ປີ 2023 ຍອດຂາຍລົດອີວີທົ່ວໂລກ ຂະຫຍາຍຕົວ31%

40

ບໍລິສັດວິໄຈຕະຫຼາດເປີດເຜີຍວ່າ ຍອດຂາຍລົດໄຟຟ້າ ຫລື ອີວີ (EV) ທົ່ວໂລກເຕີບໂຕ 31% ໃນປີ 2023 ແຕ່ເປັນອັດຕາການເຕີບໂຕຫຼຸດລົງເຄິ່ງໜຶ່ງ ເມື່ອທຽບໃສ່ປີ 2022 ແລະ ຄາດວ່າຈະສືບຕໍ່ຂະຫຍາຍຕົວຊ້າລົງອີກປີ.

ບໍລິສັດວິໄຈທາງການຕະຫຼາດ Rho Motion ໄດ້ເປີດເຜີຍວ່າຍອດຂາຍທົ່ວໂລກຂອງລົດໄຟຟ້າເຕັມຮູບແບບ (BEV) ແລະ ລົດໄຟຟ້າແບບປັກອິນ (PHEV) ທົ່ວໂລກເຕີບໂຕ 31% ໃນປີ 2023, ໂດຍຍອດຂາຍ BEV ກວມເອົາ 9,5 ລ້ານຄັນ ຈາກຍອດຂາຍລົດໄຟຟ້າທັງໝົດ 13,6 ລ້ານ ສ່ວນທີ່ເຫຼືອ ເປັນຂອງ PHEV.

ບໍລິສັດ Rho Motion ລະບຸວ່າ: ຍອດຂາຍສະເພາະເດືອນທັນວາ ພຸງຂຶ້ນຈຸລະດັບສູງສຸດເປັນປະຫວັດການເມື່ອທຽບລາຍເດືອນທີ່1,5ລ້ານຄັນ ໂດຍຍອດຂາຍ BEV ເພີ່ມຂຶ້ນ 50% ໃນສະຫະລັດ ແລະ ການາດາ, ເພີ່ມຂຶ້ນ 27% ໃນເອີຣົບ ແລະ 15% ໃນປະເທດຈີນ.

ແນວໃດກໍຕາມ, ອັດຕາການເຕີບໂຕຂອງຍອດຂາຍທັງໝົດໃນປີ 2023 ຖືວ່າຊ້າລົງເຄິ່ງໜຶ່ງເມື່ອທຽບໃສ່ປີ 2022 ເມື່ອຍອດຂາຍເພີ່ມຂຶ້ນເຖິງ 60%.

ທ່ານ ຊາດ ເລສເຕີ ຜູ້ຈັດການຂໍ້ມູນຂອງ Rho Motion ກ່າວວ່າ: “ອັດຕາການເຕີບໂຕແມ່ນຊ້າລົງ. ແຕ່ນັ້ນກໍເປັນສິ່ງທີ່ຄາດການສຳລັບຕະຫຼາດທີ່ກຳລັງເຕີບໂຕແບບນີ້ ໂດຍຍອດຂາຍບໍ່ອາດປັບຂຶ້ນເປັນເທົ່າຕົວໄດ້ທຸກປີ. ນອກຈາກນັ້ນ, ຍອດຂາຍລົດໄຟຟ້າທົ່ວໂລກໃນປີຜ່ານມາ ສ່ວນຫຼາຍແມ່ນສອດຄ່ອງກັບເປົ້າໝາຍ ການຂະຫຍາຍຕົວຢູ່ທີ່ 30% ທີ່ Rho Motion ຄາດການໄວ້.