ລາຄານໍ້າມັນ WTI ປັບຂຶ້ນ ກັງວົນສະຖານະການຕາເວັນອອກກາງ, ສ່ວນລາຄາຄໍາຟິວເຈີ ປັບລົງ

30

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລາຄານໍ້າມັນດິບເວັດເທັກຊັດ ຫລື WTI ສັນຍາສົ່ງເດືອນກຸມພາ ປິດຕະຫຼາດວັນພະຫັດທີ 11 ມັງກອນ ປັບຂຶ້ນ65ເຊັນ ຫຼື 0,91% ທີ່72,02ໂດລາສະຫະລັດຕໍ່ບາເຣລ. ສ່ວນສັນຍານໍ້າມັນດິບ ເບຣນ(Brent) ສົ່ງມອບເດືອນມີນາ ປັບຂຶ້ນ61ເຊັນ ຫລື 0,79% ປິດທີ່ລາຄາ77,41ໂດລາສະຫະລັດຕໍ່ບາເຣລ.

อาจเป็นรูปภาพของ 1 คน

ສ່ວນລາຄາຄຳຟິວເຈີ ຕະຫຼາດໂຄແມັກຫຼຸດລົງ0,4% ປິດທີ່2.019,3ໂດລາສະຫະລັດຕໍ່ອອນ ຫຼັງສະຫະລັດອາເມຣິກາ ເຜີຍດັດຊະນີCPIເດືອນທັນວາ ເຊິ່ງລວມໝວດອາຫານ ແລະ ພະລັງງານປັບຂຶ້ນ3,4% ເມື່ອທຽບເປັນລາຍປີ ສູງກວ່າຕົວເລກຄາດການຂອງນັກວິເຄາະ.

ດ້ານກະຊວງແຮງງານສະຫະລັດ ເປີດເຜີຍຕົວເລກຜູ້ຍື່ນຂໍສະຫວັດດີການວ່າງງານຄັ້ງທຳອິດ ຫຼຸດລົງ1.000ລາຍສູ່ລະດັບ202.000ລາຍໃນອາທິດຜ່ານມາ ເຊິ່ງເປັນລະດັບຕໍ່າສຸດໃນຮອບ 3 ເດືອນ ແລະ ຕໍ່າກວ່າຕົວເລກຄາດໝາຍຂອງນັກວິເຄາະທີ່ລະດັບ210.000ລາຍ