶ້ນຢ່າງແຮງ ແລະ ຈະສືບຕໍ່ເພີ່ມຂຶ້ນໃນໄລຍະໃກ້ກັບບຸນເຕັດ.

ຈຳນວນເງິນຕາຕ່າງປະເທດໂດຍຊາວຫວຽດນາມ ຝາກມາ ຫວຽດນາມ ໃນປີ 2023 ເພີ່ມຂຶ້ນປະມານ 25 – 30% ເມື່ອທຽບໃສ່ກັບປີ 2022. ນີ້ແມ່ນຂໍ້ມູນໂດຍຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຍົກອອກມາທີ່ການຖະແຫຼງຂ່າວໃນຕອນເຊົ້າວັນທີ 11 ມັງກອນ ຢູ່ຮາໂນ້ຍ.

อาจเป็นรูปภาพของ เงิน และ ข้อความ

ທ່ານ ຫງວຽນແມັງດົງ ຮອງຫົວໜ້າຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດກ່າວວ່າ: ຈຳນວນເງິນຕາຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາ ຫວຽດນາມ ໃນຊຸມວັນທ້າຍປີ ເພີ່ມຂຶ້ນຢ່າງແຮງ ແລະ ຈະສືບຕໍ່ເພີ່ມຂຶ້ນໃນໄລຍະໃກ້ກັບບຸນເຕັດ. ໃນນັ້ນ, ຈຳນວນເງິນຕາຕ່າງປະເທດ ໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດ ຝາກມານະຄອນ ໂຮ່ຈີມິນ ແມ່ນຫຼາຍທີ່ສຸດ. ຕາມທະນາຄານແຫ່ງລັດ ສາຂານະຄອນ ໂຮ່ຈີມິນ ແລ້ວ ຈຳນວນ ເງິນຕາຕ່າງປະເທດ ໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດ ຝາກມາໃນປີ 2023 ຄາດວ່າບັນລຸ ເກືອບ 9 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 35% ເມື່ອທຽບໃສ່ກັບປີ 2022 ນີ້ແມ່ນຈຳນວນເງິນຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ.